ຈີນເປີດຕົວຕົ້ນແບບລົດໄຟ Maglev ຄວາມໄວສູງ 620 ກິໂລແມັດ/ຊົ່ວໂມງ


ນະຄອນເສິງຕູ ເມືອງເອກຂອງມົນທົນຊື່ຊວນ (ເສສວນ) ທາງຕະເວັນຕົກສ່ຽງໃຕ້ຂອງປະເທດຈີນ ເປີດຕົວລົດໄຟຕົ້ນແບບຫົວລົດໄຟທີ່ໃຊ້ເທັກໂນໂລຢີ Maglev ຊະນິດຕົວນຳອຸນຫະພູມສູງ (HTS) ໂດຍມະຫາວິທະຍາໄລຊີໜານຈຽວທົງ ໜຶ່ງໃນຜູ້ອອກແບບຫົວລົດໄຟຮຸ່ນດັ່ງກ່າວ ລະບຸວ່າລົດໄຟພະລັງງານແມ່ເຫຼັກ ຫຼື ລົດໄຟ Maglev ທີ່ຈີນພັດທະນາຂຶ້ນເອງນີ້ມາພ້ອມຄວາມໄວອອກແບບ 620 ກິໂລແມັດຕໍ່ຊົ່ວໂມງ.

ນອກຈາກນັ້ນຍັງມີການເປີດຕົວເສັ້ນທາງທົດສອບລົດໄຟຮຸ່ນໃໝ່ນີ້ຄວາມຍາວ 165 ແມັດ ເຊິ່ງມີຫົວລົດໄຟ Maglev ຄວາມຍາວ 21 ແມັດ ແລ່ນລອຍເໜືອຮາງແບບຊ້າໆລະຫວ່າງພິທີເປີດຕົວ, ໂດຍຄະນະຜູ້ຊ່ຽວຊານໄດ້ຍ້ອງຍໍການພັດທະນາເທັກໂນໂລຢີຕົວນຳອຸນຫະພູມສູງ ເຊິ່ງເກີດຈາກການທົດສອບໃນຫ້ອງປະຕິບັດການຈີນ.

“ເຖິງແມ່ນວ່າທິດສະດີຕົວນຳອຸນຫະພູມສູງຈະຟັງແລ້ວຄືວ່າດີເລີດ, ແຕ່ໃນອະດີດທຸກຄົນເບິ່ງມັນເປັນພຽງຂອງຫຼິ້ນໃນຫ້ອງທົດລອງ ແລະ ບໍ່ມີໃຜລອງທົດສອບໃນສະຖານະການຈິງ”  ເຕິ້ງຈື້ກັງ ຮອງຜູ້ອຳນວຍການສູນວິໄຈການຂົນສົ່ງ Maglev ຄວາມໄວສູງປະຈຳມະຫາວິທະຍາໄລໄດ້ກ່າວ.

ຄະນະຜູ້ຊ່ຽວຊານລະບຸວ່າເມື່ອປຽບທຽບກັບເທັກໂນໂລຢີ Maglev ຮູບແບບອື່ນໆແລ້ວ ເທັກໂນໂລຢີຊະນິດຕົວນຳອຸນຫະພູມສູງຈະເໝາະສຳລັບການຂົນສົ່ງຄວາມໄວສູງຫຼາຍໃນທໍ່ສູນຍາກາດ ເຊິ່ງລົດໄຟສາມາດແລ່ນດ້ວຍຄວາມໄວຫຼາຍກວ່າ 1,000 ກິໂລແມັດຕໍ່ຊົ່ວໂມງ.

ໂຄງການດັ່ງກ່າວນີ້ໃຊ້ເງິນລົງທຶນ 60 ລ້ານຫຍວນ, ໂດຍເປັນການພັດທະນາຮ່ວມລະຫວ່າງມະຫາວິທະຍາໄລຊີໜານຈຽວທົງກັບການລົດໄຟແຫ່ງປະເທດຈີນ ແລະ ບໍລິສັດ CRRC Corporation Limited.

ທີ່ມາ: https://www.xinhuathai.com/china/168437_20210113