Happy ‘7 Friends Theory’ ໝູ່ທັງ 7 ທີ່ມີແລ້ວຈະຊ່ວຍເຕີມເຕັມຊີວິດຂອງເຮົາໃຫ້ມີຄວາມສຸກຍິ່ງຂຶ້ນ


ໃນຍຸກສະໄໝທີ່ຜູ້ຄົນຕ່າງກໍມີຄວາມຫຍຸ້ງຍາກ ວຸ້ນວາຍໃນຊີວິດປະຈຳວັນ, ການ​ມີ​ມິດ​ຕະ​ພາບ​ທີ່​ດີ​ປຽບສະເໝືອນ​ oasis ທ່າມກາງທະ​ເລ​ຊາຍ. ການມີໝູ່ທີ່ດີ ບວກກັບຄວາມສຳພັນທີ່ດີກັບໝູ່ເພື່ອນຈະຊ່ວຍຢຽວຍາຈິດໃຈ, ເຕີມເຕັມຊີວິດ ແລະ ສ້າງຄວາມສຸກໃຫ້ກັບຕົວເຮົາ.

ໃນມື້ນີ້, ເຮົາຈະມາຍົກໃຫ້ເຫັນເຖິງ ‘7 Friends Theory’ ທິດສະດີທີ່ອະທິບາຍກ່ຽວກັບໝູ່ 7 ປະເພດທີ່ເຮົາຄວນມີໃນຊີວິດ, ເຊິ່ງຊາວ TikToker ຕ່າງປະເທດຕ່າງກໍຍົກປະເດັນນີ້ມາເວົ້າເຖິງຢ່າງກວ້າງຂວາງ, ແລ້ວຈະມີໝູ່ປະເພດໃດແດ່ນັ້ນ? ພວກເຮົາໄປເບິ່ງກັນເລີຍ.

ໝູ່ 7 ປະເພດທີ່ຈະເຕີມເຕັມພະລັງບວກໃຫ້ກັບເຮົາ

  1. ໝູ່ໃນໄວເດັກ: ເປັນໝູ່ທີ່ຮູ້ຈັກກັນຕັ້ງແຕ່ຍັງນ້ອຍ, ເຕີບໃຫຍ່ ແລະ ຮຽນມານຳກັນ ມັກຈະຮູ້ເຖິງການປ່ຽນແປງຂອງເຮົາຫຼາຍທີ່ສຸດ. ເພາະສະນັ້ນ, ຈຶ່ງເປັນອີກຄົນທີ່ອາດຈະຮູ້ຈັກເຮົາຫຼາຍທີ່ສຸດ ແລະ ພື້ນທີ່ແຫ່ງຄວາມສະບາຍໃຈໃຫ້ເຮົາໄດ້.
  2. ໝູ່ທີ່ເຮັດໃຫ້ເຮົາຫົວໄດ້ຢູ່ສະເໝີ: ໝູ່ຄົນນີ້ເປັນຄົນທີ່ພ້ອມທີ່ຈະມີເວລາດີໆກັບເຮົາຢູ່ສະເໝີ, ຢາກໃຫ້ເຮົາມີຄວາມສຸກ ແລະ ແມ່ນຄົນທີ່ເຮົາມັກຈະທັກຫາເມື່ອມີເລື່ອງດີໆເກີດຂຶ້ນ ຫຼື ຕ້ອງການສຽງຫົວເພື່ອປອບໂຍນຫົວໃຈ?
  3. ໝູ່ທີ່ຍັງຄືເກົ່າບໍ່ວ່າຈະດົນປານໃດ: ມັກຈະເປັນໝູ່ທີ່ຮູ້ພຽງແນມຕາກໍເຂົ້າໃຈກັນ. ເຖິງ​ແມ່ນ​ວ່າ​ການໃຊ້ຊີວິດ​ຈະ​ບໍ່​ຄື​ກັນ ຫຼື​ ຕໍ່ໃຫ້ບໍ່ພົບກັນດົນປານໃດ ​ ແຕ່​ທຸກ​ຄັ້ງ​ທີ່​ໄດ້​ລົມ​ກັນ, ກໍ​ຍັງ​ສະ​ໜິດ​ສະ​ໜົມກັນ​ຄື​ເກົ່າ ຄ້າຍຄືກັບວ່າເຫັນໜ້າກັນທຸກມື້.
  4. ໝູ່ທີ່​ເກັບຄວາມ​ລັບ​ທຸກ​ຢ່າງຂອງເຮົາ: ໝູ່​ຄົນ​ນີ້​ແມ່ນ​ຜູ້​ທີ່​ເຮົາໃຫ້​ໃຈ​ ແລະ ໄວ້ໃຈ, ເປັນພື້ນທີ່ທີ່ປອດໄພທີ່ສາມາດຍອມຮັບທຸກເລື່ອງລາວໃນຊີວິດ ແລະ ຈະບໍ່ມີວັນທໍລະຍົດເຮົາ.
  5. ເພື່ອນ​ທີ່​ປຽບສະເໝືອນ​ອ້າຍ​ນ້ອງ​ກັນ: ເປັນ​ເພື່ອນ​ທີ່​ໃກ້​ຊິດ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​​ເຮົາ. ຈົນກາຍມາເປັນສະມາຊິກຄົນໜຶ່ງໃນເຮືອນ
  6. ໝູ່​ທີ່​ປ່ອຍ​ໃຫ້​ເຮົາ​ເວົ້າໄປເລື້ອຍ: ໝູ່​ຄົນ​ນີ້​ອາດ​ເປັນ​ມິດຕະພາບ​ທີ່​ຍາກ​ທີ່​ຈະ​ພັນລະນາ. ເພາະ​ເປັນ​ຜູ້​ປ່ອຍ​ໃຫ້​ເຮົາລະບາຍບັນຫາໄປເລື້ອຍໆ ເຖິງແມ່ນວ່າຈະບໍ່ຢາກຮູ້ເລື່ອງເຮົາກໍຕາມ. ດັ່ງນັ້ນ, ເຮົາຈຶ່ງຕ້ອງແຄຄວາມຮູ້ສຶກຂອງເຂົາເປັນພິເສດ. ເພາະ​ບາງ​ຄັ້ງ​ເລື່ອງຂອງເຮົາທີ່ລະບາຍອອກໄປອາດ​ຈະ​ກາຍ​ເປັນ​ພາລະ​ທາງ​ໃຈຂອງເຂົາກໍໄດ້​.
  7. ໝູ່​ທີ່​​ຖືກລິຂິດມາໄວ້ແລ້ວວ່າຕ້ອງມີ​ໃນ​ຊີວິດ: ໝູ່​ຄົນ​ນີ້​ແມ່ນ​ຄົນ​ທີ່​ເຮົາ​ລົມ​ນຳ​ທຸກ​ມື້, ບອກທຸກສິ່ງທີ່ສໍາຄັນໃນຊີວິດ, ເປັນຄົນທີ່ບໍ່ສາມາດຈິນຕະນາການໄດ້ວ່າເປັນຫຍັງພວກເຮົາຈຶ່ງຈະບໍ່ເປັນໝູ່ກັນ ຫຼື ຂາດກັນບໍ່ໄດ້ນັ້ນເອງ.

