Threads ແອັບຄູ່ແຂ່ງ Twitter ມາແຮງ ຄົນແຫ່ດາວໂຫຼດ ຈົນຂຶ້ນອັນດັບ 1 ໃນ App Store ພ້ອມດັນຮຸ້ນ Meta ຂຶ້ນທັນທີ +4%


ນັບໄດ້ວ່າກະແສຕອບຮັບດີ ກັບການເປີດຕົວແອັບພິເຄຊັນ Threads ສື່ສັງຄົມອອນລາຍ ຕົວໃໝ່ຂອງ Meta ທີ່ເປີດຕົວມາແຂ່ງກັບ Twitter ຫຼັງເປີດມາພຽງບໍ່ເທົ່າໃດຊົ່ວໂມງ ຄົນແຫ່ດາວໂຫຼດ ຈົນຂຶ້ນອັນດັບ 1 ໃນ App Store ພ້ອມດັນຮຸ້ນ Meta ຂຶ້ນທັນທີ +4%.

ໂດຍການເປີດຕົວດັ່ງກ່າວ ມີຂຶ້ນທ່າມກາງກະແສການທ້າຊົກກັນຂອງ 2 CEO ຢ່າງ ມາກ ຊັກເກີເບີກ ຜູ້ບໍລິຫານຂອງ Meta ແລະ ອີລອນ ຜູ້ບໍລິຫານຂອງ Twitter ທີ່ຕອນນີ້ກຳລັງຢູ່ໃນຂັ້ນຕອນການຫາເວທີຂຶ້ນຊົກຢູ່.

ປັດຈຸບັນ App ດັ່ງກ່າວໄດ້ເປີດໃຫ້ນຳໃຊ້ແລ້ວທັງໃນ App Store ແລະ Play Store ແລະ ໃຫ້ບໍລິການຫຼາຍກວ່າ 100 ປະເທດທົ່ວໂລກ ຍົກເວັ້ນໃນສະຫະພາບຢູໂຣບ ເຊິ່ງມີຍອດຜູ້ດາວໂຫຼດກວ່າ 2 ລ້ານຄົນ ພາຍໃນ 2 ຊົ່ວໂມງ ແລະ ຂຶ້ນເປັນອັນ1 ທັນທີ ສຳລັບແອັບໃນໝວດສື່ສັງຄົມອອນລາຍ ທີ່ສາມາດໂຫຼດໄດ້ຟຣີໃນ App Store.

ໂດຍແອັບ Threads ເປັນແອັບທີ່ສາມາດໃຊ້ ແລະ ເຊື່ອມຕໍ່ກັບຜູ້ທີ່ມີບັນຊີ Instagram ເທົ່ານັ້ນ ເປັນແອັບທີ່ຖືກເຮັດຂຶ້ນມາເພື່ອແຂ່ງກັບ Twitter ໂດຍສະເພາະ ເພາະມີຄວາມສາມາດ ແລະ ຟັງຊັນທີ່ຄ້າຍໆກັນ  ເຊັ່ນ: ເນັ້ນຕົວອັກສອນ ທີ່ສາມາດໂພສໄດ້ພຽງ 500 ຕົວອັກສອນ ທຽບກັບ Twitter ທີ່ສາມາດໂພສໄດ້ພຽງ 280 ຕົວອັກສອນ. ການຈຳກັດເວລາຂອງວິດີໂອທີ່ສູງສຸດໄດ້ພຽງ 5 ນາທີ ແລະ ສາມາດແຊຣ໌ໂພສຈາກ Threads ມາຫາ Instagram Stories ໄດ້ ແບບງ່າຍໆ.

ຢ່າງໃດກໍຕາມ Threads ບໍ່ທັນມີລະບົບ # Hashtag ເຊິ່ງເປັນລະບົບສຳຄັນຂອງ Twitter ທີ່ມີໄວ້ສຳລັບເບິ່ງກະແສໃນຕອນນັ້ນແບບສົດໆ ວ່າແມ່ນຫຍັງກຳລັງມາແຮງ ຫຼື ໄວ້ສຳລັບໂອ້ລົມໃນແຕ່ລະປະເດັນ.

ໂດຍ ແອັບດັ່ງກ່າວ ໄດ້ມີການພັດທະນາມາຫຼາຍປີແລ້ວ ແລະ ການທີ່ Threads ເລືອກທີ່ຈະເປີດຕົວໃນໄລຍະເວລານີ້ກໍ ອາດຈະເປັນຍ້ອນວ່າ Twitter ກຳລັງປະສົບບັນຫາຫຼັງປັບປ່ຽນນະໂຍບາຍຫຼາຍຢ່າງ ເຊັ່ນຈຳກັດການເບິ່ງເຫັນໃນໜຶ່ງມື້ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ກັບຜູ້ໃຊ້ຈຳນວນຫຼາຍ.

ປັດຈຸບັນ Instagram ມີຜູ້ໃຊ້ງານທັງໝົດ 2.350 ລ້ານຕໍ່ເດືອນ ຂະນະທີ່ Twitter ມີຜູ້ໃຊ້ງານ 450 ລ້ານບັນຊີ ຕໍ່ເດືອນ. ນັ້ນໝາຍຄວາມວ່າ ຖ້າຜູ້ໃຊ້ງານ Instagram ພຽງ 20% ລອງໄປໂຫຼດ Threads ມາແລ້ວລອງເຊື່ອມບັນຊີຫຼິ້ນເບິ່ງ Threads ກໍຈະມີຈຳນວນຜູ້ໃຊ້ງານຫຼາຍກວ່າ Twitter ແລ້ວ.

ຂອບໃຈຂໍ້ມູນຈາກ: Meta, cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/