Luke Chadwick ອະດີດປີກດາວຮຸ່ງຂອງ ແມນຢູ ຜູ້ທີ່ແບກຮັບການຖືກ Bully ຢ່າງເຈັບປວດ


ໃນຍຸກກ່ອນ ການ Bully ຖືວ່າພົບເຫັນໄດ້ຫຼາຍເທື່ອ ໃນວົງການບານເຕະ ແລະ ບາງນັກເຕະກໍຕົກເປັນເຫຍື່ອຂອງການ Bully ຈົນສົ່ງຜົນຕໍ່ຊີວິດສ່ວນຕົວຂອງເຂົາ ເຊັ່ນດຽວກັນກັບ ລຸກ ແຊດວິກ (Luke Chadwick) ເດັກຝຶກຂອງແມນຢູ ທີ່ຮູບຮ່າງໜ້າຕາຂອງລາວ ຕົກເປັນເຫຍື່ອຂອງການ Bully ຖືກເວົ້າເຖິງໃນແງ່ລົບ ຈົນເຮັດໃຫ້ຊີວິດໄວໜຸ່ມຂອງລາວນັ້ນ ຕ້ອງປະເຊີນກັບຄວາມໜ້າຫົດຫູ່ຫຼາຍຢ່າງ.

ແຊດວິກ ຍ້າຍເຂົ້າມາໃນສູນຝຶກເຍົາວະຊົນ ຂອງ ແມນເຊັສເຕີ້ ຢູໄນເຕັດ ຕອນລາວອາຍຸໄດ້ 14 ປີ ແລະ ໃຊ້ເວລາ ຝຶກຝົນທັກສະຢູ່ບ່ອນນັ້ນເຖິງເວລາ 4 ປີ ກ່ອນທີ່ຈະໄດ້ຮັບໂອກາດລົງຫຼິ້ນໃນສີເສື້ອ ແມນຢູ ໃນລະດູການ 1999-2000. ລາວໄດ້ລົງຫຼິ້ນເປັນຕົວຈິງນັດທຳອິດ ໃນເກມທີ່ພົບກັບ ແອສຕັນ ວິວລ່າ ໃນການແຂ່ງຂັນ League Cup ພຽງແຕ່ວ່າເກມນັດນັ້ນຜົນການແຂ່ງຂັນ ບໍ່ຄ່ອຍດີປານໃດ ໂດຍເປັນທາງຂອງ ແອສຕັນ ວິວລາ ທີ່ເອົາຊະນະໄປ 3-0 ຖືວ່າໜ້າຜິດຫວັງທັງແມນຢູ ແລະ ທັງ ແຊດວິກ ແຕ່ນີ້ເປັນພຽງຈຸດເລີ່ມຕົ້ນຂອງເດັກໜຸ່ມ ອາຍຸ 18 ປີ ຄົນນີ້.

ຈົນມາຮອດ ລະດູການ 2000-2001 ເດັກໜຸ່ມຄົນນີ້ ເລີ່ມເຮັດຜົນງານໄດ້ດີ ໄດ້ຮັບໂອກາດຈາກ ນາຍໃຫຍ່ຊາວ ສະກັອດແລນ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າສ່ວນໃຫຍ່ຈະລົງມາໃນບົດບາດຂອງຕົວສຳຮອງ ແຕ່ ແຊດວິກ ກໍຕອບແທນດ້ວຍ ສີມືການລ້ຽງບານທີ່ຄ່ອງຕົວ ໂຊລີລາການລາກບານທີ່ໜ້າຕື່ນຕາຕື່ນໃຈ ແລະ ລາວຈົບລະດູການນັ້ນໂດຍການລົງຫຼິ້ນທັງໝົດ 22 ເກມລວມທຸກລາຍການ ຍິງໄດ້ 2 ປະຕູ. ນີ້ເບິ່ງຄືວ່າຈະເປັນຈຸດເລີ່ມຕົ້ນທີ່ດີ ໃນການຈະພັດທະນາຕົນເອງຂຶ້ນໄປອີກລະດັບໜຶ່ງ ຂອງເດັກໜຸ່ມຊາວອັງກິດຄົນນີ້.

