FIFA ປະກາດຮອງຮັບເອົາຜູ້ຕັດສິນຈາກ ສປປ ລາວ ຈຳນວນ 11 ທ່ານ ໃຫ້ເປັນຜູ້ຕັດສິນລະດັບ FIFA ຢ່າງເປັນທາງການ ປະຈໍາປີ 2023

FIFA ປະກາດຮອງຮັບ

ສະຫະພັນບານເຕະນານາຊາດ ຫຼື FIFA ໄດ້ປະກາດ ແລະ ຮັບຮອງເອົາກຳມະການຕັດສິນ FIFA ຂອງ ສະຫະພັນບານເຕະແຫ່ງຊາດລາວປະຈຳປີ 2023 ໂດຍປະກອບໄປດ້ວຍ ກໍາມະການຕັດສິນ 4 ທ່ານ, ຜູ້ຊ່ວຍກໍາມະການຕັດສິນ 6 ທ່ານ ແລະ ກຳມະການຕັດສິນຟຸດຊໍ 1 ທ່ານ ລວມທັງໝົດ 11 ທ່ານ.

FIFA ປະກາດຮອງຮັບ

ໂດຍໃນແຕ່ລະປະເພດປະກອບມີດັ່ງນີ້:

# ກຳມະການຕັດສິນປະກອບມີ 4 ທ່ານ ຍິງ 1 ທ່ານ

1. ທ່ານ ໄຊປະເສີດ ພົງຊະນິດ

2. ທ່ານ ສວຍ ວົງຄໍາ

3. ທ່ານ ຄໍາສິງ ໄຊຍະວົງສີ

4. ທ່ານ ນາງ ແກ້ວມະນີ ເພັງເມືອງຄູນ

# ຜູ້ຊ່ວຍກຳມະການຕັດສິນ 6 ທ່ານ ຍິງ 1 ທ່ານ

1.ທ່ານ ພອນສຸກສິນ ເຕໂຊ

2.ທ່ານ ກິຫລ້າ ລາດຊະວົງ

3.ທ່ານ ບຸນພັນ ສີສຸວັນ

4.ທ່ານ ບຸນອູ້ມ ລາດຊະວົງ

5.ທ່ານ ບຸນເຊີນ ໜອນອາລັກ

6.ທ່ານ ນາງ ພຸດສະຫວັນ ຈັນທະວົງ

# ກຳມະການຕັດສິນຟຸດຊໍ 1 ທ່ານ

1.ທ່ານ ຄໍາປະສົງ ໄຊຍະວົງສີ  

FIFA ປະກາດຮອງຮັບ

ຢ່າງໃດກໍຕາມການປະກາດຄັ້ງນີ້ ເປັນພຽງການຮອງຮັບ ແລະ ຮັບຮູ້ຈາກທາງ ສະຫະພັນບານເຕະນານາຊາດ ຫຼື FIFA ວ່າຕັດສິນໃນສະຫະພັນບານເຕະແຫ່ງຊາດລາວປະຈໍາປີ 2023  ເທົ່ານັ້ນ ຍັງບໍ່ໄດ້ໝາຍຄວາມວ່າ ຜູ້ຕັດສິນຈາກ ສປປ ລາວ ຈໍານວນດັ່ງກ່າວຈະໄດ້ໄປຕັດສິນໃນການແຂ່ງຂັນໃຫຍ່ໆ ທີ່ທາງ FIFA ຈະຈັດຂຶ້ນ ແຕ່ຢ່າງໃດ.

ຂອບໃຈຂໍ້ມູນຈາກ:

https://bit.ly/3GJog57

2023-FIFA-Refereeing-International-Lists.pdf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/