ຄູ່ຮັກຊາວຈີນແຕ່ງງານກັນມາ 6 ປີ ເມຍຂູ່ປະຜົວໄປແລ້ວ 200 ຄັ້ງ ຄັ້ງສຸດທ້າຍຜົວທົນບໍ່ໄຫວເລີຍຂໍປະແທ້

ຄູ່ຮັກຊາວຈີນແຕ່ງງານກັນມາ 6 ປີ

ເຊື່ອວ່າການໃຊ້ຊີວິດຄູ່ຂອງແຕ່ລະຄົນແມ່ນມັນບໍ່ແມ່ນເລື່ອງງ່າຍ ເພາະເຮົາຕ້ອງໄດ້ປັບປ່ຽນນິດໄສໃຈຄໍໃຫ້ເຂົ້າກັບຄູ່ຊີວິດເຮົາມັນຈຶ່ງຈະໄປຕະຫຼອດຮອດຝັ່ງ. ຢ່າງໃດກໍດີ ໃນທຸກໆຄວາມສຳພັນ ປະຕິເສດບໍ່ໄດ້ເລີຍວ່າເລື່ອງຜິດຖຽງ ຫຼື ບໍ່ເຂົ້າໃຈກັນແມ່ນຕ້ອງມີປາກົດໃຫ້ເຫັນຢ່າງແນ່ນອນ ແລະຄວາມອົດທົນ, ການຍິນຍອມ ກໍເປັນອີກໜຶ່ງເຄື່ອງມືທີ່ປະຄອງຄວາມຮັກໃຫ້ມັນສາມາດແລ່ນໄປໄດ້ເມື່ອເຮົາເກີດການບໍ່ເຂົ້າໃຈກັນ.

ຄູ່ຮັກຊາວຈີນແຕ່ງງານກັນມາ 6 ປີ

ແຕ່ຫາກຄວາມອົດທົນໝົດໄປ ຄວາມສຳພັນມັນກໍຈະລົດໜ້ອຍຖອຍລົງໄປນຳ ເຊິ່ງອາດເປັນເຫດໃຫ້ເລີກລາກັນກໍມີ ແລະມັນກົງກັບກໍລະນີຂອງຄູ່ຮັກຊາວຈີນຄູ່ນີ້ທີ່ໄດ້ແຕ່ງງານກັນມາຫຼາຍປີ ແຕ່ມັກມີບັນຫາກັນຕະຫຼອດ ເຊິ່ງຜູ້ເປັນເມຍມັກຂູ່ປະຜົວ ສຸດທ້າຍຜົວທົນບໍ່ໄຫວໄດ້ປະກັນແທ້ໆ.

ຄູ່ຮັກຊາວຈີນແຕ່ງງານກັນມາ 6 ປີ

ໂດຍເລື່ອງລາວນີ້ເປັນຂອງຜົວເມຍຊາວຈີນຄູ່ໜຶ່ງອາຍຸປະມານ 30 ປີທີ່ໄດ້ແຕ່ງງານກັນມາ 6 ປີແລ້ວ ແລະພວກເຂົາມັກມີບັນຫາຜິດຖຽງກັນມາຕະຫຼອດ ຕັ້ງແຕ່ເລື່ອງເລັກໆນ້ອຍໆ ໄປຈົນຮອດເລື່ອງໃຫຍ່ ເຊິ່ງທຸກຄັ້ງທີ່ຜິດຖຽງກັນຜູ້ເປັນເມຍມັກເອີ່ຍຄໍາວ່າ “ປະ” ກັບຜົບຢູ່ເປັນປະຈຳ ໃນສ່ວນຂອງສາເຫດທີ່ທັງສອງມັກຜິດກັນນັ້ນເພາະນິດໄສບໍ່ຄ່ອຍລົງຮອຍກັນດີປານໃດ ແລະ ຕະຫຼອດເວລາ 6 ປີທີ່ແຕ່ງງານກັນ ຜູ້ເປັນເມຍຂູ່ປະເຖິງ 200 ຄັ້ງ ແຕ່ທຸກຄັ້ງຜູ້ເປັນຜົວກໍອົດທົນມາຕະຫຼອດ.