ແຕ່ສຽງຍ້ອງຍໍ ແລະ ການກ່າວເຖິງລາວ ໃນເລື່ອງຜົນງານ ມັນກັບໝົດແຕ່ເທົ່ານັ້ນ. ເພາະຫຼັງຈາກນັ້ນ ສິ່ງທີ່ຖືກເວົ້າເຖິງມັນບໍ່ແມ່ນເລື່ອງໃນສະໜາມ ແຕ່ມັນກັບກາຍເປັນເລື່ອງ ຮູບຮ່າງໜ້າຕາຂອງລາວ ທີ່ຖືກນຳໄປ Bully ແລະ ຖືກເວົ້າສຽດສີ ເສຍໆຫາຍໆ. ແຟນບານສ່ວນຫຼາຍ ໂດຍສະເພາະແຟນບານຝ່າຍກົງກັນຂ້າມ ທຸກເທື່ອທີ່ລາວລົງສະໜາມ ຜົນງານຂອງລາວນັ້ນບໍ່ມີໃຜເວົ້າເຖິງ ເພາະທຸກຄົນພະຍາຍາມກົດດັນລາວດ້ວຍການ Bully ໜ້າຕາຂອງລາວ ແລະ ເມື່ອຖືກແບບນີ້ເລື້ອຍໆ ມັນກໍຄ່ອຍໆເກີດເປັນປົມໃນໃຈຂອງລາວ ເພາະໃນເວລານັ້ນ ເດັກໜຸ່ມຄົນນີ້ອາຍຸຫາກໍໄດ້ 19 ປີເທົ່ານັ້ນ.

ການ Bully ລາວຮຸນແຮງເຖິງຂັ້ນວ່າ ເຮັດໃຫ້ ແຊດວິກນັ້ນ ຮູ້ສຶກວິຕົກກັງວົນ ສູນເສຍຄວາມໝັ້ນໃຈ ຈົນວ່າບໍ່ກ້າຮອດຈະອອກຈາກເຮືອນໄປໃຊ້ຊີວິດແບບຄົນປົກກະຕິ ເພາະແຊດວິກກັງວົນວ່າ ເມື່ອໄປພົບກັບຄົນນັ້ນຄົນນີ້ ແລ້ວບໍ່ຮູ້ວ່າຄົນຈະເວົ້າຫຍັງອອກມາ, ຈະຄິດແນວໃດກັບລາວ ຫຼື ຈະລໍ້ລຽນແນວໃດກ່ຽວກັບໜ້າຕາຂອງລາວ. ຊີວິດລາວຈຶ່ງເຮັດໄດ້ພຽງ ອອກໄປຊ້ອມບານ ແລ້ວກໍເມືອເຮືອນ ເທົ່ານັ້ນ.

ແລະດ້ວຍນິດໄສສ່ວນຕົວຂອງລາວທີ່ເປັນຄົນງຽບໆ ບໍ່ຄ່ອຍໂອ້ລົມນຳໃຜ ລາວຈຶ່ງເລືອກທີ່ຈະເກັບເລື່ອງນີ້ເອົາໄວ້ຄົນດຽວ ເຮັດໃຫ້ສະຖານະການຂອງລາວ ຍິ່ງເພີ່ມທະວີຄວາມກົດດັນໄປເລື້ອຍໆ.

ການ Bully ແຊດວິກ ນັ້ນຮຸນແຮງເຖິງຂັ້ນວ່າ ຖືກ Bully ກາງລາຍການໂທລະພາບຊື່ດັງຂອງປະເທດ ໂດຍລາຍການນັ້ນຊື່ວ່າ They think it’s all over ອອກອາກາດທາງຊ່ອງ BBC ໂດຍມີ ນິກ ແຮນຄັອກ Nick Hancock ນັກສະແດງຕະຫຼົກ ເປັນຜູ້ດຳເນີນລາຍການ ແລະ ມີ ແກຣີ່ ລິນິເກີ້ (Gary Lineker) ກອງໜ້າລະດັບຕຳນານຂອງທີມຊາດອັງກິດ ແລະ ເດວິດ ໂກເວີ້ (David Gower) ອະດີດກັບຕັນ ຄຣິກເກັດ ທີມຊາດອັງກິດ ເຂົ້າຮ່ວມນຳ.

