ໄວໜຸ່ມໄນຈີເຣຍໃຊ້ smartphone ຖ່າຍໜັງສັ້ນ ຈົນໄດ້ຮັບຄວາມສົນໃຈຈາກ Hollywood


ຈາກຮູບເງົາລະດັບໂລກຕະຫຼອດການຈາກ Hollywood ຢ່າງ “Star Wars” ສ້າງແຮງບັນດານໃຈເຮັດໃຫ້ເກີດ ສາກໜັງຮູບເງົາແອັກຊັນຊື່ “Another Star Wars Story” ທີ່ຖ່າຍທຳໂດຍໂທລະສັບມືຖືແລະມີການໃສ່ Visual effect (VFX) ອັນໜ້າຕື່ນຕາຕື່ນໃຈ ຝືມືສ້າງສັນຂອງກຸ່ມໄວໜຸ່ມ 10 ຄົນແຫ່ງເມືອງເມືອງຄາດູນາ (Kaduna) ທາງຕອນເໜືອຂອງປະເທດໄນຈີເຣຍ ທີ່ເອີ້ນຕົວເອງວ່າ “The Critics” ເຊິ່ງມີສະມາຊິກອາຍຸຕັ້ງແຕ່ 7-27 ປີ ເຈົ້າຂອງຜົົນງານທີ່ກຳລັງເປັນທີ່ນິຍົມ (Viral) ໃນໂລກອອນລາຍຂອງປະເທດແຖບອາຟຣິກາຕະເວັນຕົກ.

Raymond Yusuff ອາຍຸ 18 ປີ ທີມຕັດຕໍ່ ແລະ ທີມ visual effect ຂອງກຸ່ມກ່າວວ່າ ໃນປີ 2015 ພວກເຂົາຮຽນຮູ້ວິທີການຖ່າຍທຳວີດີໂອ ແລະ ທົດລອງກັບສາກສີຂຽວ ຜ່ານການຫາຂໍ້ມູນໃນ Wikipedia ແລະ ຮຽນຮູ້ຈາກການສອນໃນ YouTube. ລາວເລົ່າວ່າ ໃນເວລານັ້ນ “The Critics” ຍັງບໍ່ມີກ້ອງສຳລັບຖ່າຍທຳຮູບເງົາເປັນຂອງຕົວເອງດ້ວຍຊຳ້ ຈຶ່ງໃຊ້ smartphone ຍີ່ຫໍໍ້ຊຳຊຸງ ໃນການຖ່າຍທຳແທນ.

“ພໍ່ຂອງຂ້ອຍມີແລັບທັອບເຄື່ອງເກົ່າຢູ່ເຄື່ອງໜຶ່ງ ຂ້ອຍຈຶ່ງຂໍມັນຈາກລາວ ແລ້ວຫາຊັອບແວຕັດຕໍ່ວີດີໂອ ຢ່າງເຊັ່ນ Blender ນຳມາໃຊ້ໃນການສ້າງເອັບເຟັກ (CGI) ຂອງເຮົາ”

ໃນປີ 2016 ທີມ The Critics ໄດ້ເສີມສ້າງຮູບເງົາເລື່ອງທຳອິດ “Redemption” ຫຼັງຊ່ວຍກັນເກັບເງິນເປັນເວລາໜຶ່ງເດືອນ ເພື່ອຊື້ຜ້າສີຂຽວສຳລັບການສ້າງສາກສີຂຽວຂອງຕົວເອງ ປັດຈຸບັນ The Critics ໄດ້ເປີດບໍລິສັດ (production company)  ຊື່ “The Critics Company” ແລະ ສ້າງຮູບເງົາສັ້ນມາແລ້ວກວ່າ 20 ເລື່ອງ ສ່ວນໃຫຍ່ເປັນເລື່ອງກ່ຽວກັບຫຸ່ນຍົນ ມະນຸດຕ່າງດາວ ແລະ ເຫຼົ່າຜູ້ຄົນທີ່ມີຄວາມສາມາດເໜືອທຳມະຊາດ.

ພວກເຂົາເລືອກສ້າງຮູບເງົາສັ້ນ ເນື່ອງຈາກໃນເມືອງບໍ່ມີລະບົບໄຟຟ້າພຽງພໍ ບໍ່ມີລະບົບຂໍ້ມູນໃນການຈະອັບໂຫຼດຮູບເງົາຂະໜາດຍາວເທິງອິນເຕີເນັດໄດ້ ພວກເຂົາຈະໃຊ້ເວລາຕັ້ງແຕ່ໜຶ່ງອາທິດຈົນເຖິງເຈັດເດືອນໃນການຖ່າຍທຳ ທຸກຄົນໃນທີມຈະມີບົດບາດທີ່ຖືກກຳນົດໄວ້ຢ່າງຊັດເຈນ.

