ຫຼັງຈາກມີຄລິບໃຫ້ຊາວເນັດບໍ່ໄດ້ຫຼັບບໍ່ນອນກັນ ທີ່ວ່າໃນຄລິບນັ້ນແມ່ນໜຸ່ມ V BTS ແລະ ສາວ JENNIE BLACKPINK ຫຼືບໍ່? ໂດຍວິດີໂອເປັນຂອງຊ່າງຖ່າຍຮູບຊາວຝຣັ່ງ ໄດ້ໂພສລົງ TIKTOK ໃນວັນທີ 17 ພຶດສະພາ 2023 ທີ່ຜ່ານມາ ພ້ອມລະບຸຊື່ຄລິບວ່າ Kim Taehyung and Kim Jennie in Paris
ວິດີໂອດັ່ງກ່າວມີຄວາມຍາວຫຼາຍກວ່າ 1 ນາທີ ໂດຍໃນຄລິບຈະເຫັນຊາຍຍິງຄູ່ໜຶ່ງທີ່ມີລັກສະນະທີ່ແຟນໆຄາດວ່າແມ່ນໜຸ່ມ V BTS ແລະ ສາວ Jennie BLACKPINK ໂດຍທັງສອງຈັບມືກັນຍ່າງຢູ່ແຄມແມ່ນ້ຳແຊນ ຫ່າງຈາກພວກເຂົາເລັກນ້ອຍກໍມີຜູ້ຈັດການສ່ວນຕົວຢ່າງຕາມຫຼັງ.

ທັນທີທີ່ວິດີໂອຖືກເຜີຍແຜ່ອອກມາ ກໍກາຍເປັນກະແສໄປທົ່ວໂລກ ແລະ ຖືກເວົ້າເຖິງໃນຢ່າງວ່ອງໄວໃນໂລກອອນລຍ ແລະ ໄດ້ມີແຟນໆ ປຽບທຽບຮູບພາບທີ່ຖືກຖ່າຍໄວ້ຈາກຫຼາຍມຸມໃນມື້ດັ່ງກ່າວ ເຊັ່ນດຽວກັນກັບຊຸດທີ່ໃສ່ ຈົນຮອດການທຽບການແຕ່ງຕົວຂອງຜູ້ຈັດການສ່ວນຕົວ ທີ່ເຮັດໃຫ້ຊາວເນັດພໍຈະຢືນຢັນໄດ້.


ຢ່າງໃດກໍຕາມ ທາງຕົ້ນສັງກັດຂອງທັງສອງຢ່າງ HYBE ແລະ YG Entertainment ບໍ່ໄດ້ອອກມາຢືນຢັນຄວາມສຳພັນຂອງທັງສອງແຕ່ຢ່າງໃດ ພຽງແຕ່ຕອບກັບສັ້ນໆວ່າ “ພວກເຮົາບໍ່ຮູ້ ເພາະເປັນເລື່ອງສ່ວນຕົວຂອງສິລະປິນ” ຄວາມສຳພັນຂອງ V BTS ແລະ ສາວ Jennie BLACKPINK ເຄີຍມີຂ່າວເມື່ອເດືອນພຶດສະພາ 2022 ວ່າທັງສອງໄດ້ອອກໄປເກາະເຊຈູມານຳກັນ ແລະ ຫຼັງຈາກນັ້ນກໍໄດ້ມີຮູບພາບທັງສອງຫຼຸດອອກມາ ແຕ່ທາງຕົ້ນສັງກັດຂອງທັງສອງກໍໄດ້ສະແດງທ່າທີແຕ່ຢ່າງໃດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/