Mercari ແພລັດຟອມອີຄອມເມີດຍັກໃຫຍ່ຂອງຍີ່ປຸ່ນອະນຸຍາດໃຫ້ຜູ້ໃຊ້ສາມາດຊໍາລະດ້ວຍ Bitcoin ໄດ້ ເລີ່ມຕັ້ງແຕ່ເດືອນມິຖຸນາເປັນຕົ້ນໄປ


Mercari ໄດ້ກາຍເປັນຜູ້ນໍາໃນການຊຸກຍູ້ການຍອມຮັບ cryptocurrency ຫຼາຍຂຶ້ນໃນປະເທດຍີ່ປຸ່ນ. ຫຼັງຈາກເປີດຕົວຜະລິດຕະພັນ ແລະ ການບໍລິການຈໍານວນຫຼາຍທີ່ກ່ຽວຂ້ອງກັບ crypto ລົງໃນແພລັດຟອມ

Mercari ໜຶ່ງໃນແພລັດຟອມ e-commerce ທີ່ໃຫຍ່ທີ່ສຸດໃນປະເທດຍີ່ປຸ່ນ ໄດ້ອະນຸຍາດໃຫ້ຜູ້ໃຊ້ງານສາມາດຊື້ສິນຄ້າຈາກແອັບພລິເຄຊັນຂອງພວກເຂົາໂດຍສາມາດໃຊ້ Bitcoin ໃນການຊໍາລະເງິນໄດ້ ແລະ ຄາດວ່າຈະເລີ່ມໃຊ້ງານແທ້ໃນເດືອນມິຖຸນາ 2024.

ອີງຕາມສຳນັກຂ່າວ Nikkei ໄດ້ລາຍງານວ່າ Mercari ຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ການເຮັດທຸລະກໍາດ້ວຍ Bitcoin ຜ່ານ Melcoin, ເຊິ່ງເປັນກະດານເທຣດ crypto ຢູ່ໂຕກຽວ. ໂດຍລາຄາສິນຄ້າແຕ່ລະລາຍການຢູ່ໃນແອັບຈະຖືກສະແດງຜົນເປັນຄ່າເງິນເຢນ (JP¥) ແລະ ຈະມີຕົວເລືອກໃຫ້ຜູ້ຊື້ສາມາດຊໍາລະໄດ້ດ້ວຍ Bitcoin.

ຢ່າງໃດກໍຕາມ, ຮ້ານຄ້າ ຫຼື ຜູ້ຂາຍຜະລິດຕະພັນຈະໄດ້ຮັບເງິນຈາກການຂາຍຜະລິດຕະພັນເປັນເງິນ fiat, ເຖິງແມ່ນວ່າລູກຄ້າຈະຈ່າຍດ້ວຍ Bitcoin ກໍຕາມ. ເນື່ອງຈາກຕົວແພລັດຟອດຈະແປງ Bitcoin ໃຫ້ເປັນເງິນ fiat ແບບ real-time ຜ່ານ exchange ທີ່ເປັນຄູ່ຮ່ວມງານ.

Mercari ແມ່ນໜຶ່ງໃນແພລັດຟອມ C2C e-commerce marketplaces ທີ່ມີຂະໜາດໃຫຍ່ທີ່ສຸດໃນປະເທດຍີ່ປຸ່ນ ໂດຍມີຜູ້ໃຊ້ງານຫຼາຍກວ່າ 22 ລ້ານຄົນຕໍ່ເດືອນ. ແພລັດຟອມດັ່ງກ່າວໄດ້ເລີ່ມເປີດໃຫ້ບໍລິການຕັ້ງແຕ່ປີ 2013 ແລະ ພາຍໃນ 5 ປີຫຼັງເປີດຕົວ Mercari ໄດ້ກາຍເປັນ community-based e-commerce platform ທີ່ໃຫຍ່ທີ່ສຸດໃນປະເທດ ດ້ວຍອັດຕາການໃຊ້ງານສູງເຖິງ 94%. ເຮັດໃຫ້ສາມາດສ້າງກໍາໄລໄດ້ຫຼາຍເຖິງ 2.8 ຕື້ເຢນ (19 ລ້ານໂດລາ) ໃນໄຕມາດທີ 3 ຂອງປີ 2023, ເຊິ່ງການນຳສະເໜີຕົວເລືອກການຊຳລະເງິນດ້ວຍ Bitcoin ນີ້ ອາດເປັນການສະໜັບສະໜູນໃຫ້ປະເທດມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ເປີດໃຈຍອມຮັບ crypto ຫຼາຍຂຶ້ນ.

ທີ່ມາ:

cointelegraph

nikkei

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/