Phone Anxiety ພາວະກັງວົນ ບໍ່ຢາກຮັບໂທລະສັບ


ທ່ານເປັນຄົນໜຶ່ງບໍ? ທີ່ມີຄວາມຮູ້ສຶກອຶດອັດ, ກັງວົນ, ຫົວໃຈເຕັ້ນແຮງທຸກຄັ້ງເມື່ອຕ້ອງໂທອອກ ຫຼື ຮັບສາຍທີ່ໂທເຂົ້າມາ ບໍ່ວ່າຈະລົມກັບໃຜກໍຕາມ. ຫາກມີອາການແບບນີ້ ທ່ານອາດເປັນຄົນໜຶ່ງທີ່ກຳລັງຢູ່ໃນພາວະ Phone Call Anxiety ຫຼື Phone Anxiety ເຊິ່ງແມ່ນອາການກົດດັນ ແລະ ຮູ້ສຶກບໍ່ສະບາຍທຸກຄັ້ງ ຖ້າຫາກຕ້ອງໂທ ຫຼື ຮັບສາຍ ແລະ ພະຍາຍາມຫຼີກເວັ້ນການໂທຫາ ເນັ້ນໃສ່ການສື່ສານຮູບແບບສົນທະນາຜ່ານຂໍ້ຄວາມຫຼາຍກວ່າ ເພາະຢ້ານການສື່ສານຜິດພາດ ຫຼື ມີປະຕິກິລິຍາໂຕ້ຕອບທັນທີ.

ໂດຍການສໍາຫຼວດໃນປີ 2019 ຂອງພະນັກງານຫ້ອງການໃນອັງກິດພົບວ່າ 76% ຂອງ Millennials (Gen Y) ແລະ 40% ຂອງ Baby Boomers ກັງວົນເມື່ອໄດ້ຍິນໂທລະສັບດັງຂຶ້ນ. ດ້ວຍເຫດນີ້, ຫຼາຍກວ່າເຄິ່ງໜຶ່ງຂອງຄົນຮຸ່ນຫຼັງ GenY ແມ່ນຫຼີກຈາກການສົນທະນາໃນຮູບແບບການໂທ.

ສາເຫດຂອງພາວະນີ້ມາຈາກຫຼາຍສາເຫດ ເຊັ່ນວ່າ: ປະສົບການໃນອະດີດເຄີຍຖືກຢອກ, ຖືກກະທົບກະເທືອນທາງຈິດໃຈຜ່ານການໂທ ຫຼືວ່າ ການໂທມີພຽງແຕ່ ໄດ້ຍິນສຽງຂອງອີກຝ່າຍ ໂດຍບໍ່ເຫັນເຖິງການສະແດງອອກທາງໜ້າ, ທ່າທາງ ຫຼື ສາຍຕາ ເຮັດໃຫ້ບໍ່ສາມາດຮັບຮູ້ເຖິງອາລົມ ແລະ ຄວາມຮູ້ສຶກຂອງຝ່າຍກົງກັນຂ້າມ, ການໂທແມ່ນຕ້ອງໄດ້ໂຕ້ຕອບທັນທີ, ກາຍເປັນຈຸດສົນໃຈ,  ພ້ອມທັງບໍ່ມີຄວາມໝັ້ນໃຈໃນສິ່ງທີ່ເວົ້າ ແລະ ຄຸນະພາບຂອງສຽງອີກດ້ວຍ.

ເຮົາມາເບິ່ງນຳກັນວ່າ Phone Anxiety ມີອາການສະແດງອອກແນວໃດ?

 1.ຮູ້ສຶກຕົກໃຈເມື່ອຕ້ອງລົມໂທລະສັບ

 2.ໃຊ້ເວລາດົນຫາກຈະໂທອອກ ຫຼື ຮັບໂທລະສັບ

 3.ກັງວົນໃນສິ່ງທີ່ຈະເວົ້າ

 4.ມີອາການສັ່ນ ຫຼື ຫົວໃຈເຕັ້ນໄວ ແລະ ແຮງກວ່າປົກກະຕິ, ເຫື່ອອອກ ແລະ ຫາຍໃຈຝືດໃນເວລາລົມໂທລະສັບ