ໂດຍຮູບແບບຂອງລາຍການເປັນ ລາຍການຕະຫຼົກ ທີ່ຕອບຄຳຖາມກ່ຽວກັບບານເຕະ ແຕ່ສິ່ງທີ່ມັນຮ້າຍແຮງທີ່ສຸດ ແມ່ນທາງລາຍການໄດ້ນຳເອົາຮູບຮ່າງ ໜ້າຕາຂອງ ລຸກ ແຊດວິກ ອອກມາກ່າວເຖິງໃນທາງສຽດສີ ກາງລາຍການ ຫຼາຍເທື່ອຕໍ່ຫຼາຍເທື່ອ ເຊິ່ງມີຕອນໜຶ່ງທີ່ ນິກ ແຮນຄັອກບອກວ່າ: “ເພງທີ່ດີທີ່ສຸດຂອງ ວົງ Iron Maiden ຄື number of the beast ແຕ່ຖ້າເຈົ້າຢາກຮູ້ ເບີຂອງສັດຮ້າຍ ລຸກ ແຊດວິກ ໃສ່ເບີ 36 ເດີ້ ” ເຊິ່ງເປັນການປຽບທຽບວ່າໜ້າຕາຂອງແຊດວິກນັ້ນປຽບເໝືອນສັດຮ້າຍ, ປຽບເໝືອນສັດປະຫຼາດ ແລະ ອີກຫຼາຍຕໍ່ຫຼາຍຢ່າງ ເຊິ່ງທຸກຄົນກໍມີຄວາມສຸກກັບ ການສຽດສີແບບນີ້ ທັງໃນສະຖານີ ແລະ ຄົນທີ່ຮັບຊົມ. ແຕ່ສຳລັບແຊດວິກແລ້ວ ມັນບໍ່ແມ່ນເລື່ອງຕະຫຼົກຈັກໜ້ອຍເລີຍ ເພາະການທີ່ໜ້າຕາຂອງລາວຖືກນຳມາລໍ້ລຽນໃນລາຍການທີ່ມີຄົນເບິ່ງຫຼາຍກວ່າ 1 ລ້ານຄົນ ມັນຍິ່ງເຮັດໃຫ້ລາວາສູນເສຍຄວາມນັບຖືໃນຕົນເອງໄປເລື້ອຍໆ.

ການເວົ້າສຽດສີ ແຊດວິກ ໃນລາຍການນີ້ ເກີດຂຶ້ນທຸກໆອາທິດ ຈົນລາວນັ້ນຫົດຫູ່ ຂຶ້ນເລື້ອຍໆ ແລະ ສິ່ງທີ່ເຮັດໃຫ້ລາວເຈັບປວດທີ່ສຸດນັ້ນກໍຄື ຄຳເວົ້າສຽດສີພວກນັ້ນ ມັນອອກມາຈາກບຸກຄົນທີ່ລາວເຄົາລົບນັບຖື ນັ້ນກໍຄື ແກຣີ້ ລີນິເກີ້, ແຊດວິກ ບອກວ່າ ລາວບໍ່ໄດ້ຄຽດໃຫ້ ລີນິເກີ້ ເລີຍ ແຕ່ຮູ້ສຶກຜິດຫວັງທີ່ ຄົນທີ່ລາວນັບຖືກັບກາຍມາເປັນຄົນທີ່ທຳຮ້າຍຈິດໃຈຂອງລາວ. ລາວຮູ້ສຶກບໍ່ດີເຖິງຂັ້ນວ່າ ເຄີຍຄິດຢາກຈະຕິດຕໍ່ໄປ ທີ່ຊ່ອງໂທລະພາບ BBC ບອກໃຫ້ລາຍການນີ້ຢຸດເວົ້າເຖິງເລື່ອງຮູບຮ່າງໜ້າຕາຂອງລາວໄດ້ບໍ່ ແຕ່ສຸດທ້າຍລາວກໍໄດ້ແຕ່ຄິດ ແລະ ກົ້ມໜ້າຮັບມັນໄປ.

