ສະຫະພັນບານເຕະນານາຊາດ ຫຼື FIFA ໄດ້ປະກາດ ແລະ ຮັບຮອງເອົາກຳມະການຕັດສິນ FIFA ຂອງ ສະຫະພັນບານເຕະແຫ່ງຊາດລາວປະຈຳປີ 2023 ໂດຍປະກອບໄປດ້ວຍ ກໍາມະການຕັດສິນ 4 ທ່ານ, ຜູ້ຊ່ວຍກໍາມະການຕັດສິນ 6 ທ່ານ ແລະ ກຳມະການຕັດສິນຟຸດຊໍ 1 ທ່ານ ລວມທັງໝົດ 11 ທ່ານ.

ໂດຍໃນແຕ່ລະປະເພດປະກອບມີດັ່ງນີ້:
# ກຳມະການຕັດສິນປະກອບມີ 4 ທ່ານ ຍິງ 1 ທ່ານ
1. ທ່ານ ໄຊປະເສີດ ພົງຊະນິດ
2. ທ່ານ ສວຍ ວົງຄໍາ
3. ທ່ານ ຄໍາສິງ ໄຊຍະວົງສີ
4. ທ່ານ ນາງ ແກ້ວມະນີ ເພັງເມືອງຄູນ
# ຜູ້ຊ່ວຍກຳມະການຕັດສິນ 6 ທ່ານ ຍິງ 1 ທ່ານ
1.ທ່ານ ພອນສຸກສິນ ເຕໂຊ
2.ທ່ານ ກິຫລ້າ ລາດຊະວົງ
3.ທ່ານ ບຸນພັນ ສີສຸວັນ
4.ທ່ານ ບຸນອູ້ມ ລາດຊະວົງ
5.ທ່ານ ບຸນເຊີນ ໜອນອາລັກ
6.ທ່ານ ນາງ ພຸດສະຫວັນ ຈັນທະວົງ
# ກຳມະການຕັດສິນຟຸດຊໍ 1 ທ່ານ
1.ທ່ານ ຄໍາປະສົງ ໄຊຍະວົງສີ

ຢ່າງໃດກໍຕາມການປະກາດຄັ້ງນີ້ ເປັນພຽງການຮອງຮັບ ແລະ ຮັບຮູ້ຈາກທາງ ສະຫະພັນບານເຕະນານາຊາດ ຫຼື FIFA ວ່າຕັດສິນໃນສະຫະພັນບານເຕະແຫ່ງຊາດລາວປະຈໍາປີ 2023 ເທົ່ານັ້ນ ຍັງບໍ່ໄດ້ໝາຍຄວາມວ່າ ຜູ້ຕັດສິນຈາກ ສປປ ລາວ ຈໍານວນດັ່ງກ່າວຈະໄດ້ໄປຕັດສິນໃນການແຂ່ງຂັນໃຫຍ່ໆ ທີ່ທາງ FIFA ຈະຈັດຂຶ້ນ ແຕ່ຢ່າງໃດ.
ຂອບໃຈຂໍ້ມູນຈາກ:
2023-FIFA-Refereeing-International-Lists.pdf
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/