ຄູ່ຮັກຊາວຈີນແຕ່ງງານກັນມາ 6 ປີ

ທາງດ້ານຜູ້ເປັນຜົວເລົ່າວ່າ ເວລາຜິດຖຽງກັນເມຍມັກຈະເອີ່ຍຄໍາວ່າ “ປະ” ອອກມາ ເຊິ່ງຕົນເອງກໍເຂົ້າໃຈວ່າທີ່ເມຍເວົ້າແບບນັ້ນກໍເພາະຄວາມຢາກຮ້າຍ ຈຶ່ງໄດ້ໃຊ້ຄໍາເວົ້າເຮັດໃຫ້ໃຈເຢັນລົງ ພ້ອມທັງຂໍໂທດເມຍ. ແຕ່ວ່າ ການເຮັດແບບນີ້ແມ່ນສົ່ງຜົນໃຫ້ຜູ້ເປັນເມຍໄດ້ໃຈ ຈົນລາວໃຊ້ຄໍາວ່າ “ປະ” ເປັນເຄື່ອງມືຂູ່ສາມີທຸກຄັ້ງທີ່ຜິດຖຽງກັນ ເຊິ່ງມັນກໍໄດ້ຜົນມາຕະຫຼອດ ເພາະວ່າເມື່ອເວົ້າຄໍານີ້ອອກໄປແລ້ວຜູ້ເປັນຜົວແມ່ນຈະຍອມສະເໝີ.

ຢ່າງໃດກໍຕາມ ທຸກຄົນລ້ວນແລ້ວແຕ່ມີຂີດຈຳກັດ ເພາະວ່າຕະຫຼອດເວລາ 6 ປີທີ່ແຕ່ງງານກັນ ຜົວໄດ້ຍິນຄໍາວ່າປະເຖິງ 200 ຄັ້ງ ເຊິ່ງມັນຫຼາຍເກີນທີ່ລາວຈະຕໍ່ໄປໄດ້. ແລ້ວເຊືອກເສັ້ນສຸດທ້າຍກໍໄດ້ຂາດລົງ ເພາະເມື່ອຄັ້ງຫຼ້າສຸດທີ່ທັງສອງຜິດຖຽງກັນ ເມຍກໍໄດ້ໃຊ້ລູກຫຼິ້ນເກົ່າຄືການຂູ່ປະ ແລະ ກໍຄິດວ່າຜົວຈະຍອມຂໍໂທດຄືກັນກັບທຸກໆຄັ້ງທີ່ຜ່ານມາ.

ຄູ່ຮັກຊາວຈີນແຕ່ງງານກັນມາ 6 ປີ

ແຕ່ມັນບໍ່ແມ່ນຄືທີ່ເມຍຄິດເລີຍ ເພາະຄັ້ງນີ້ຜົວບໍ່ຂໍທົນອີກແລ້ວ ເພາະລາວໂຍນຜ້າແພທີ່ຢູ່ໃນມືລົງພື້ນແລ້ວເວົ້າວ່າ “ເອີ ປະກໍປະ!” ຫຼັງຈາກໄດ້ຍິນຄໍານີ້ຈາກປາກຜົວ ຜູ້ເປັນເມຍເຖິງກັບໜ້າເສຍໄປບໍ່ເປັນ ກ່ອນທີ່ຈະນ້ຳຕາຕົກໃນ, ເວົ້າສຽງອ່ອນລົງແລະເວົ້າກັບຜົວວ່າຕົນເອງເວົ້າຫຼິ້ນ.

ຄູ່ຮັກຊາວຈີນແຕ່ງງານກັນມາ 6 ປີ

ແຕ່ມັນກໍສວາຍເກີນແກ້ແລ້ວ ເພາະຜູ້ເປັນຜົວຕັດສິນໃຈວ່າຈະບໍ່ຂໍທົນອີກຕໍ່ໄປ ແລະໃນທີ່ສຸດຄວາມສໍາພັນຕະຫຼອດ 6 ປີຂອງທັງສອງກໍໄດ້ຈົບລົງ ໂດຍທັງສອງພາກັນໄປຈົດໃບຢ່າຮ້າງໃນມື້ຕໍ່ມາຂອງມື້ທີ່ເກີດເຫດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/