ສຄອຊ ຫາລື ທົບທວນຄືນ ບັນດາບູລິມະສິດການປົກປ້ອງແຮງງານ ແລະ ພັດທະນາສີມືແຮງງານ


ຄະນະ​ຊີ້​ນຳ​ກຳມະກອນ​ຂອງ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ (LNCCI) ພວມ​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາມ​ຝ່າຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພັດທະນາ​ສີມື​ແຮງ​ງານ ​ແລະ ປົກ​ປັກ​ຮັກສາ​ຄົນ​ງານ ​ເພື່ອ​ຊຸກຍູ້​ເສດຖະກິດ​ລາວ.

ໄດ້ຈັດກອງປະຊຸມທົບທວນຄືນການເຄື່ອນໄຫວວຽກງານຂອງຄະນະຊີ້ນໍາວຽກງານແຮງງານ ແລະ ວຽກງານຂອງສູນບໍລິການເຝິກອົບຮົມການຮ່ວມມືຄູ່ (DCTSC), ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບກອບວຽກງານແຮງງານ ແລະ DCTSC ທີ່ກ່ຽວຂ້ອງ.

ໂດຍຮອງປະທານ LNCCI ແລະ ຫົວໜ້າຄະນະຊີ້ນຳວຽກງານແຮງງານ, ທ່ານ ດຣ ໄຊບັນດິດ ຣາຊະພົນ ກ່າວຕໍ່ສື່ມວນຊົນ ວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ປຶກສາຫາລືບັນດາບັນຫາສຳຄັນທີ່ກ່ຽວຂ້ອງເຖິງການພັດທະນາສີມືແຮງງານ ແລະ ການປົກປ້ອງແຮງງານ.

ທ່ານ​ກ່າວ​ວ່າ “ຫຼາຍ​ບັນຫາ​ທີ່​ສຳຄັນ, ລວມທັງ​ການ​ປົກ​ປ້ອງ​ສິດ​ແຮງ​ງານ, ຜົນ​ປະ​ໂຫຍ​ດ ​ແລະ ສະຫວັດດີ​ການ​ສັງຄົມ​ຂອງ​ແຮງງານ, ​ແລະ ການ​ປ້ອງ​ກັນ​ໄພພິບັດ, ​ໄດ້​ນຳ​ມາ​ປຶກສາ​ຫາລື​ກັບ​ຜູ້ຕາງໜ້າ​ບັນດາ​ຄູ່​ຮ່ວມ​ມື​ສາມ​ຝ່າຍ ໃນກອງປະຊຸມຄັ້ງນີ້”.

ທ່ານ ໄຊ​ບັນ​ດິດ, ຜູ້​ຮັບ​ຜິດ​ຊອບ​ຊີ້ນຳວຽກງງານແຮງງານ ກ່າວ​ວ່າ ສູນ DCTSC ​ນີ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ສີ​ມື​ແຮງ​ງານ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ໂດຍ​ການ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ຈ້າງ​ນັກ​ຮຽນ​ຈົບ​ໃໝ່​ເພີ່ມ​ຂຶ້ນ ແລະ ໃຫ້​ບັນ​ດາ​ນັກ​ສຶກ​ສາ​ອາ​ຊີບ​ປີ​ທີ 1 ໄດ້​ເລີ່ມ​ການເຝິກ​ອົບ​ຮົມ​ຢູ່ກັບບໍລິສັດ.

ທ່ານ​ກ່າວ​ວ່າ: ປັດຈຸ​ບັນ​ການ​ປະຕິບັດ​ໂຄງການ​ດັ່ງກ່າວ​ໄດ້​ດຳ​ເນີນ​ຢູ່ 5 ​ແຂວງ​ຂອງ​ລາວ, ​ໂດຍ​ມີ​ສະ​ຖາ​ບັນ​ອາຊີວະ​ສຶກສາ 20 ກວ່າ​ແຫ່ງ ​ແລະ​ ມີ​ນັກ​ປະກອບ​ການ 300 ກວ່າ​ຄົນ​ເຂົ້າ​ຮ່ວມ​ໂຄງການ.

ວິຊາການທົດລອງທີ່ສໍາຄັນຈໍານວນໜຶ່ງແມ່ນເຊື່ອມຕໍ່ກັບການເຝິກອົບຮົມທີ່ກ່ຽວຂ້ອງກັບການບໍລິການຢູ່ໂຮງແຮມ ແລະ ຮ້ານອາຫານ, ລວມທັງຊ່າງໄຟຟ້າ, ວິຊາການ ແລະ ພະນັກງານຂົນສົ່ງ, ກະສິກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ

ທ່ານ ດຣ ໄຊ​ບັນ​ດິດ ກ່າວ​ວ່າ: ​ໂດຍ​ໄດ້​ຮັບ​ການ​ຕອບ​ສະໜອງ​ທີ່​ໜ້າ​ພໍ​ໃຈ​ກ່ຽວ​ກັບ DCTSC ຈາກ​ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ຊຸມ​ປີຜ່ານມາ, ພວກ​ເຮົາ​ຈະ​ຂະຫຍາຍ​ເຄືອ​ຂ່າຍ​ຜູ້​ປະກອບ​ການ ​ແລະ ​ເພີ່ມ​ທະວີ​ວິຊາ​ຕ່າງໆ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ອອກ​ແຮງ​ງານ.

ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງວັນ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍວຽກງານທຸລະກິດ, ແຮງງານ ແລະ ອຸດສາຫະກຳ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດລະບຽບການ ແລະ ສັນຍາການຈ້າງງານຢ່າງເຂັ້ມງວດ.

ທີ່ມາ: https://www.facebook.com/photo/?fbid=943269914469909&set=a.501887858608119

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/