 5.ເຈັບທ້ອງ ແລະ ປາກແຫ້ງ

 6.ພະຍາຍາມຫຼີກເວັ້ນການລົມໂທລະສັບ ຫຼື ຊອກຫາຊ່ອງທາງຕິດຕໍ່ອື່ນແທນ

 7. ຄິດຢູ່ແຕ່ກັບສິ່ງທີ່ເວົ້າໄປແລ້ວຫຼັງວາງສາຍ

ແຕ່ແນວໃດກໍຕາມ, ແນ່ນອນວ່າຄົນເຮົາຢູ່ໃນສັງຄົມບໍ່ສາມາດຫຼີກເວັ້ນການພົວພັນ, ຕິດຕໍ່ສື່ສານກັນໄດ້. ສະນັ້ນ, ມັນຈະດີກວ່າຫາກເຮົາກ້າປະເຊີນໜ້າ ແລະ ມີວິທີແກ້ໄຂບັນຫາທີ່ດີ. ມື້ນີ້, LaoX ກໍບໍ່ພາດນຳເອົາເຄັດລັບມາຝາກຜູ້ອ່ານທຸກທ່ານ.

1.ຕິດຕໍ່ຜ່ານຂໍ້ຄວາມ

ຫາກມີອາການກັງວົນຈົນບໍ່ສາມາດສື່ສານຜ່ານການໂທໄດ້ແທ້ໆໃຫ້ຕິດຕໍ່ຜ່ານຂໍ້ຄວາມ ຫຼື ອີເມວແທນ ເພາະຈະໝັ້ນໃຈຫຼາຍກວ່າຫາກມີເວລາໄດ້ກວດແກ້, ອ່ານທວນຄືນກ່ອນສົ່ງຂໍ້ຄວາມນັ້ນອອກໄປ.

2.ເຝິກຊ້ອມການລົມໂທລະສັບ

ລອງເຝິກຊ້ອມກັບຄົນອ້ອມຂ້າງ, ລອງອັດສຽງຕົນເອງ ຫຼື ເວົ້າໜ້າແວ່ນ ເພື່ອໃຫ້ເຫັນເຖິງຈຸດບົກຜ່ອງ, ແກ້ໄຂຖືກຈຸດ ແລະ ເກີດຄວາມຊິນເຄີຍເພາະຫາກປະເຊີນກັບສະຖານະການແທ້ ທ່ານຈຶ່ງມີທ່າຮັບມືໄດ້ຖ່ວງທັນພ້ອມຍັງລົດຜ່ອນຄວາມກັງວົນໄດ້ອີກດ້ວຍ.

3.ກຽມພ້ອມກ່ອນໂທ

ເປັນອີກວິທີໜຶ່ງທີ່ຊ່ວຍເສີມສ້າງຄວາມໝັ້ນໃຈ ໂດຍການຂຽນຈຸດສຳຄັນທີ່ຈະເວົ້າຕາມລຳດັບ, ມີຂໍ້ມູນ, ຄວາມຮູ້ ແລະ ຄວາມເຂົ້າໃຈໃນເລື່ອງ ເພື່ອການສື່ສານຢ່າງຄ່ອງແຄ້ວ ແລະ ຖືກປະເດັນ.

4.ປຽບທຽບຕົນເອງກ່ອນລົມ ແລະ ຫຼັງລົມໂທລະສັບ

ໃຫ້ລອງຈົດໃນສິ່ງທີ່ກັງວົນໄວ້ກ່ອນການໂທລົມ ແລະ ເມື່ອວາງສາຍແລ້ວໃຫ້ລອງຂຽນຜົນຈາກການໂອ້ລົມໃນຄັ້ງນີ້ວ່າມີຈຸດດີ ແລະ ຜິດພາດບ່ອນໃດ ເພື່ອສ້າງກຳລັງໃຈ ແລະ ແກ້ໄຂໄດ້ຖືກວິທີ.

ສຸດທ້າຍແລ້ວ Phone Anxiety ສາມາດແກ້ໄດ້ດ້ວຍຕົນເອງ ເລີ່ມຈາກການເອົາຊະນະຄວາມຢ້ານຈາກການປະເຊີນໜ້າ ແລະ ໃຊ້ວິທີຕ່າງໆທີ່ກ່າວມາຂ້າງເທິງນີ້, ຫາກທ່ານປະຕິບັດເປັນປະຈຳອາການຈະດີຂຶ້ນຢ່າງແນ່ນອນ ຫຼື ຫາກທ່ານບໍ່ໄດ້ເປັນພາວະເຫຼົ່ານີ້ກໍສາມາດນຳໄປປັບໃຊ້ເພື່ອເຮັດໃຫ້ການສື່ສານຂອງທ່ານດີຂຶ້ນໄດ້ເຊັ່ນກັນ.

ອ້າງອີງ

https://cutt.ly/LwsVS2cF

https://cutt.ly/2wsVSA5h

https://cutt.ly/dwsVSiYQ

https://cutt.ly/MwsVDlL4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/