ໃສ່ຫຼາຍແຊບຫຼາຍ ແປ້ງນົວບໍ່ດີຕໍ່ສຸຂະພາບແທ້ບໍ?


ແປ້ງນົວ ຫຼື MSG (Monosodium Glutamate) ເປັນເຄື່ອງປຸງທີ່ຊ່ວຍເພີ່ມຣົດຊາດອາຫານໃຫ້ແຊບຂຶ້ນ ໃສ່ຫຼາຍກໍແຊບຫຼາຍ, ແຕ່ວ່າ ມັນດີຕໍ່ສຸຂະພາບເຮົາຫຼືບໍ່?

MSG ເປັນການຮວມຕົວຂອງໂມເລກຸນສອງສ່ວນຄື: Sodium (Na) ເປັນທາດທີ່ພົບເຫັນໄດ້ໃນອາຫານທົ່ວໄປ ເຊິ່ງມັນຊ່ວຍຄວບຄຸມຄວາມສົມດຸນຂອງແຫຼວໃນຮ່າງກາຍ ແລະ Glutamate ແມ່ນກົດອະມີໂນທີ່ສາມາດພົບໂດຍທຳມະຊາດໄດ້ໃນຮ່າງກາຍ, ອາຫານເຊັ່ນ: ໝາກເລັ່ນ, ຊີສ, ນົມ…

ໃນປີ 1908 ທີ່ປະເທດຍີ່ປຸ່ນ, ມີນັກຊີວະເຄມີຜູ້ໜຶ່ງຊື່ວ່າ ອິເກດະ ກິກຸນາເອະ (Ikeda Kikunae) ພະຍາຍາມຄັດແຍກຣົດຊາດນົວທີ່ລາວຕັ້ງຊື່ວ່າ ອຸມາມິ (UMAMI) ອອກຈາກສາຫຼ່າຍຄົມບຸ (Kombu) ທີ່ຖືກໃຊ້ໃນແກງສະໄຕລຍີ່ປຸ່ນ. ການສ້າງຣົດຊາດນົວ ເກີດຈາກການຄົວ ຫຼື ໝັກອາຫານໃດໜຶ່ງໂດຍລະລາຍໂປຣຕີນຂອງມັນ ຈາກນັ້ນກົດອາມີໂນ ຫຼື Glutamate ກໍຈະຖືກປ່ອຍອອກມາ. ເຊິ່ງນັກວິທະຍາສາດຜູ້ນີ້ໄດ້ດຶງເອົາຣົດຊາດນົວນີ້ອອກມາກາຍເປັນໜຶ່ງໃນ 5 ລົດຊາດຫຼັກຂອງວິທະຍາສາດອາຫານຄື: ຫວານ, ສົ້ມ, ຂົມ, ເຄັມ ແລະ ນົວ.

ໃນຊຸມປີ 1930, ແປ້ງນົວກໍໄດ້ເປັນໜຶ່ງໃນເຄື່ອງປຸງຫຼັກຂອງທົ່ວເອເຊຍ ແລະ ກ້າວເຂົ້າສູ່ກຸ່ມປະເທດຕາເວັນຕົກໃນກາງສະຕະວັດທີ 20 ທຸກຄົນຕ່າງກໍມັກແປ້ງນົວ ຈົນໄປຮອດການໂຄສະນາແປ້ງນົວທົ່ວໂລກ.