ອຸດສາຫະກຳຮູບເງົາຂອງໄນຈີເຣຍ ຫຼື Nollywood ມີມູນຄ່າເຖິງ 658 ລ້ານໂດລາສະຫະລັດ ທີ່ຜ່ານມາໄດ້ຜະລິດນັກສະແດງ ແລະ ຜູ້ສ້າງຮູບເງົາຫຼາກຫຼາຍຄວາມສາມາດຫຼາຍຮ້ອຍຄົນທົ່ວປະເທດ ຂະນະນີ້ກຳລັງເປັນທີ່ນິຍົມຫຼາຍທົ່ວອາຟຣິກາ ດັງໄປໄກເຖິງ Hollywood.

ໃນເດືອນສິງຫາ ປີ 2019 ທີມ The Critics ໄດ້ຮັບການຕິດຕໍ່ຈາກເຫຼົ່າຜູ້ບໍລິຫານຊາວອາເມຣິກາທີ່ມີຊື່ສຽງຫຼາຍຄົນ ເຊັ່ນ Franklin Leonard, Scott Myers ແລະ J.J. Abrams ຫຼັງຈາກທີ່ຄິບໜຶ່ງໃນການສຳພາດຂອງພວກເຂົາກາຍເປັນທີ່ໂດ່ງດັງ ຫຼັງຈາກນັ້ນພວກເຂົາກໍໄດ້ຮັບອຸປະກອນສຳລັບການຖ່າຍທຳຮູບເງົາຈຳນວນຫຼວງຫຼາຍ ລວມເຖິງຄອມພິວເຕີລະດັບໄຮເອັນ ຈໍພາບ ແລະ ກ້ອງຈາກເອບຣາມ ແລະ ລີໂອນາດ.

“ພວກເຮົາຕື່ນເຕັ້ນ ແລະ ມີຄວາມສຸກຫຼາຍ” ຢູຊູຟ ຍິ້ມກວ້າງ.

ດ້ານ ເຈເຈ ເອບຣາມ ໃຫ້ສຳພາດກັບ Hollywood Reporter ວ່າ ຕົນເອງມີຄວາມສຸກທີ່ລີໂອນາດແນະນຳລາວໃຫ້ໄດ້ຮູ້ຈັກກັບ The Critics Company ທີມຜູ້ສ້າງຮຸ່ນໃໝ່ເຫຼົ່ານີ້ມີທັງພອນສະຫວັນ ແລະ ຄວາມມຸ່ງໝັ້ນ “ອຸປະກອນເຫຼົ່ານີ້ຈະເປັນການເຕີມເຊື້ອເພີງໃຫ້ກັບໄຟທີ່ລຸກຢ່າງແຮງຂອງພວກເຮົາ” ເຈເຈ ກ່າວ.

ຕອນນີ້ The Critics Company ມີອຸປະກອນທີ່ພ້ອມສຳລັບການຖ່າຍທຳຮູບເງົາທີ່ມີລະດັບການເຮັດວຽກທີ່ໃຫຍ່ຂຶ້ນ ຢູຊູຟ ບອກວ່າ ເປົ້າໝາຍຫຼັກຂອງ The Critics Company ຄືການເປັນໜຶ່ງໃນ Multimedia Studio ທີ່ໃຫຍ່ທີ່ສຸດໃນອາຟຣິກາ.

“ເບິ່ງຄືວ່າຈະເປັນຄວາມຝັນທີ່ຍິ່ງໃຫຍ່ ແຕ່ເຮົາຮູ້ວ່າມັນເປັນໄປໄດ້” ຢູຊູຟ ກ່າວ.

ຮັບຊົມຮູບເງົາສັ້ນ Another Star Wars Story ໄດ້ທີ່:
https://www.youtube.com/watch?v=f_9Kq0nLa6o .
ຮັບຊົມວີດີໂອ ເຈເຈ ເອບຣາມ ສົ່ງອຸປະກອນສຳລັບການຖ່າຍຮູບເງົາໃຫ້ The Critics ໄດ້ທີ່:
youtube.com/watch?v=7xABboAmayQ&feature=emb_title

ແລະ ຕິດຕາມຜົນງານອື່ນໆຈາກທີມງານ The Critics ໄດ້ທີ່ Youtube Channel: Critics Company

ພາບ: CNN, Hollywood Reporter, nofilmschool.com

ທີ່ມາ: