ອາເມຣິກາ ເລີ່ມຂະບວນການຜ່ານກົດໝາຍ ແບນ TikTok ດ້ວຍເຫດຜົນດ້ານຄວາມໝັ້ນຄົງ ສ່ຽງ ຜູ້ໃຊ້ iOS ທົ່ວໂລກ ຈະບໍ່ໄດ້ຫຼິ້ນ TikTok


ສະພາຜູ້ແທນ ແຫ່ງ ສະຫະລັດອາເມຣິກາ ຜ່ານຮ່າງກົດໝາຍ ແບນ TikTok ດ້ວຍຄະແນນໂຫວດຈາກ 2 ພັກໃຫຍ່ 352-65 ທີ່ອາດນໍາໄປສູ່ການແບນ TikTok ທົ່ວປະເທດສ່ຽງ ຜູ້ໃຊ້ iOS ທົ່ວໂລກ ຈະບໍ່ໄດ້ຫຼິ້ນ TikTok.

ພາຍໃຕ້ກົດໝາຍໃໝ່ນີ້ ບໍລິສັດ ByteDance ບໍລິສັດ ເຕັກໂນໂລຊີຍັກໃຫຍ່ຂອງຈີນ ຜູ້ເປັນເຈົ້າຂອງ TikTok ຈໍາຕ້ອງຂາຍຮຸ້ນ ຫຼື ປ່ຽນຜູ້ເປັນເຈົ້າຂອງ ແອັບນີ້ອອກພາຍໃນ 6 ເດືອນ. ຖ້າບໍ່ດັ່ງນັ້ນຈະຖືກແບນອອກຈາກ App Store ແລະ ແພັດຟອມ Web Hosting ອື່ນໆ ຂອງສະຫະລັດອາເມຣິກາ.

ການເຄື່ອນໄຫວດັ່ງກ່າວ ໃນສະພາຂອງສະຫະລັດແມ່ນປະຕິບັດຕາມຄວາມພະຍາຍາມທີ່ຜ່ານມາຂອງເຈົ້າໜ້າທີ່ອາເມຣິກາເພື່ອຈໍາກັດການເຂົ້າເຖິງແອັບນີ້ ໂດຍອ້າງເຖິງຄວາມສ່ຽງດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊາດ.

ບັນດາສະມາຊິກສະພາກ່າວວ່າ ByteDance, ເຈົ້າຂອງ TikTok, ມີການເຊື່ອມຕໍ່ກັບພັກຄອມມິວນິດຈີນ. ເຊິ່ງເປັນຂໍ້ກ່າວຫາທີ່ ByteDance ແລະ TikTok ປະຕິເສດ ມາຕະຫຼອດ.

ອະດີດປະທານາທິບໍດີ ໂດນັລ ທຮັມ ໄດ້ພະຍາຍາມແບນແອັບດັ່ງກ່າວມາແລ້ວ ໃນສະໄໝທີ່ນັ່ງຢູ່ໃນທຳນຽບຂາວ ເມື່ອປີ 2020 ແຕ່ບໍ່ປະສົບຜົນສຳເລັດ.

ແຕ່ໃນມື້ນີ້ ໂດນັລ ທຮັມ ຄູ່ທ້າຊິງຕຳແໜ່ງປະທານາທິບໍດີ ຄົນສຳຄັນ ຂອງ ໂຈ ໄບເດັນ ຫຼື ປະທານາທິບໍດີ ຄົນປັດຈຸບັນ, ໄດ້ວິພາກວິຈານຮ່າງກົດໝາຍໃໝ່ນີ້ ໂດຍມີຄຳເຫັນວ່າ ການທີ່ລັດຖະບານ ອາເມຣິກາແບນ TikTok ມັນສ້າງ ແລະ ເປັນປະໂຫຍດຕໍ່ Facebook ຢ່າງບໍ່ຍຸຕິທໍາ.

ຫຼາຍຄົນອາດຈະສົງໄສກ່ຽວກັບການເຄື່ອນໄຫວຂອງ ສະຫະລັດ ອາເມຣິກາ. ແຕ່ຄວາມເປັນຈິງຢ່າງໜຶ່ງແມ່ນ ລັດຖະບານຈີນໄດ້ມີການແບນ Facebook ແລະ Google ດ້ວຍເຫດຜົນເລື່ອງຄວາມປອດໄພ ມາເປັນຫຼາຍສິບປີ ແລ້ວເຊັ່ນກັນ.

https://www.bloomberg.com/news/articles/2024-03-13/us-house-passes-bill-that-would-force-tiktok-s-sale-or-ban-it?fbclid=IwAR1Qt7qzvndsKryHog95BEx001-DEv58DG1MDwzAAWN-oLhWfFLSo62Q78g

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/