FIFA ປ່ຽນກົດການ ລໍ້າໜ້າ ແບບໃໝ່ ທີ່ຕ້ອງໃຫ້ຝ່າຍບຸກຕ້ອງ “ລໍ້າໝົດຕົວ” ເພີ່ມໂອກາດໃນການເຮັດປະຕູຂອງຝ່າຍບຸກຫຼາຍຂຶ້ນ


ນັບຕັ້ງແຕ່ມີເທັກໂນໂລຢີ VAR ຫຼື ວິດີຊ່ວຍການຕັດສິນ ກໍເບິ່ງຄືວ່າ ການເຮັດປະຕູຂອງຝ່າຍບຸກຈະຍາກຂຶ້ນ ເພາະມັກຈະຖືກຈັບລໍ້າໜ້າ ຈາກພຽງປາຍຕີນ ຫຼື ລໍ້າພຽງປາຍບ່າ. ແຕ່ຫຼ້າສຸດ FIFA ໄດ້ປ່ຽນກົດການ ລໍ້າໜ້າ ແບບໃໝ່ ໂດຍທີ່ຕ້ອງໃຫ້ຝ່າຍບຸກຕ້ອງ “ລໍ້າໝົດຕົວ” ຈຶ່ງຈະຖືວ່າເປັນການລໍ້າໜ້າ ຫຼື Offside ເພີ່ມໂອກາດໃນການເຮັດປະຕູຂອງຝ່າຍບຸກຫຼາຍຂຶ້ນ.

ໃນໄລຍະກ່ອນໜ້ານີ້ ການທີ່ຝ່າຍບຸກຈະລໍ້າໜ້ານັ້ນ ແມ່ນນັບຕັ້ງແຕ່ມີອະໄວຍະວະສ່ວນໃດສ່ວນໜຶ່ງຂອງຝ່າຍບຸກ ຢູ່ກາຍອະໄວຍະວະສຸດທ້າຍຂອງຝ່າຍຮັບ ເຊັ່ນ: ປາຍບ່າ, ປາຍເຂົ່າ, ປາຍຕີນ ແມ່ນຈະຖືວ່າລໍ້າໜ້າ. ແຕ່ກົດການລໍ້າໜ້າແບບໃໝ່ນີ້ ແມ່ນຝ່າຍບຸກຕ້ອງຢູ່ກາຍຈາກຝ່າຍຮັບທຸກສ່ວນຈຶ່ງຈະຖືວ່າລໍ້າໜ້າ ເຊິ່ງຖ້າຫາກລໍ້າພຽງ ປາຍບ່າ, ປາຍເຂົ່າ, ປາຍຕີນ ແມ່ນຈະບໍ່ຖືວ່າລໍ້າໜ້າ.

ໂດຍກົດການລໍ້າໜ້າໃໝ່ນີ້ ມີຈຸດປະສົງເພື່ອເອື້ອຍອຳນວຍໃຫ້ບັນດາສະໂມສອນຕ່າງໆ ພາກັນຫຼິ້ນເກມບຸກຫຼາຍຂຶ້ນ. ເຊິ່ງກົດການລໍ້າໜ້າແບບໃໝ່ນີ້ ຖືກຊຸກຍູ້ໂດຍ ອາເຊນເວັນເກີ ອະດີດຄູເຝິກທີມດັງຢ່າງ ອາເຊນອລ ທີ່ປັດຈຸບັນ ຮັບຕຳແໜ່ງ ຫົວໜ້າຝ່າຍພັດທະນາເຕັກນິກການກິລາຂອງ FIFA ທີ່ຕ້ອງການເຫັນການແຂ່ງຂັນກິລາບານເຕະ ທີ່ໜ້າປະທັບໃຈ, ຕື່ນເຕັ້ນ ແລະ ວ່ອງໄວຂຶ້ນ ບໍ່ຕ້ອງມາເສຍເວລາກັບການມາລຸ້ນວ່າ ຈັງຫວະນີ້ ຈະລໍ້າໜ້າ ຫຼື ບໍ່ລໍ້າໜ້າ ຄືທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ກ່ຽວກັບກົດການລໍ້າໜ້າແບບໃໝ່ນີ້ຫຼາຍຝ່າຍກໍເບິ່ງວ່າ ມັນອາດຈະເຮັດໃຫ້ ສົມດຸນຂອງກິລາບານເຕະ ລະຫວ່າງຝ່າຍບຸກ ກັບຝ່າຍຮັບ ສູນເສຍໄປກໍໄດ້ ເນື່ອຈາກວ່າພໍມີການເຮັດປະຕູກັນຫຼາຍຂຶ້ນ ແຕກຕ່າງຈາກແຕ່ກ່ອນທີ່ກວ່າຈະເຮັດປະຕູກັນໄດ້ແມ່ນເລື່ອງຍາກຫຼາຍ.

ຂອບໃຈຂໍ້ມູນຈາກ: mirror, footballlondon

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/