Mark Zuckerberg ເທຂາຍຮຸ້ນ Meta ມູນຄ່າເກືອບ 185 ລ້ານໂດລາ ຫຼັງຈາກທີ່ຮຸ້ນ Meta ມີການຟື້ນຕົວເພີ່ມຂຶ້ນກວ່າ 175%


ໃນວັນທີ 4 ທັນວາ, ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ Mark Zuckerberg ຜູ້ກໍ່ຕັ້ງແພລັດຟອມ Social Media ຍອດນິຍົມຄື Facebook ໄດ້ ເທຂາຍຮຸ້ນ Meta Platforms Inc. ເປັນຄັ້ງທຳອິດໃນຮອບສອງປີ ຫຼັງ​ຈາກມູນຄ່າໃນຕະຫຼາດຫຼັກຊັບຂອງແພລັດຟອມດັ່ງກ່າວໄດ້ມີການຟື້ນຕົວ​ຢ່າງ​ວ່ອງ​ໄວ​ຈາກ​ຄວາມ​ວຸ້ນວາຍ​ໃນປີ 2022.

ບັນດາຜູ້ຮ່ວມກໍ່ຕັ້ງບໍລິສັດ Meta ລວມທັງໜ່ວຍງານຕ່າງໆໄດ້ມີການໂອນຍ້າຍຮຸ້ນ Meta ປະມານ 682,000 ຮຸ້ນ (ຄິດເປັນມູນຄ່າເກືອບ 185 ລ້ານໂດລາ) ເພື່ອວາງແຜນຊື້ຂາຍ. ໂດຍຂໍ້ມູນດັ່ງກ່າວໄດ້ຖືກເປີດເຜີຍຫຼ້າສຸດໃນວັນທີ 29 ພະຈິກທີ່ຜ່ານມານີ້ ອີງຕາມຂໍ້ມູນທີ່ລວບລວມໂດຍ Bloomberg ຈາກເອກະສານກົດລະບຽບ.

ຮຸ້ນຂອງບໍລິສັດ Meta ໄດ້ມີການຟື້ນຕົວຂຶ້ນກວ່າ 172% ໃນປີນີ້ຈົນເຖິງທ້າຍເດືອນພະຈິກ ເຊິ່ງມີປະສິດທິພາບເໜືອກວ່າບໍລິສັດເຕັກໂນໂລຊີລາຍໃຫຍ່ທຸກແຫ່ງໃນສະຫະລັດຍົກເວັ້ນ Nvidia Corp. ສຳລັບການຟື້ນຕົວຂຶ້ນຂອງບໍລິສັດ Meta ໃນຄັ້ງນີ້ແມ່ນຈະຊ່ວຍເພີ່ມລາຍໄດ້ໃຫ້ແກ່ກິດຈະກຳຕ່າງໆຂອງ Zuckerberg ໄດ້ຈັດທໍາຂຶ້ນ, ລວມທັງເງິນຮ່ວມລົງທຶນ, ການຄົ້ນຄວ້າວິທະຍາສາດ ແລະ ການລົງທຶນຕ່າງໆ.

ໃນລະຫວ່າງທົດສະວັດທີ່ຜ່ານມາ, Zuckerberg ໄດ້ໂອນຍ້າຍຮຸ້ນ Meta ອອກເປັນປະຈໍາ ແຕ່ກໍບໍ່ໄດ້ວາງແຜນທີ່ຈະຂາຍຮຸ້ນດັ່ງກ່າວເລີຍຈົນຮອດປີ 2022. ແລະໃນເວລາຕໍ່ມາເມື່ອຜົນປະກອບການປະຈໍາໄຕມາດໄດ້ມີການຫຼຸດລົງຢ່າງຮຸນແຮງ ຈົນນຳໄປສູ່ການລ້າງພັອດຄັ້່ງໃຫຍ່ ແລະ ການດຳເນີນການປະຈໍາປີທີ່ຮ້າຍແຮງທີ່ສຸດຂອງ Meta ນັບຕັ້ງແຕ່ໄດ້ມີການສະເໜີຂາຍຮຸ້ນໃຫ້ແກ່ປະຊາຊົນທົ່ວໄປເປັນຄັ້ງທໍາອິດໃນປີ 2012.

ປັດຈຸບັນ, ຮຸ້ນຂອງ Meta ແມ່ນກຳລັງຈະເຂົ້າໃກ້ສະຖິຕິສູງສຸດເປັນປະຫວັດສາດທີ່ເຄີຍເຮັດໄວ້ໃນປີ 2021, ເມື່ອ Zuckerberg ແລະ ມູນນິທິການກຸສົນ Chan Zuckerberg Initiative, ໄດ້ເທຂາຍຮຸ້ນຂອງບໍລິສັດ Menlo Park ໃນລັດ California ຫຼາຍກວ່າ 1 ຕື້ໂດລາ. Zuckerberg ຍັງຄົງຖືຄອງຮຸ້ນ 13% ໃນ Meta, ເຊິ່ງຄິດເປັນຊັບສິນເກືອບທັງໝົດຂອງເຂົາທີ່ 117.7 ຕື້ໂດລາ, ອີງຕາມດັດຊະນີ Bloomberg Billionaires Index.

ທີ່ມາ:

theedgemalaysia

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/