Start Up ຈີນມາແຮງ ມີບໍລິສັດ ທີ່ເປັນ Unicorn ຫຼາຍເຖິງ 369 ແຫ່ງ


ໜັງສືພີມ China Daily ຂອງ ສປ ຈີນ ລາຍງານວ່າ ປັດຈຸບັນ ຈີນມີບໍລິສັດ ຢູນິຄອນ ຫຼື ບໍລິສັດ Start Up ທີ່ມີມູນຄ່າຫຼາຍກວ່າ 1.000 ລ້ານໂດລາ ລວມທັງໝົດ 369 ບໍລິສັດ ເຊິ່ງຄິດເປັນຫຼາຍກວ່າ 1 ໃນ 4 ຂອງບໍລິສັດ ຢູນິຄອນທົ່ວໂລກ.

ໂດຍຄວາມເຂັ້ມແຂງໃນດ້ານນະວັດຕະກຳເຕັກໂນໂລຊີຂອງຈີນເພີ່ມຂຶ້ນຢ່າງສະໝໍ່າສະເໝີໃນໄລຍະ 2-3 ປີທີ່ຜ່ານມາໂດຍໄດ້ສ້າງບໍລິສັດຢູນິຄອນຈຳນວນຫຼາຍ ເຊິ່ງມັນໄດ້ສ້າງແຮງກະຕຸ້ນຢ່າງຕໍ່ເນື່ອງໃຫ້ກຳເນີດກຳລັງການຜະລິດໃໝ່ໆ ທີ່ມີຄຸນະພາບ.

ໃນປັດຈຸບັນ ບໍລິສັດຢູນິຄອນ ຈຳນວນ 369 ແຫ່ງ ກະຈາຍຢູ່ໃນ 37 ເມືອງທົ່ວປະເທດ ແລະ ຫຼາຍກວ່າ 60% ແມ່ນຕັ້ງຢູ່ ປັກກິ່ງ ຫຼື (Beijing), ຊຽງໄຮ້ (Shanghai), ເຊິນເຈິນ, ກວາງໂຈ ແລະ ນະຄອນຫາງໂຈ ໂດຍຫຼາຍທີ່ສຸດແມ່ນບໍລິສັດທີ່ເຮັດກ່ຽວກັບ AI ຫຼື ປັນຍາປະດິດ ແລະ ຜະລິດກ່ຽວກັບ ແຜງວົງຈອນ.

ທີ່ມາ: chinadaily

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/