Google ລົງທຶນ 2 ຕື້ໂດລາໃນມາເລເຊຍເພື່ອສ້າງສູນຂໍ້ມູນແຫ່ງທໍາອິດ ແລະ ຂະຫຍາຍ Google Cloud ໃນພາກພື້ນ


Google ໄດ້ປະ​ກາດ​​ລົງ​ທຶນ 2 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ມາ​ເລ​ເຊຍ, ລວມ​ທັງ​ການ​ສ້າງ​ສູນ​ຂໍ້​ມູນ​ແຫ່ງ​ທໍາ​ອິດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອຂະຫຍາຍການບໍລິການ Google Cloud ໃນພາກພື້ນ.

Ruth Porat, CFO ຂອງ Alphabet Inc., ບໍລິສັດແມ່ຂອງ Google ກ່າວວ່າ ການລົງທຶນໃນຄັ້ງນີ້ແມ່ນການລົງທຶນທີ່ໃຫຍ່ທີ່ສຸດຂອງ Google ໃນອາຊີຕາເວັນອອກສຽງໃຕ້. ໂດຍເກີດຂຶ້ນຈາກການຮ່ວມມືກັບລັດຖະບານມາເລເຊຍເພື່ອສົ່ງເສີມນະໂຍບາຍ Cloud First ແລະ ຍົກສູງມາດຕະຖານຄວາມປອດໄພທາງອິນເຕີເນັດ.

ການລົງທຶນໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງແຜນການຂະຫຍາຍທີ່ໄດ້ວາງແຜນມາແລ້ວຂອງ Google ໃນອາຊີຕາເວັນອອກສຽງໃຕ້. ໃນສອງສາມເດືອນທີ່ຜ່ານມາ, ບໍລິສັດໄດ້ປະກາດແຜນການລົງທຶນຫຼາຍຕື້ໂດລາໃນພາກພື້ນ ໂດຍສຸມໃສ່ໂອກາດການໃນຂະຫຍາຍຕົວໃໝ່ໆ.

ໃນຂະນະດຽວກັນ, ບໍລິສັດຄູ່ແຂ່ງຄື Microsoft ກໍໄດ້ປະກາດແຜນການລົງທຶນ 2.2 ຕື້ໂດລາສະຫະລັດໃນມາເລເຊຍເຊັ່ນດຽວກັນໃນປະເທດໄທ ແລະ ອິນໂດເນເຊຍ, ສະທ້ອນໃຫ້ເຫັນເຖິງການແຂ່ງຂັນທີ່ດຸເດືອດລະຫວ່າງຍັກໃຫຍ່ເຕັກໂນໂລຊີເຫຼົ່ານີ້ສໍາລັບການເປັນຜູ້ນໍາໃນຕະຫຼາດ Cloud Computing  ແລະ ຕະຫຼາດ AI ໃນພາກພື້ນ.

ນອກເຫນືອຈາກການລົງທຶນໃນໂຄງສ້າງພື້ນຖານດ້ານເຕັກໂນໂລຊີແລ້ວ, Google ມຸ່ງໝັ້ນທີ່ຈະສົ່ງເສີມທັກສະດ້ານ AI ໃນປະເທດມາເລເຊຍ, ໂດຍເຮັດວຽກຮ່ວມກັບລັດຖະບານເພື່ອພັດທະນາໂຄງການການເຝິກອົບຮົມ ແລະ ການສຶກສາ.

ການ​ລົງ​ທຶນ​ຂອງ Google ຄາດ​ວ່າ​ຈະ​ສົ່ງ​ຜົນ​ກະ​ທົບ​ທາງ​ເສດ​ຖະ​ກິດ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ມາ​ເລ​ເຊຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ Anwar Ibrahim ຄາດ​ການ​ວ່າ ການ​ລົງ​ທຶນ​ໃນຄັ້ງນີ້ຈະຊ່ວຍ​ເພີ່ມມູນຄ່າທາງດ້ານເສດຖະກິດ ​ 3.2 ຕື້​ໂດ​ລາ​ສະ​ຫະ​ລັດ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່ 26,500 ຕໍາ​ແໜ່ງ​ໃນ​ປີ 2030.

ທີ່ມາ:

bangkokpost

aljazeera

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/