ດ້ວຍຄວາມທີ່ປົກກະຕິ ກໍເປັນຄົນມິດໆ ບໍ່ຄ່ອຍເວົ້າຢູ່ແລ້ວ ເມື່ອມາພົບກັບເຫດການແບບນີ້ ຍິ່ງເຮັດໃຫ້ ແຊດວິກ ກົດດັນຂຶ້ນໄປກວ່າເກົ່າ ເທື່ອນີ້ລາວປິດກັ້ນທຸກຢ່າງ ແຍກຕົນເອງອອກຈາກ ສັງຄົມ ອອກຈາກທຸກຄົນ ສ້າງກຳແພງຂຶ້ນມາ ເພື່ອບໍ່ໃຫ້ທຸກຄົນນັ້ນເຂົ້າມາຢູ່ໃນພື້ນທີ່ສ່ວນຕົວຂອງລາວ ແລະ ກໍພະຍາຍາມບອກກັບໝູ່ຮ່ວມທີມວ່າ ບໍ່ເປັນຫຍັງ ຮັບມືໄດ້ສະບາຍ ເພາະຢາກໃຫ້ຄົນອື່ນເຫັນວ່າ ລາວນັ້ນເຂັ້ມແຂງພໍ ຄຳເວົ້າພວກນີ້ເຮັດຫຍັງລາວບໍ່ໄດ້ດອກ ແຕ່ຄວາມຈິງມັນບໍ່ໄດ້ເປັນແນວນັ້ນເລີຍ.

ແຊດວິກ ເກັບຄວາມຮູ້ສຶກເຫຼົ່ານີ້ ມາເປັນເວລາ ເກືອບ 20 ປີ  ຄຳເວົ້າຫຼາຍໆຢ່າງມັນກັດກິນຫົວໃຈລາວມາຕະຫຼອດ ແລະ ຊີວິດນັກເຕະຂອງລາວກໍເລີ່ມຖອຍຫຼັງລົງທຸກມື້ ຈົນຈົບອາຊີບນັກເຕະລົງ ໃນປິ 2015. ແຕ່ລາວກໍບອກວ່າ ການ Bully ນີ້ ມັນບໍ່ແມ່ນສ່ວນສຳຄັນທີ່ເຮັດໃຫ້ ຊີວິດນັກເຕະຂອງລາວບໍ່ປະສົບຜົນສຳເລັດ ແຕ່ເປັນຍ້ອນ ອາການບາດເຈັບ ທີ່ລົບກວນລາວມາຕະຫຼອດ ຈົນເຮັດໃຫ້ ອາຊີບນັກເຕະ ຂອງລາວບໍ່ເປັນໄປຕາມທີ່ລາວຕັ້ງໃຈໄວ້.

ເຖິງວ່າລາວຈະເວົ້າແບບນັ້ນ ແຕ່ກໍປະຕິເສດບໍ່ໄດ້ວ່າສຳລັບນັກເຕະອາຊີບແລ້ວ ຄວາມໝັ້ນໃຈ ຖືເປັນສິ່ງສຳຄັນອັນດັບຕົ້ນໆ ທີ່ຈະສົ່ງຜົນຕໍ່ຟອມການຫຼິ້ນ ດ້ວຍຄວາມທີ່ບໍ່ມີຄວາມໝັ້ນໃຈໃນໜ້າຕາຕົນເອງຢູ່ແລ້ວ ເມື່ອມາຖືກມາຈີ້ປົມດ້ອຍຂອງຕົນເອງແບບນີ້ ມັນຍິ່ງເຮັດໃຫ້ ສູນເສຍຄວາມໝັ້ນໃຈໄປຍິ່ງກວ່າເກົ່າ.

