ຮູບແຕ້ມທີ່ບໍ່ເຄີຍຖືກເປີດສະແດງຂອງ Van Gogh ໄດ້ຖືກປະມູນໄປໃນລາຄາ 13 ລ້ານຢູໂຣ


ໃນວັນພະຫັດທີ່ຜ່ານມານີ້, ໜຶ່ງໃນຮູບແຕ້ມທີ່ບໍ່ເຄີຍໄດ້ເປີດສະແດງຕໍ່ສາທາລະນະກວ່າ 100 ປີຂອງສິລະປິນດັດຊ (Dutch)  Vincent Van Gogh ໄດ້ຖືກປະມູນໄປດ້ວຍລາຄາ 13.9 ລ້ານຢູໂຣທີ່ປະເທດຝຣັ່ງ.

Vincent Van Gogh ເປັນສິລະປິນ Expressionism ຈາກປະເທດຮອລແລນ (Holland), ເກີດເມື່ອ30 ມີນາ ປິ 1853 – 29 ກໍລະກົດ ປິ 1890. ໃນສະໄໝນັ້ນ, ຮູບແຕ້ມຂອງແວນໂກະຖືວ່າເປັນຮູບແຕ້ມສະໄໝໃໝ່ທີ່ຄົນສ່ວນໃຫຍ່ບໍ່ເປີດໃຈຍອມຮັບ. ແຕ່ເມື່ອມາຮອດປັດຈຸບັນ, ມັນໄດ້ກາຍເປັນເຄື່ອງໝາຍແຮງບັນດານໃຈໃຫ້ແກ່ສິລະປິນໜ້າໃໝ່ໄດ້ກ້າວໜ້າຂຶ້ນໄປສູ່ສິ່ງທີ່ຫຼາກຫຼາຍ.

ໜຶ່ງໃນຜົນງານທີ່ດັງທີ່ສຸດໄດ້ແກ່ Starry Night ຈາກປີ 1889 ເລົ່າເຖິງມຸມມອງຂອງແວນໂກະທີ່ເບິ່ງທ້ອງຟ້າໃນຍາມກາງຄືນຈາກປ່ອງຢ້ຽມຂອງຫ້ອງພັກຜູ້ປ່ວຍສຸຂະພາບຈິດທີ່ຕົນເອງໄດ້ຖືກຂັງດ່ຽວ. ລາວໄດ້ຜະລິດຮູບແຕ້ມ ແລະ ຮູບທີ່ຮ່າງໄວ້ກວ່າ 2000 ຮູບ. ເນື່ອງຈາກຄວາມນິຍົມຮູບແຕ້ມຂອງຄົນສະໄໝກ່ອນ ບວກກັບຜົນກະທົບຈາກສົງຄາມໂລກ ມີຫຼາຍຜົນງານທີ່ຖືກທຳລາຍ ແລະ ບາງອັນກໍຍັງຄົງສູນຫາຍ.

ຮູບແຕ້ມຖະໜົນປາຣີສ ຫຼືຊື່ Scène de rue à Montmartre (Impasse des deux frères et le Moulin à Poivre) ເປັນໜຶ່ງໃນຜົນງານທີ່ສູນຫາຍ ແລະ ຖືກຈັດເກັບໄວ້ໃນເຮືອນຂອງຕະກູນຮັ່ງມີໃນປະເທດຝຣັ່ງເປັນເວລາກວ່າໜຶ່ງສະຕະວັດ ຕັ້ງແຕ່ປີ 1887, ພວກເຂົາເປັນຜູ້ທີ່ເຄີຍຊື້ຜົນງານກ່ອນໜ້ານີ້ຂອງແວນໂກະເມື່ອປີ 1920. ໂດຍທີ່ຮູບແຕ້ມດັ່ງກ່າວນີ້ໄດ້ຖືກແຕ້ມໃນປີດຽວກັນທີ່ຖືກຂາຍ, ພວກເຂົາເຊື່ອວ່າມັນເປັນ 3 ປີ ກ່ອນທີ່ແວນໂກະຈະຂ້າຕົວຕາຍ.

Sotheby’s ບໍລິສັດປະມູນຜົນງານສິລະປະທີ່ປາຣີສ, ປະເທດຝຣັ່ງໄດ້ເປີດງານປະມູນຮຸບດັ່ງກ່າວຜ່ານອອນລາຍໂດຍປະເມີນລາຄາປະມານ 5–8 ລ້ານຢູໂຣ. ທັນທີທີ່ໄດ້ເປີດພິທີ ກໍໄດ້ມີການແຂ່ງຂັນວາງເງິນສະເໜີສູງເຖິງ 16 ລ້ານຢູໂຣ ແຕ່ກໍເກີດເຫດຂັດຂ້ອງຈຶ່ງຈຳເປັນຕ້ອງເປີດປະມູນໃໝ່ອີກຄັ້ງ. ສຸດທ້າຍກໍຈົບລົງດ້ວຍເງິນ 13 ລ້ານຢູໂຣ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/