ADB ​​ລະດົມ​ທຶນ 5 ຕື້​ໂດ​ລາ​ສະຫະລັດ ​ເພື່ອສະໜັບສະໜູນໃນການພັດທະນາ​ອາຊີ-ປາຊີ​ຟິກ ແລະ ຊ່ວຍເຫຼືອປະເທດທີ່ທຸກຍາກ


ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັບ​ບັນດາປະເທດ​ຜູ້​ບໍລິຈາກ​ເພື່ອ​ລະດົມ​ທຶນ 5 ຕື້​ໂດ​ລາ​ສະຫະລັດ​ໃຫ້​ແກ່ 2 ກອງ​ທຶນ​ຄື: ກອງ​ທຶນ​ພັດທະນາ​ອາຊີ (ADF) 14 ​ແລະ ກອງ​ທຶນ​ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ​ພິ​ເສດ (TASF) 8. ການ​ສະໜັບສະໜູນ​ຄັ້ງນີ້​ແມ່ນ​ມີ​ຂຶ້ນ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 57 ຂອງ ADB ໂດຍມີຈຸດປະສົງດັ່ງນີ້:

  • ສຸມໃສ່ປະເທດທີ່ທຸກຍາກທີ່ສຸດ ແລະ ດ້ອຍໂອກາດທີ່ສຸດ

 ADF ແມ່ນກອງທຶນຊ່ວຍເຫຼືອທາງດ້ານການເງິນທີ່ໃຫຍ່ທີ່ສຸດຂອງ ADB ໃຫ້ແກ່ບັນດາປະເທດສະມາຊິກທຸກຍາກທີ່ກຳລັງພັດທະນາ ແລະ ດ້ອຍໂອກາດທີ່ສຸດ. ADF 14 ໄດ້ລະດົມທຶນຮອບທີ 13 ຈະຊ່ວຍສະໜັບສະໜູນຊ່ວຍການດຳເນີນງານແບບໃຫ້ເງິນລ້າຕັ້ງແຕ່ປີ 2025 – 2028.

  • ເງິນທຶນທີ່ເພີ່ມຂຶ້ນ

ການລະດົມທຶນໃນຮອບນີ້ແມ່ນສູງກວ່າຮອບທີ່ຜ່ານມາ 22%, ເຊິ່ງແມ່ນການລະດົມທຶນຊ່ວຍເຫຼືອລ້າທີ່ໃຫຍ່ທີ່ສຸດຂອງ ADF ເທົ່າທີ່ເຄີຍມີມາ. TASF 8 ຍັງໄດ້ເໜີເງິນທຶນຊ່ວຍເຫຼືອລ້າສໍາລັບການກະກຽມໂຄງການ “ການ​ສ້າງ​ຄວາມ​ສາ​ມາດ​ ແລະ ຄໍາແນະນໍາທາງດ້ານເຕັກນິກ ຫຼື ນະໂຍບາຍ”

  • ການປະຕິບັດດ້ານດິນຟ້າອາກາດ ແລະ ລັດທີ່ອ່ອນແອ

ADF 14 ໃຫ້ຄວາມສໍາຄັນແກ່ບັນດາປະເທດເກາະຂະໜາດນ້ອຍທີ່ມີຄວາມສ່ຽງຕໍ່ການປ່ຽນແປງຂອງດິນຟ້າອາກາດ ແລະ ​ປະ​ເທດ​ທີ່ກຳລັງ​ປະ​ເຊີນ​ກັບ​ການ​ຂັດ​ແຍ່ງ​ກັນ.​ ນອກຈາກນີ້, ADF 14 ຍັງມີບົດບາດສໍາຄັນໃນການປັບຕົວກັບການປ່ຽນແປງດິນຟ້າອາກາດ, ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ​ ການ​ຮ່ວມ​ມືໃນລະດັບ​ພາກ​ພື້ນ​

  • ແຫຼ່ງທຶນທີ່ມີຄວາມຫຼາກຫຼາຍ

ຫຼາຍກວ່າເຄິ່ງໜຶ່ງ (2.5 ຕື້ໂດລາ) ແມ່ນມາຈາກເງິນບໍລິຈາກຂອງປະເທດຕ່າງໆ, ລວມທັງຜູ້ບໍລິຈາກໃໝ່ 2 ປະເທດຄື: ອາເມເນຍ ແລະ ຈໍເຈຍ. ADB ຈະ​ເພີ່ມເງິນ​ການ​ໂອນ​ລາຍ​ຮັບ​ສຸດ​ທິ​ (net income transfers) ຂອງຕົນເອງໃຫ້ກັບ ADF ຈາກ​ 1.2 ຕື້​ໂດ​ລາ​ໃນ ADF 13 ເປັນ​ເກືອບ 1.6 ຕື້​ໂດ​ລາ​ໃນ ADF 14, ເຊິ່ງເພີ່ມ​ຂຶ້ນ 35%, ສ່ວນ​ເງິນທຶນ​ທີ່​ຍັງ​ເຫຼືອ 0,9 ຕື້ໂດລາຈະ​ເປັນການໂອນມາຈາກ​ ADF ຮອບ​ກ່ອນ ແລະ ລາຍໄດ້ຈາກການລົງທຶນຂອງສະພາບຄ່ອງ.