ເບິ່ງຊົງແລ້ວແປ້ງນົວກໍໄດ້ຮັບຄວາມນິຍົມເປັນທີ່ຫຼວງຫຼາຍ, ແລ້ວທຸກຄົນທົ່ວໂລກເບິ່ງວ່າແປ້ງນົວບໍ່ດີໄດ້ແນວໃດ? ໃນປີ 1968, Dr. Robert Kwok ໄດ້ໄປກິນເຂົ້າທີ່ຮ້ານອາຫານຈີນແຫ່ງໜຶ່ງ ແຕ່ຫຼັງຈາກນັ້ນລາວກໍຮູ້ສຶກເປັນໄຂ້. ຈຶ່ງໄດ້ຂຽນຈົດໝາຍອະທິບາຍອາການຂອງຕົນຢ່າງລະອຽດໃຫ້ສື່ທາງການແພດທີ່ໂດ່ງດັງສື່ໜຶ່ງ ໂດຍຕັ້ງຂໍ້ສັນນິຖານວ່າອາການປ່ວຍນີ້ແມ່ນເກີດຈາກການກິນແປ້ງນົວຫຼືບໍ່. ພາຍຫຼັງທີ່ບົດຄວາມນີ້ໄດ້ຖືກປະກາດລົງ ກໍໄດ້ສ້າງການຕໍ່ຕ້ານຂຶ້ນໄປທົ່ວໂລກ ບໍ່ວ່າຈະເປັນການແຕກຕື່ນ, ການວິໄຈທີ່ລຳອຽງ ແລະ ສື່ທີ່ລົງຂ່າວເກີນຈິງຕໍ່ຜົນຂ້າງຄຽງຂອງການກິນແປ້ງນົວ ມີຕັ້ງແຕ່ວິນຫົວໄປຮອດການເຕັ້ນຜິດຈັງຫວະຂອງຫົວໃຈ.

ໃນອີກແງ່ໜຶ່ງ ການຢ້ານຕໍ່ແປ້ງນົວກໍແມ່ນຕົ້ນເຫດຂອງການແບ່ງແຍກເຊື້ອຊາດໃນສະໄໝນັ້ນໃນສະຫະລັດອາເມຣິກາ. ເນື່ອງຈາກມີຄົນຈີນຢ່າງຫຼວງຫຼາຍທີ່ອົບພະຍົບມາເປີດຮ້ານອາຫານ, ໂດຍພະຍາຍາມສື່ວ່າອາຫານຈາກພວກເຂົານັ້ນບໍ່ປອດໄພ ແລະ ບໍ່ຖືກຫຼັກອະນາໄມ.

ປັດຈຸບັນກໍໄດ້ມີການວິໄຈຕໍ່ແປ້ງນົວຢ່າງເລິກເຊິ່ງ. ອົງການ FDA (Food Drugs and Administration) ໄດ້ປະກາດວ່າແປ້ງນົວນັ້ນຖືກນັບວ່າປອດໄພໃນການບໍລິໂພກໂດຍທົ່ວໄປ (Generally Recognized as Safe) ແບບດຽວກັບທີ່ກຳນົດຕໍ່ນ້ຳຕານ ແລະ Baking Soda. ພວກເຂົາຍັງເສີມອີກວ່າຮ່າງກາຍຂອງເຮົາເຜົາຜານແປ້ງນົວ ຄືກັບທີ່ເຜົາຜານສານ Glutamate ໂດຍທຳມະຊາດ. ນັກວິທະຍາສາດໄດ້ມີການສຶກສາຕໍ່ຜູ້ທີ່ບອກວ່າຕົນເອງບໍ່ສາມາດຮັບແປ້ງນົວໄດ້, ຜົນກໍຄືພວກເຂົາບໍ່ພົບປະຕິກິລິຍາຫຍັງເມື່ອຮັບແປ້ງນົວໃນປະລິມານທີ່ໜ້ອຍບໍ່ເກີນ 3 ກຣາມ, ແຕ່ເມື່ອຮັບໃນປະລິມານທີ່ຫຼາຍເກີນນັ້ນກໍອາດຈະມີອາການວິນ ຫຼື ເຈັບຫົວ. 

ສະຫຼຸບແລ້ວແປ້ງນົວກໍຄືກັນກັບເຄື່ອງປຸງທົ່ວໄປ ແລະ ສາມາດບໍລິໂພກໄດ້ຢ່າງປອດໄພເມື່ອຖືກຈຳກັດໃນປະລິມານທີ່ພໍດີ. ສິ່ງໃດທີ່ຫຼາຍເກີນໄປກໍເປັນສິ່ງທີ່ເກີນຈະຮັບມືໄດ້ທັງນັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/