Rijksmuseum ເປີດໃຫ້ຮັບຊົມງານສີລະປະອອນລາຍ ກວ່າ 709.000 ຜົນງານ ຟຣີ!


Rijksmuseum ຫຼື ພິພິທະພັນສະຖານແຫ່ງຊາດອຳສະເຕີດຳ ປະເທດເນເທີແລນ ຄືໜຶ່ງໃນຈຸດໝາຍຫຼັກຂອງໂລກສີລະປະ ທີ່ແຕ່ລະປີມີນັກທ່ອງທ່ຽວຈາກທົ່ວທຸກມຸມໂລກເດີນທາງໄປຢ້ຽມຢາມກວ່າ 2 ລ້ານຄົນ ເພື່ອຮັບຊົມຜົນງານອັນເປັນເອກະລັກທີ່ເປັນຕົ້ນສະບັບຂອງສີລະປິນລະດັບຕຳນານຂອງໂລກຊາວດັດ ຢ່າງ Rembrandt, Johannes Vermeer ຫຼື Vincent van Gogh.

ໃນຍຸກແຫ່ງການແຜ່ລະບາດຂອງໄວຣັດໂຄວິດ-19 ແບບນີ້ Rijksmuseum ກໍເປັນໜຶ່ງໃນພິພິທະພັນທີ່ໃຊ້ເວັບໄຊ ແລະ ຊ່ອງທາງອອນລາຍໃນການເຂົ້າເຖິງເຫຼົ່າຄົນຮັກສີລະປະທຸກຄົນ ທີ່ບໍ່ສາມາດເດີນທາງມາຢ້ຽມຢາມພິພິທະພັນໄດ້ຄືປົກກະຕິ. ໂດຍຫຼ້າສຸດ ທາງ Rijksmuseum ກໍໄດ້ເຮັດການອັບໂຫຼດເອົາຜົນງານສີລະປະທີ່ຢູ່ໃນການຄອບຄອງກວ່າ 709,000 ຜົນງານຂຶ້ນໄປໄວ້ໃນ Rijks Studio ສະບັບອອນລາຍຂອງທາງພິພິທະພັນທີ່ເປີດໃຫ້ບໍລິການຫຼາຍກວ່າ 2 ທົດສະວັດແລ້ວ.

ແລະ ດ້ວຍເທັກໂນໂລຢີດິຈິຕອນອອນລາຍສຸດທັນສະໄໝ ເຮົາຈຶ່ງສາມາດເຂົ້າໄປຮັບຊົມຜົນງານດັ່ງກ່າວໄດ້ ພ້ອມທັງຊູມເຂົ້າຊູມອອກໄດ້ສະບາຍໆ ໂດຍມີຄຳອະທິບາຍຜົນງານແຕ່ລະຢ່າງໃຫ້ອ່ານໄດ້ຢ່າງເພີດເພີນ ແລະ ທີ່ສຳຄັນການເປີດໃຫ້ຮັບຊົມບັນດາຜົນງານດັ່ງກ່າວນັ້ນແມ່ນຟຣີ! ບໍ່ຕ້ອງເສຍຄ່າປີ້ເຂົ້າຮັບຊົມແຕ່ຢ່າງໃດ.

ຜົນງານທີ່ຫາກໍໄດ້ຮັບການອັບໂຫຼດຂຶ້ນໄປໃນອອນລາຍນີ້ກໍຈະປະກອບດ້ວຍຜົນງານຂອງສີລະປິນຊາວດັດຊື່ດັງແຫ່ງສະຕະວັດທີ 17 ຫຼາຍທ່ານ ບໍ່ວ່າຈະເປັນ Anthony van Dyck, Geertgen tot Sint Jans ຫຼື Johannes Cornelisz Verspronck ເຊິ່ງຖ້າຫາກເຮົາເປີດບັນຊີຜູ້ໃຊ້ກັບທາງເວັບໄຊຂອງພິພິທະພັນ (ຟຣີ) ເຮົາກໍຈະສາມາດດາວໂຫຼດພາບຄວາມລະອຽດສູງມາເກັບໄວ້ໄດ້ ຫຼື ຕັ້ງເປັນພາບໜ້າຈໍຄອມພິວເຕີກໍໄດ້ເຊັ່ນກັນ.

ສາມາດເຂົ້າໄປຮັບຊົມຜົນງານສີລະປະໄດ້ຢ່າງຈຸໃຈກັນໄດ້ທີ່:

https://bit.ly/2LId66I

ຫຼື  https://www.rijksmuseum.nl/en/search?ii=0&p=1

ທີ່ມາ:  Fortune.com, klook.com