  • ຄວາມພະຍາຍາມຮ່ວມກັນ

ນອກເໜືອຈາກເງິນທຶນຊ່ວຍເຫຼືອລ້າຈາກ ADF ແລ້ວ. ADB ຈະໃຫ້ເງິນກູ້ແບບຜ່ອນຜັນ 16.7 ຕື້ໂດລາໃນໄລຍະເວລາ ADF 14, ເຊິ່ງໝາຍຄວາມວ່າຈະມີເງິນທຶນສະໜັບສະໜູນແບບໃຫ້ລ້າ ແລະ ເງິນກູ້ແບບຜ່ອນຜັນຫຼາຍກວ່າ 8 ໂດລາສໍາລັບທຸກໆ 1 ໂດລາທີ່ມາຈາກຜູ້ບໍລິຈາກ.

  • ພາລະກິດຂອງ ADB

ADB ມຸ່ງໝັ້ນໄປສູ່ການນຳພາໃຫ້ພາກພື້ນອາຊີ ແລະ ປາຊີຟິກຈະເລີນຮຸ່ງເຮືອງ, ຄອບຄຸມ, ຍືດຫຍຸ່ນ ແລະ ຍືນຍົງ ຄຽງຄູ່ກັບການລຶບລ້າງຄວາມທຸກຍາກອອກຈາກປະເທດທີ່ກຳລັງພັດທະນາ. ADB ສ້າງຕັ້ງຂຶ້ນໃນປີ 1966, ໂດຍມີ 68 ປະເທດສະມາຊິກ, ເຊິ່ງ 49 ປະເທດແມ່ນມາຈາກພາກພື້ນນີ້.

ໝາຍ​ເຫດ​:

  • ບັນດາ​ຜູ້​ໃຫ້​ທຶນ​ທີ່​ໄດ້​ປະກາດ​ໃຫ້ການ​ສະໜັບສະໜູນ ADF 14 ລວມມີ: ອາ​ເມ​ເນຍ, ອອສເຕຣເລຍ, ແຄ​ນາ​ດາ, ເດັນ​ມາກ, ຟິນ​ແລນ, ຝຣັ່ງ, ຈໍ​ເຈຍ, ​ເຢຍລະ​ມັນ, ຮົງ​ກົງ, ຈີນ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ໄອ​ແລນ, ອິ​ຕາ​ລີ, ຍີ່ປຸ່ນ, ລັກ​ເຊມ​ເບີກ, ມາ​ເລ​ເຊຍ, ​ເນ​ເທີ​ແລນ, ນິວຊີ​ແລນ, ນໍເວ, ສາທາລະນະລັດປະຊາຊົນຈີນ, ຟີລິບປິນ, ໂປຕຸເກດ, ສ.ເກົາຫຼີ, ສະເປນ, ສວີເດນ, ສະວິດເຊີແລນ, ໄທເປ, ຈີນ, Turkey, ສະຫະຣາຊະອານາຈັກ ແລະ ສະຫະລັດອາເມຣິກາ.
  • ປະເທດສະມາຊິກທີ່ກໍາລັງພັດທະນາຕໍ່ໄປນີ້ແມ່ນຜູ້ທີ່ໄດ້ຮັບທຶນຫຼັກຈາກ ADF 14 ມີ: ລັດສະຫະພັນໄມໂຄນີເຊຍ, ກີຣິບາຕີ, ສາທາລະນະລັດ Kyrgyz; Maldives, ໝູ່ເກາະມາແຊນ, ນາອູຣູ, ຊາມົວ, ໝູ່ເກາະໂຊໂລມອນ, ທາຈິກິດສະຖານ, ຕົງກາ, ຕູວາລູ, ​ແລະ​ ປະ​ເທດ​ວາ​ນົວ​ຕູ. ​ເງິນ​ຊ່ວຍ​ເຫຼືອ​ຈະ​ມີ​ໄວ້​ເພື່ອ​ສະໜັບສະໜູນ​ປະຊາຊົນໃນ​ອັຟກາ​ນີສະຖານ, ​ມຽນມາ ແລະ ສໍາລັບໂຄງການຫັນປ່ຽນໃນປະເທດບັງກະລາເທດ, ພູຖານ, ກຳປູເຈຍ, ໝູ່ເກາະຄຸກ, ຟິຈິ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມົງໂກເລຍ, ເນປານ, ນີວ, ປາກີສະຖານ, ປາລູ, ປາປົວນິວກີນີ, ສີ​ລັງ​ກາ, ຕີມໍ-ເລສເຕ ແລະ ອຸສເບກິສຖານ.

ທີ່ມາ:

business-standard.

adb.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/