Sponsor ເລືອກເອົາເດີ! ຜູ້ຫຼິ້ນ Kansas City Chief ຊ່ວຍໃຫ້ທີມໄດ້ແຊ້ມ Super Bowl ໂດຍການໃສ່ທັງເກີບ Nike ແລະ Adidas ລົງພ້ອມກັນ

Sponsor

ຈົບລົງໄປແບບສຸດມັນກັບການແຂ່ງຂັນ Super Bowl ຄັ້ງທີ 57 ທີ່ເປັນການພົບກັນລະຫວ່າງ Philadelphia Eagles ພົບກັບ Kansas City Chief ທີ່ເປີດເກມແລກກັນໄປແລກກັນມາແບບບໍ່ມີໃຜຍອມໃຜ ຈົນສຸດທ້າຍໄຊຊະນະຕົກເປັນຂອງ  Kansas City Chief ທີ່ເອົາຊະນະໄປ 38 ຕໍ່ 35 ຄະແນນ.

ໃນເກມນັດນີ້ ນອກຈາກການແຂ່ງຂັນທີ່ໜ້າຕື່ນຕາຕື່ນໃຈ ແລ້ວ ກໍຍັງມີອີກໜຶ່ງປະເດັນທີ່ກາຍເປັນທີ່ເວົ້າເຖິງ ນັ້ນກໍຄື ຮາຣິຊັນ ບັດເກີ້ (Harrison Butker) ຜູ້ຫຼິ້ນຕໍາແໜ່ງ Placekicker ຂອງທີມ Kansas City Chief ທີ່ຊ່ວຍໃຫ້ທີມຊະນະຄວ້າແຊ້ມ Super Bowl ຄັ້ງນີ້ໄປຄອງໄດ້ ໄດ້ກາຍເປັນທີ່ເວົ້າເຖິງຫຼັງຈາກທີ່ໃສ່ເກີບ Nike ແລະ Adidas 2 ຍີ່ຫໍ້ ຄູ່ແຂ່ງກັນ ລົງສະໜາມໄປພ້ອມໆກັນເລີຍ.

Sponsor

ໂດຍຂ້າງຊ້າຍນັ້ນ ຮາຣິຊັນໃສ່ເປັນເກີບ Adidas ຮຸ່ນ Adidas Adizero Scorch Cleats ເຊິ່ງເປັນເກີບສະເພາະກິລາ American Football ທີ່ມີນໍ້າໜັກເບົາ ເຂົ້າຮູບ ພື້ນເກືອບມີການຢຶດເກາະກັບພື້ນໄດ້ດີ ຊ່ວຍໃນເລື່ອງຂອງຄວາມໄວ ແລະ ການປ່ຽນທິດທາງໃນຂະນະທີ່ກຳລັງແລ່ນຢູ່.

Sponsor

ສ່ວນຂ້າງຂວານັ້ນ ຮາຣິຊັນ ໃສ່ເປັນຮຸ່ນ Nike Zoom Mercurial Vapor 15 Elite ເປັນເກີບທີ່ໃຊ້ໃນກິລາບານເຕະ ເປັນເກີບທີ່ນັກເຕະສາຍສະປີດທັງຫຼາຍໃນກິລາບານເຕະ ມັກໃສ່ນັ້ນເອງ.

ເຖິງແມ່ນວ່າ ເກີບທັງ 2 ຮຸ່ນຈະມີຄວາມຄ້າຍຄືກັນບ່ອນທີ່ວ່າເປັນເກີບທີ່ເໝາະສຳລັບຜູ້ຫຼິ້ນທີ່ມີຄວາມໄວ ແຕ່ເຊື່ອໄດ້ວ່າ ອາດຈະດ້ວຍຈຸດເດັ່ນ ແລະ ສະມັດຖະນະຂອງແຕ່ລະຮຸ່ນໃນການຕອບໂຈດການໃຊ້ງານຂອງຕີນທັງ 2 ຂ້າງທີ່ແຕກຕ່າງກັນ ເປັນສາເຫດຫຼັກທີ່ ຮາຣິຊັນ ບັດເກີ້ ເລືອກທີ່ຈະໃສ່ທັງສອງຮຸ່ນນີ້ລົງສະໜາມ.

Sponsor

ໂດຍທີ່ຜ່ານມາ ເຮົາອາດຈະບໍ່ເຄີຍເຫັນມາກ່ອນທີ່ນັກກິລາລະດັບໂລກຄົນໃດຄົນໜຶ່ງ ຈະໃສ່ ເກີບ ຄົນລະຍີ່ຫໍ້ລົງສະໜາມພ້ອມກັນແບບນີ້ ເພາະມັນຈະເວົ້າໄປເຖິງເລື່ອງສັນຍາ ແລະ ຜູ້ສະນັບສະໜູນຕ່າງໆ ເຊິ່ງທີ່ເຮົາມັກຈະເຫັນກໍຄື ໃສ່ຍີ່ຫໍ້ດຽວກັນ ຮຸ່ນດຽວກັນ ແຕ່ຄົນລະສີ ຫຼື ຍີ່ຫໍ້ດຽວກັນ ແຕ່ຄົນລະຮຸ່ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/