ຈົນມາຮອດປີ 2020 ແຊດວິກ ຕັດສິນໃຈ ອອກມາເວົ້າເຖິງເລື່ອງໃນອະດີດ ທີ່ລາວເກັບມັນໄວ້ໃນໃຈມາເກືອບທັງຊີວິດ ໂດຍການມາໂພສໃນ Twitter ວ່າ: “ຕອນທີ່ຍັງເປັນນັກເຕະໜຸ່ມໆ ການເວົ້າໃຫ້ຮູບຮ່າງໜ້າຕາຂອງຂ້ອຍ ມັນສົ່ງຜົນຕໍ່ສະພາບຈິດໃຈຂອງຂ້ອຍເປັນຢ່າງຫຼາຍ, ຄວາມຮູ້ສຶກອັບອາຍມັນເຮັດໃຫ້ຂ້ອຍບໍ່ເວົ້າໃນສິ່ງທີ່ຂ້ອຍຮູ້ສຶກ ເຖິງແມ່ນວ່າຂ້ອຍຈະຮູ້ສຶກອຶດອັດຫຼາຍໃນຕອນນັ້ນ, ແຕ່ມັນເປັນສິ່ງສຳຄັນທີ່ເຮົາຄວນເວົ້າກ່ຽວກັບຄວາມຮູ້ສຶກທີ່ຜ່ານເຂົ້າມາໃນໄລຍະເວລາທີ່ຍາກລຳບາກຂອງຊີວິດ”

ຂໍ້ຄວາມດັ່ງກ່າວຂອງລາວ ໄດ້ຮັບການຕອບຮັບຢ່າງຫຼວງຫຼາຍ ແລະ ຖືກນຳໄປເວົ້າເຖິງເປັນວົງກວ້າງ ໂດຍສະເພາະທຸກມື້ນີ້ທີ່ໂລກຍອມຮັບໃນຄວາມແຕກຕ່າງ ແລະ ປະນາມການ Bully ຮູບຮ່າງໜ້າຕາຂອງຄົນອື່ນ ວ່າເປັນສິ່ງທີ່ບໍ່ຖືກຕ້ອງ.

ດ້ວຍຂໍ້ຄວາມດັ່ງກ່າວຂອງລາວ ມັນເຮັດໃຫ້ ທຸກຄົນຮັບຮູ້ເຖິງຄວາມຮູ້ສຶກຂອງເດັກໜຸ່ມຄົນໜຶ່ງທີ່ຖືກ Bully ມາຕະຫຼອດ. ນິກແຮນ ຄັອກ ພິທີກອນ ລາຍການ They think it’s all over ທີ່ເຄີຍ Bully ລາວ ໄດ້ອອກມາຂໍໂທດລາວຜ່ານ Twitter ແລະ ຕິດຕໍ່ໄປຂໍ້ໂທດເປັນການສ່ວນຕົວ. ໂດຍລາວບອກວ່າ: “ລາວຮູ້ສຶກຕົກໃຈ ແລະ ລະອາຍໃຈຫຼາຍກັບສິ່ງທີ່ລາວເຮັດລົງໄປໃນຕອນນັ້ນ” ເຊັ່ນດຽວກັບ ແກຣີ້ ລີນິເກີ້ ຜູ້ທີ່ປຽບເໝືອນ ໄອດໍ້ ຂອງ ແຊດວິກ ໃນຕອນນັ້ນ ກໍໄດ້ອອກມາບອກວ່າ: ຂ້ອຍເປັນສ່ວນໜຶ່ງໃນລາຍການນັ້ນ. ສະນັ້ນ ຂ້ອຍຢາກຂໍໂທດ ລຸກ ແຊດວິກ ທີ່ເຮັດໃຫ້ລາວຕ້ອງເຈັບປວດແບບນີ້” ແລະ ແນ່ນອນ ແຊດວິກ ບໍ່ໄດ້ຕິດໃຈ ແລະ ຍົກໂທດໃຫ້ທັງສອງຄົນນີ້ແລ້ວ.

ປັດຈຸບັນ ແຊດວິກກ້າວຜ່ານເວລາທີ່ໂຫດຮ້າຍໄປໄດ້ແລ້ວ ລາວບໍ່ໄດ້ມີຄວາມຫຼັງຝັງໃຈກັບເລື່ອງດັ່ງກ່າວ ພ້ອມກັບບອກອີກວ່າ: “ເລື່ອງທີ່ເກີດຂຶ້ນ ມັນບໍ່ສົມຄວນເກີດຂຶ້ນນຳຂ້ອຍ ແລະ ບໍ່ຄວນເກີດຂຶ້ນກັບທຸກໆຄົນ ເພາະມະນຸດທຸກຄົນທີ່ເກີດມາ ບໍ່ຄວນຖືກ Bully ແລະ ກາຍເປັນຕົວຕະຫຼົກໃນສາຍຕາຄົນອື່ນ”.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/