ມິດຕະພາບທີ່ຍືນຍົງ

ທິດສະດີນີ້ຊີ້ໃຫ້ເຫັນວ່າ ໝູ່ທີ່ດີບໍ່ຈໍາເປັນຕ້ອງມີທັງໝົດ 7 ປະເພດ, ແຕ່ສິ່ງທີ່ສໍາຄັນແມ່ນຄຸນະພາບຂອງມິດຕະພາບທີ່ພວກເຮົາມີຕໍ່ກັນ.

  • ມິດຕະພາບ​ທີ່​ດີ​ຄວນ​ເປັນ​ທີ່​ເພິ່ງ​ພາ​ອາ​ໄສເຊິ່ງກັນແລະກັນໄດ້: ໃຫ້ ແລະ ໄດ້ຮັບເທົ່າທຽມກັນ, ສະຫນັບສະໜູນ ແລະ ຢູ່ຄຽງຂ້າງກັນຢູ່ສະເໝີ, ມີຄວາມຊື່ສັດ ແລະ ຈິງໃຈຕໍ່ກັນ
  • ການ​ສື່​ສານ​ປະ​ສິດ​ທິ​ພາບ​: ເປີດໃຈລົມກັນ, ຮັບຟັງຢ່າງຕັ້ງໃຈ, ເຂົ້າໃຈ ແລະ ເຫັນອົກເຫັນໃຈເຊິ່ງກັນແລະກັນ
  • ຄວາມເຄົາລົບເຊິ່ງກັນແລະກັນ: ຍອມຮັບຄວາມແຕກຕ່າງ, ໃຫ້ກຽດ ແລະ ໃຫ້ອະໄພເມື່ອມີຄວາມຜິດພາດເກີດຂຶ້ນ.

ການມີມິດຕະພາບທີ່ດີ ປຽບສະເໝືອນການມີຊັບສົມບັດອັນລ້ຳຄ່າ. ຊ່ວຍເຮັດໃຫ້ຊີວິດມີຄວາມສຸກ, ສົມບູນແບບ ແລະ ເຕີມເຕັມກັນແລະກັນ.

ລອງສຳຫຼວດຕົວເອງເບິ່ງ. ເຮົາມີໝູ່ແບບໃດ? ແລະ ໝູ່ປະເພດໃດທີ່ຍັງຂາດ?

ຢ່າລໍຖ້າ, ອອກໄປສ້າງມິດຕະພາບທີ່ດີກັບຄົນອ້ອມຂ້າງ, ເພາະມິດຕະພາບທີ່ດີ ຈະນໍາພາເຮົາໄປສູ່ຄວາມສຸກທີ່ແທ້ຈິງ.

ທີ່ມາ:

facebook

verywellmind

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/