Ronin Network ຜູ້ໃຫ້ບໍລິການແລກປ່ຽນຊື້ຂາຍສະກຸນເງິນດິຈິຕອນຖືກແຮັກ ສູນເສຍຫຼາຍກວ່າ 600 ລ້ານໂດລາ


ຜູ້ໃຫ້ບໍລິການເກມ NFT ຊື່ດັງປະກາດວ່າການຖືກແຮັກໃນຄໍ່າຄືນທີ່ຜ່ານມານີ້ ເປັນໜຶ່ງໃນການລັກ Cryptocurrency ທີ່ໃຫຍ່ທີ່ສຸດໃນປະຫວັດສາດ.

ໃນຄືນວັນທີ 29 ມີນາ 2022, Ronin Network ຜູ້ໃຫ້ບໍລິການຊື້ຂາຍ ແລກປ່ຽນ Cryptocurrency ຂອງ Sky Mavis ຜູ້ໃຫ້ບໍລິການເກມ NFT ຍອດນິຍົມຢ່າງ Axie Infinity, ໄດ້ເປີດເຜີຍວ່າໄດ້ຖືກແຮັກເກີ້ເຈາະເຂົ້າສູ່ລະບົບ ແລະ ລັກເງິນ Crypto ໄປໄດ້ 625 ລ້ານໂດລາສະຫະລັດ ຫຼື ຕົກເປັນເງິນກີບປະມານ 727 ຕື້ກີບ.

ທາງ Sky Mavis ຊີ້ແຈງວ່າເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ມີນາ, ເມື່ອແຮັກເກີ້ເອົາສອງ Cryptocurrency ອອກຈາກ Ronin bridge, ເຊິ່ງເຮັດໜ້າທີ່ເປັນເສັ້ນທາງໃນການແລກປ່ຽນເງິນຕາ. ໂດຍແບ່ງເປັນສະກຸນເງິນ Ethereum ຈຳນວນ 173,600 ETH ມູນຄ່າປະມານ 600 ລ້ານໂດລາ, ແລະ ສະກຸນເງິນ USDC ເຊິ່ງເປັນເງິນປະມານ 25,5 ລ້ານ USDC.

ໂດຍປົກກະຕິ, ທາງລະບົບໃຊ້ Validator Nodes ຫຼື ຜູ້ກວດສອບ ແລະ ຢືນຢັນການເຮັດທຸລະກໍາ. ຈຳນວນ 9 Validator Nodes. ເຊິ່ງໃນແຕ່ລະທຸລະກຳຈະຕ້ອງມີການຢືນຢັນ ຢ່າງໜ້ອຍ 5 Validator Nodes ເຖິງຈະນັບວ່າທຸລະກຳນັ້ນຖືກບັນທຶກລົງ Blockchain ແລະ ແຮັກເກີ້ໄດ້ເຮັດການຄວບຄຸມ 5 Validator Nodes ຈົນພວກເຂົາສາມາດບັນທຶກການເຮັດທຸລະກໍາດ້ວຍຕົນເອງ ແລະ ເອົາເງິນ Crypto ອອກ​ມາໄດ້​ສໍາ​ເລັດ​.

ໃນປັດຈຸບັນ, ລະບົບການແລກປ່ຽນ ແລະ ຝາກ-ຖອນເງິນຂອງ Ronin Network ໄດ້ຢຸດການບໍລິການຂອງພວກເຂົາຊົ່ວຄາວ.

ມູນຄ່າຄວາມເສຍຫາຍໃນຄັ້ງນີ້ ຖືເປັນຫນຶ່ງໃນການແຮັກທີ່ມີມູນຄ່າທີ່ສູງທີ່ສຸດໃນປະຫວັດສາດຂອງໂລກ Crypto. ຫຼັງຈາກເມື່ອປີທີ່ຜ່ານມາ ມີແຮັກເກີ້ສາມາດລັກ Crypto ມູນຄ່າປະມານ 600 ລ້ານໂດລາ ອອກມາຈາກແພລັດຟອມທີ່ມີຊື່ວ່າ Poly Network ໄດ້. ກ່ອນທີ່ຈະນຳເງິນກ້ອນດັງກ່າວສົ່ງຄືນໃນພາຍຫຼັງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/