Jong Dae-Jung ໄວໜຸ່ມລາວ ໄດ້ເປັນຕົວແທນໄປແຂ່ງເກມລະດັບໂລກ Pokemon World Cup


Jong Dae-Jung ໄດ້ເປັນຕົວແທນຂອງປະເທດ ໄປແຂ່ງເກມລະດັບໂລກ “Pokemon World Cup” ທີ່ປະເທດຍີ່ປຸ່ນ. ເພາະຫຼ້າສຸດນີ້ ໄດ້ເປັນໜຶ່ງໃນ Top 4 ຂອງການແຂ່ງຂັນທີ່ປະເທດໄທ “VGC Thailand 2023” ເພື່ອຄັດເລືອກເອົາຜູ້ຊະນະໃນຈຳນວນ 4 ຄົນ ເຊິ່ງ Jong Dae-Jung ກໍເປັນໜຶ່ງໃນນັ້ນ ແລະ ຈະໄດ້ໄປແຂ່ງລະຫວ່າງວັນທີ 11-13 ເດືອນສິງຫາ 2023 ຢູ່ Yokohama ປະເທດຍີ່ປຸ່ນ.

ຜ່ານມາມີຜົນງານທີ່ໂດດເດັ່ນພໍສົມຄວນ ໂດຍໄດ້ໄປແຂ່ງຫຼາຍລາຍການຮ່ວມກັບທີມຊາດໄທ (ສັງກັດຢູ່ທີມຊາດໄທ) ບໍ່ວ່າຈະເປັນລາຍການ Champion Tianjin Local Event (ຢູ່ປະເທດຈີນ), Top 8 Rose Tower Open #3 (ງານອອນລາຍ ຈັດຂຶ້ນໃນໄລຍະໂຄວິດ ແລະ ເປັນການແຂ່ງຂັນປະເພດດ່ຽວ), Top 4 Rose Tower June Challenge; ຫຼັງຈາກນັ້ນ ກໍບໍ່ໄດ້ແຂ່ງແບບທາງການ ເພາະຢູ່ໃນໄລຍະໂຄວິດ. ນອກຈາກນີ້ແລ້ວ ນ້ອງຍັງມີຄວາມສາມາດໃນດ້ານແຕ້ມອີກດ້ວຍ ແຕ້ມຮູບແບບ Digital ແລະ ແບບ Graphic ກໍໄດ້.

ສາມາດເບິ່ງສຳພາດເພີ່ມຕື່ມໄດ້ທີ່: https://cutt.ly/BwqGDEXo

ສາມາດຕິດຕາມນ້ອງໄດ້ທີ່: https://www.facebook.com/anoubeast

ຂໍ້ມູນເພີ່ມຕື່ມ: https://cutt.ly/hwqGF5EW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/