TikTok ໄດ້ຈັດຕັ້ງລະບົບຊ່ວຍເຫຼືອ ເມື່ອຜູ້ໃຊ້ຄົ້ນຫາເນື້ອໃນ ທີ່ກ່ຽວຂ້ອງກັບການຂ້າຕົວຕາຍ


ແອັບຕິກຕັອກ (TikTok) ເປັນແອັບທີ່ໄດ້ຮັບຄວາມນິຍົມກັນທົ່ວໂລກ ແລະ ທຸກກຸ່ມອາຍຸຂອງຜູ້ໃຊ້. ເນື້ອໃນຂອງແອັບດັ່ງກ່າວເອງກໍຫຼາກຫຼາຍບໍ່ວ່າຈະເປັນຄວາມບັນເທີງ, ຄວາມຮູ້, ສິ່ງລີ້ລັບ ແລະ ອື່ນໆ. ທາງແອັບຕິກຕັອກ ໄດ້ຄຳນຶງເຖິງການມີຜູ້ໃຊ້ງານທີ່ກຳລັງຕໍ່ສູ້ກັບບັນຫາທາງສຸຂະພາບຈິດ ຈຶ້ງໄດ້ຈັດຕັ້ງລະບົບຂຶ້ນມາເພື່ອຊ່ວຍເຫຼືອຮັບຟັງພວກເຂົາ.

ເນື່ອງຈາກຜູ້ທີ່ມີບັນຫາທາງສຸຂະພາບຈິດ ຈະມີບາງເທື່ອທີ່ຮູ້ສຶກອ່ອນໄຫວ ແລະ ອັດຕາການຢາກທຳຮ້າຍຕົນເອງໄປຈົນຮອດຂ້າຕົວຕາຍນັ້ນສູງ. ເມື່ອພວກເຂົາເຂົ້າຊອກຫາເນື້ອໃນທີ່ກ່ຽວກັບຄຳວ່າ Suicide ຫຼືວ່າຂ້າຕົວຕາຍ, ພວກເຂົາຈະເຫັນໜ້າການໃຊ້ງານຖືກປັບປ່ຽນເປັນເບີໂທຂອງທີມງານພ້ອມຊື່ທີ່ສາມາດໂທລົມໄດ້ແທນ.

ການໃຊ້ງານດັ່ງກ່າວ ແມ່ນສືບເນື່ອງຈາກການວິໄຈທີ່ພົບວ່າ ໄວໜຸ່ມຫຼາຍຄົນໄດ້ພົບກັບຄວາມກົດດັນໃນການນຳໃຊ້ໂຊຊຽວມີເດຍເຊັ່ນ: ການກະຈາຍຂໍ້ມູນທີ່ມີແຕ່ດ້ານລົບ, ບໍ່ມີຄວາມໝັ້ນໃຈໃນຕົນເອງ, ໂຣກຊຶມເສົ້າ ແລະ ຄວາມໝົດຫວັງ. ຕິກຕັອກໄດ້ມີການພິຈາລະນາຢ່າງລະອຽດຕໍ່ເນື້ອຫາດ້ານລົບນີ້ ພົບວ່າມັນສົ່ງຜົນກະທົບຂອງສຸຂະພາບຈິດຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນກັບໄວໜຸ່ມ.

ລະບົບໃໝ່ນີ້ໄດ້ຖືກກຳນົດວ່າຈະເປີດຕົວທົ່ວໂລກໃນອີກບໍ່ເທົ່າໃດເດືອນ ໂດຍຈະຮອງຮັບການແນະນຳຕໍ່ໂຣກພຶດຕິກຳການກິນ ແລະ ຕໍ່ສາຍຫາຜູ້ໃຊ້ແອັບ ໃຫ້ໄດ້ຮັບການຊ່ວຍເຫຼືອຈາກທີມງານໃນພື້ນທີ່ນັ້ນໆ ເມື່ອພວກເຂົາຊອກຫາເນື້ອຫາທີ່ກ່ຽວກັບການຂ້າຕົວຕາຍ.

ທີມງານຕິກຕັອກໄດ້ປະກາດວ່າຕົນເອງໄດ້ໃຫ້ຄວາມໃສ່ໃຈເຖິງຄວາມຫຍຸ້ງຍາກ ແລະ ສັບສົນຕໍ່ກຸ່ມໄວໜຸ່ມ “ພວກເຮົາໃສ່ໃຈຕໍ່ຊຸມຊົນຂອງພວກເຮົາ ແລະ ຕ້ອງການຊອກຫາແນວທາງໃໝ່ເພື່ອປັບຕົວເຂົ້າກັບຄວາມເປັນມາຂອງຜູ້ໃຊ້”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/