ໂຄງການ Grow ສີລະປະໄຟໃນສວນທີ່ຕິດຕັ້ງໃນພື້ນທີ່ກະສິກຳ ຈາກປະເທດເນເທີແລນ


ໃຜວ່າພື້ນທີ່ກະສິກຳຈະສ້າງງານສີລະປະບໍ່ໄດ້ ເຊີນຊວນມາຮັບຊົມ ກັບໂຄງການ “Grow” ງານສີລະປະ Installation Art ຂອງສີລະປິນສັນຊາດເນເທີແລນ Daan Roosegaarde ທີ່ອອກແບບການເຄື່ອນໄຫວຂອງໄຟສີຕ່າງໆ.

ງານສີລະປະດັ່ງກ່າວແມ່ນໄດ້ຖືກຕິດຕັ້ງໃນພື້ນທີ່ກະສິກຳຂະໜາດ 20,000 ຕາແມັດ ໃນເມືອງຣັອດເຕີດຳ ເພື່ອສະແດງຄວາມສວຍງາມຂອງພືດສີຂຽວ ລວມທັງບັນດາໄຟສີທີ່ຊ່ວຍກະຕຸ້ນພືດໃຫ້ຈະເລີນເຕີບໃຫຍ່ ແລະ ແຂງແຮງ.

ແຮງບັນດານໃຈຂອງງານນີ້ເລີ່ມຈາກຕອນທີ່ Daan Roosegaarde ເຄີຍໄປສຳຫຼວດພື້ນທີ່ກະສິກຳພາຍໃນປະເທດ ແລ້ວຄົ້ນພົບວ່າປະເທດເນເທີແລນມີຂະໜາດຂ້ອນຂ້າງນ້ອຍ ແຕ່ກໍເປັນໜຶ່ງໃນຜູ້ຜະລິດ ແລະ ສົ່ງອອກຜັກລາຍໃຫຍ່ທີ່ສຸດຂອງໂລກ ຮອງຈາກປະເທດສະຫະລັດອາເມຣິກາ ແລະ ເປັນຜູ້ບຸກເບີກການນຳເຕັກນິກ ແລະ ເຕັກໂນໂລຊີການເຮັດຟາມມາໃຊ້ຢ່າງມີປະສິດທິພາບ, ລາວຈຶ່ງເກີດຄວາມຄິດສ້າງງານສີລະປະເພື່ອຈະນຳສະເໜີຄວາມງົດງາມຂອງກະສິກຳ ແລະ ອາຊີບກະສິກອນທີ່ເປັນຜູ້ສ້າງອາຫານ ແລະ ລາຍໄດ້ໃຫ້ກັບປະເທດດັ່ງກັບເປັນວິລະບຸລຸດວິລະສະຕຣີອີກອາຊີບໜຶ່ງທີ່ຄວນໄດ້ຮັບການຍ້ອງຍໍ.

ແສງໄຟທີ່ນຳມາຈັດສະແດງເປັນຮູບແບບ LED ແລະ ເປັນການອອກແບບທີ່ເອີ້ນວ່າ “Light Recipes’” ສູດປະສົມການໃຊ້ໄຟສີຕ່າງໆ ມາຈັດຕັ້ງໃນພື້ນທີ່ກະສິກຳ ເຊິ່ງ Daan Roosegaarde ເບິ່ງວ່າມັນບໍ່ແມ່ນການຕົບແຕ່ງສວຍງາມພຽງຢ່າງດຽວ ແຕ່ມັນສາມາດກະຕຸ້ນການປ່ຽນແປງຄວາມຄິດ ແລະ ການສື່ສານໃຫ້ທຸກຄົນເຫັນຄວາມສຳຄັນເລື່ອງກະສິກຳຫຼາຍຍິ່ງຂຶ້ນ ໂດຍນຳໄຟສີແດງ, ສີຟ້າ ແລະ ແສງອຸລຕຣາໄວໂອເລັດບາງປະເພດ.

ເຊິ່ງເປັນເຕັກໂນໂລຊີແສງໄຟ Photobiological ທີ່ຊ່ວຍສ້າງການສັງເຄາະພືດໃຫ້ຈະເລີນເຕີບໂຕ ແລະ ສ້າງພູມຄຸ້ມກັນຕໍ່ສັດຕູພືດ ແລະ ໂຣກຕ່າງໆ ສ່ວນໃຫຍ່ມັກໃຊ້ໃນໂຮງເພາະປູກ ແຕ່ Daan Roosegaarde ເບິ່ງເຫັນໂອກາດທີ່ຈະທົດສອບສະກະຍະພາບໃຫ້ກວ້າງຂຶ້ນ ຈຶ່ງນຳມາໃຊ້ກັບພື້ນທີ່ກະສິກຳ ແລະ ມັນກໍຊ່ວຍລົດການໃຊ້ຢາຂ້າແມງໄມ້ເຖິງ 50% ເລີຍ.

ຕໍ່ໄປໃນອະນາຄົດ Daan Roosegaarde ມີແຜນນຳໂຄງການນີ້ໄປໃຊ້ກັບທົ່ວໂລກ ລາວຄິດວ່າໄຟສີຕ່າງໆສາມາດປັບປ່ຽນສູດໃຫ້ເໝາະສົມກັບພັນພືດແຕ່ລະຊະນິດໃນຕ່າງພື້ນທີ່ ແລະ ຫຼ້າສຸດໂຄງການ Grow ໄດ້ຮັບການສະໜັບສະໜູນຈາກ “Rabobank” ສະຖາບັນການເງິນກ່ຽວກັບການບໍລິຫານທຸລະກິດກຸ່ມອາຫານ ແລະ ກະສິກຳ ຂອງປະເທດເນເທີແລນ ທີ່ມີແຜນຈະນຳມາໃຊ້ກັບ 40 ປະເທດໃນເຄືອຂອງສະຖາບັນອີກດ້ວຍ.

ເບິ່ງວີໂອດີສັ້ນຂອງໂຄງການໄດ້ທີ່: https://youtu.be/fV6m3F9m7nM

ພາບ: dezeen.com

ຂອບໃຈຂໍ້ມູນຈາກ: