“Solar API” ເຕັກໂນໂລຊີພະລັງ AI ທີ່ຈະເຂົ້າມາຊ່ວຍວາງແຜນໃນການຕິດຕັ້ງໂຊລາເຊວໃຫ້ງ່າຍຂຶ້ນ ປະຢັດທັງເງິນ ແລະ ເວລາ


Google ເປີດຕົວ Solar API ທີ່ໃຊ້ເຕັກໂນໂລຊີ AI ເຂົ້າມາຊ່ວຍໃນການວິເຄາະ ແລະ ການວາງແຜນຕິດຕັ້ງໂຊລາເຊວໃຫ້ເປັນເລື່ອງທີ່ງ່າຍຂຶ້ນ ໂດຍສິ່ງທີ່ໜ້າສົນໃຈກໍຄື Google ໄດ້ນຳເອົາ Google Maps ເຂົ້າມາພັດທະນາເພື່ອຫຼຸດຂັ້ນຕອນທີ່ຫຍຸ້ງຍາກໃຫ້ສາມາດນຳໃຊ້ໄດ້ງ່າຍຂຶ້ນ ແລະ ສາມາດວິເຄາະໂຄງສ້າງໄດ້ທັນທີ.

ອີງຕາມເວັບໄຊຂອງ Google Cloud ທີ່ໄດ້ລະບຸວ່າ Solar API ຈະໃຫ້ຂໍ້ມູນສຳຄັນກ່ຽວກັບ ອາຄານ, ຫຼັງຄາ ຫຼື ຫຼັງຄາຕໍ່ເຕີມອອກມາເພື່ອບັງແດດ… ເພື່ອການກຳນົດຄ່າແຜງໂຊລາເຊວແສງຕາເວັນ ເຊິ່ງກວມເອົາຫຼາຍກວ່າ 350 ລ້ານອາຄານໃນ 40 ປະເທດ, ໂດຍມີເປົ້າໝາຍເພື່ອອຳນວຍຄວາມສະດວກໃຫ້ແກ່ການຫັນປ່ຽນໄປໃຊ້ພະລັງງານແສງຕາເວັນທີ່ສະອາດ ແລະ ຍືນຍົງໄດ້ໄວຂຶ້ນ.

ທັງນີ້ Solar API ຍັງມີຄຸນສົມບັດອີກຫຼາຍຢ່າງທີ່ເປັນປະໂຫຍດສໍາລັບເວັບໄຊຕະຫຼາດພະລັງງານແສງຕາເວັນ, ຜູ້ຕິດຕັ້ງພະລັງງານແສງຕາເວັນ, ນັກພັດທະນາ SaaS ແລະ ຜູ້ໃຊ້ທີ່ຕ້ອງການທຳຄວາມເຂົ້າໃຈກ່ຽວກັບສັກກະຍາພາບຂອງພະລັງງານຕາເວັນເທິງຫຼັງຄາຂອງສະຖານທີ່ສະເພາະເຈາະຈົງ.

ອີງຕາມ Google ໄດ້ລະບຸວ່າ API ຈະມີສອງຈຸດສິ້ນສຸດທີ່ແຕກຕ່າງກັນຄື:

  • ຈຸດສິ້ນສຸດ Building Insights: ເປັນຈຸດທີ່ສະແດງໃຫ້ເຫັນເຖິງລາຍລະອຽດຂອງຕໍາແໜ່ງ, ຂະໜາດ ແລະ ສັກກະຍະພາບຂອງພະລັງງານແສງສັກກະຍາພາບທີ່ອາຄານແຫ່ງນັ້ນຈະສາມາດຜະລິດໄດ້. ໂດຍຂໍ້ມູນນີ້ເຫຼົ່ານີ້ຈະລວມເຖິງຂະໜາດ, ມຸມຂອງຫຼັງຄາ ແລະ ການຜະລິດພະລັງງານໂດຍໃຊ້ການຈໍາລອງແຜງໂຊລາເຊວຢູ່ເທິງຫຼັງຄາ.
  • ຈຸດສິ້ນສຸດ Data Layers: ເປັນຈຸດທີ່ຈະສະແດງລາຍລະອຽດກ່ຽວກັບຂໍ້ມູນແສງສັກກະຍາພາບສໍາລັບພື້ນທີ່ອ້ອມຮອບສະຖານທີ່ທີ່ກໍານົດໄວ້. ໂດຍຂໍ່ມູນເຫຼົ່ານີ້ຈະລວມທັງຫຼັງຄາທີ່ຕໍ່ເຕີມອອກມາບັງແດດທີ່ອາດຈະສົ່ງຜົນກະທົບຕໍ່ການປະຕິບັດລະບົບ ແລະ ຮູບແບບຈຳລອງໂຄງສ້າງແບບດິຈິຕອນຫຼັງຄາຂອງອາຄານ, ເພື່ອຊ່ວຍໃຫ້ສາມາດວາງແຜນການຕິດຕັ້ງລະບົບໂຊລາເຊວໄດ້ຢ່າງລະອຽດຍິ່ງຂຶ້ນ.

ຈຸດເດັ່ນທີ່ໜ້າສົນໃຈອີກອັນໜຶ່ງຂອງ Solar API ກໍຄື ມັນສາມາດເບິ່ງວ່າໄດ້ວ່າການຕົ້ນທຶນ ແລະ ຜົນກໍາໄລທີ່ໄດ້ຈະກຸ້ມຫຼືບໍ່, ອັດຕາການປະຢັດໄຟ ຫຼື ຄ່າໄຟຕໍ່ປີ. ເຊິ່ງນີ້ນີ້ຈະຊ່ວຍໃຫ້ເຮົາຕັດສິນໃຈທີ່ຈະຕິດແຜງໂຊລາເຊວໄດ້ງ່າຍຂຶ້ນ ໂດຍ Solar API ຈະໃຊ້ຂໍ້ມູນອ້າງອີງຈາກດາວທຽມຂອງ Google ທີ່ໄດ້ຮັບການພັດທະນາເປັນເວລາດົນນານ.

ທີ່ມາ:

cloud.google

springnews

siamblockchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/