Holland ສິລະປິນ K-POP ຈາກ ສ.ເກົາຫຼີ ຄົນທຳອິດທີ່ເປີດຕົວວ່າເປັນ LGBT


ໂກແທຊັອບ (고태섭) ຫຼື  Holland ເປັນສິລະປິນໄອດໍ້ເກົາຫຼີຄົນທຳອິດ ທີ່ເປີດຕົວຢ່າງເປັນທາງການວ່າເປັນ Gay ແລະ ຊື່ໃນວົງການຂອງລາວກໍໄດ້ແຮງບັນດານໃຈຈາກປະເທດເນເທີແລນ ເພາະເປັນປະເທດທຳອິດທີ່ອະນຸຍາດໃຫ້ເພດດຽວກັນຈົດໃບແຕ່ງງານກັນໄດ້.

Holland ໄດ້ເລົ່າໃນຕອນທີ່ລາວຍັງຮຽນຢູ່ຊັ້ນມັດທະຍົມ ລາວໄດ້ເປີດເຜີຍຕົນເອງວ່າເປັນ Gay ກັບໝູ່ເພື່ອນບໍ່ເທົ່າໃດຄົນ. ແຕ່ມື້ຕໍ່ມາ ຂ່າວທີ່ລາວເປັນ Gay ກໍໄດ້ແຜ່ໄປທົ່ວໂຮງຮຽນ ແລະ ເຮັດໃຫ້ລາວຖືກໝູ່ເວົ້າໃສ່ໃນດ້ານລົບ, ຖືກດູຖູກສຽດສີ ຈົນບໍ່ກ້າໄປໂຮງຮຽນ. ນອກຈາກນີ້ ຍັງມີຄອບຄົວທີ່ບໍ່ສະໜັບສະໜູນ ເພາະບໍ່ມີໃຜຮັບຮູ້ໃນເວລານັ້ນ, ດ້ວຍເຫດນັ້ນ ຈຶ່ງບໍ່ກ້າທີ່ຈະປະເຊີນໜ້າກັບສັງຄົມ ແລະ ເປັນຊຶມເສົ້າອີກພ້ອມ.

ທາງອົງກອນ Human Rights Watch ໄດ້ເປີດເຜີຍການລາຍງານວ່າມີນັກຮຽນ LGBT ຈຳນວນຫຼາຍ ທີ່ຖືກກະທຳ, ລ່ວງລະເມີດ ແລະ ສະຖານທີ່ທີ່ເກີດເຫດການແບບນີ້ຫຼາຍທີ່ສຸດນັ້ນກໍຄືໂຮງຮຽນ ໂດຍມາຈາກທັງນັກຮຽນ, ຄູອາຈານ ແລະ ຜູ້ປົກຄອງເອງ. Holland ເອງກໍໄດ້ເປັນອີກສຽງໜຶ່ງທີ່ບອກກັບສັງຄົມວ່າ ມັນມີເຫດການແບບນີ້ເກີດຂຶ້ນແທ້ ເຊິ່ງມັນຮ້າຍແຮງຫຼາຍ.

Holland ໄດ້ອອກມາເປີດເຜີຍຕົນເອງໃນຕອນທີ່ເດບິ້ວ ເພາະຢາກຈະຈິງໃຈຕໍ່ຕົນເອງ ແລະ ຢາກຈະເລົ່າປະສົບການໄວໜຸ່ມທີ່ຜ່ານມາແບບຍາກລຳບາກ ແລະ ຢາກສ້າງຄວາມຫວັງ, ຄວາມສະບາຍໃຈ, ຄວາມກ້າຫານໃຫ້ໄວໜຸ່ມ LGBT ອີກຫຼາຍໆຄົນ.

ໃນບົດເພງຂອງ Holland ຈະມີເນື້ອເພງທີ່ສື່ເຖິງຄວາມຮັກໃນເພດດຽວກັນ ແລະ ເນື້ອເພງສ່ວນຫຼາຍແມ່ນຢາກຈະສື່ໃຫ້ສັງຄົມຍອມຮັບ, ການໃຫ້ກຳລັງໃຈຂອງຊຸມຊົນ LGBT. ເພງທີ່ຫຼາຍຄົນກ່າວເຖິງຫຼັກໆຈະເປັນເພງ Neverland ແລະ ເພງ I’m So Afraid ທີ່ສື່ເຖິງຄວາມຮູ້ສຶກຂອງຕົນເອງ ກ່ອນຈະເດບິ້ວເປັນສິລະປິນ Gay ຄົນທຳອິດຂອງເກົາຫຼີ.

Holland ຍັງໄດ້ກ່າວເຖິງສັງຄົມເກົາຫຼີວ່າ ຄວນຈະໄດ້ຮຽນຮູ້ ແລະ ລຶ້ງເຄີຍກັບ LGBT ໂດຍຜ່ານຮູບເງົາ, ດົນຕີ, ພາບໃນສື່ຕ່າງໆ ແລະ ຫວັງວ່າຈະມີ LGBT ໃນເກົາຫຼີກ້າທີ່ຈະອອກມາ Come Out ຫຼາຍຂຶ້ນ.

K-pop's LGBT star Holland: 10 facts about South Korea's first openly gay  idol, born Go Tae-seob – from Neverland's R-rated music video to what his  parents really think | South China Morning

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/