ຮ່ວມສົ່ງກຳລັງໃຈໃຫ້ ທ້າວ ເທພາລັກ ໄຂຄຳພິທູນ ນັກກິລາ ເຈັສກີ ລາວ ໃນການແຂ່ງຂັນ ເຈັສກີຊິງແຊ້ມໂລກ 2022 ທີ່ປະເທດໄທ

ຮ່ວມສົ່ງກຳລັງໃຈໃຫ້-ທ້າວເທພາລັກ

ຮ່ວມສົ່ງແຮງໃຈໃຫ້ກັບ ທ້າວ ເທພາລັກ ໄຂຄຳພິທູນ ນັກກິລາ ເຈັສກີ ລາວ ໃນການເດີນທາງໄປແຂ່ງຂັນເຈັສກີ ຊິງແຊ້ມໂລກ 2022 ຫຼື  JET SKI WORLD CUP GRAND PRIX 2022 ທີ່ມີ 30 ກວ່າປະເທດເຂົ້າຮ່ວມ ທີ່ພັດທະຍາ ປະເທດໄທ ໃນວັນທີ 14-18 ທັນວາ 2022 ນີ້.

ຮ່ວມສົ່ງກຳລັງໃຈໃຫ້-ທ້າວເທພາລັກ

ໂດຍ ເທພາລັກ ໄຂຄຳພິທູນ ມີຄິວລົງແຂ່ງ ໃນວັນທີ 14-15 ທັນວານີ້ ໃນຮຸ່ນ Novice Runabout Stock. ເທພາລັກ ໄຂຄໍາພິທູນ ໃຫ້ສໍາພາດກັບທີມງານ Lao X ກ່ຽວກັບຄວາມພ້ອມ ແລະ ຄວາມໝັ້ນໃຈໃນການແຂ່ງຂັນຄັ້ງນີ້ ວ່າ: “ຂ້າພະເຈົ້າມີຄວາມຕັ້ງໃຈຫຼາຍ ມີຄວາມພ້ອມຢ່າງເຕັມທີ່ ໂດຍໄດ້ເກັບຕົວເຝິກຊ້ອມຢ່າງໜັກ ມາເປັນໄລຍະໜຶ່ງແລ້ວ ແລະ ມີຄວາມໝັ້ນໃຈຫຼາຍໃນລາຍການນີ້. ຂ້າພະເຈົ້າຈະເຮັດໜ້າທີ່ຕົວແທນນັກກິລາລາວໃຫ້ດີທີ່ສຸດ ສຸດຄວາມສາມາດຂອງຂ້າພະເຈົ້າ”.

ຮ່ວມສົ່ງກຳລັງໃຈໃຫ້-ທ້າວເທພາລັກ

ກ່ອນໜ້ານີ້ ທ້າວ ເທພາລັກ ໄຂຄຳພິທູນ ໄດ້ສ້າງປະຫວັດສາດໃຫ້ກັບວົງການ ເຈັສກີ ລາວມາແລ້ວ ໂດຍການຄວ້າອັນດັບ 3 ປະເພດເຮືອ AMATEUR RUNABOUT STOCK ຮຸ່ນ 1.100 ແຮງມ້າ ໃນການແຂ່ງຂັນ ເຈັສກີ ຊິງແຊ້ມໂລກ ຫຼື Jet Ski World Cup Thailand 2017.

ຮ່ວມສົ່ງກຳລັງໃຈໃຫ້-ທ້າວເທພາລັກ

    ຕິດຕາມຜົນງານ ແລະ ການແຂ່ງຂັນໄດ້ທີ່: https://bit.ly/3iWx5yU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/