iPhone 14 Pro Max ຍັງອາຍ! ປິດປະມູນ iPhone ຮຸ່ນທຳອິດ ໃນຕຳນານທີ່ຍັງບໍ່ເຄີຍແກະກ່ອງ ດ້ວຍລາຄາ 675 ກວ່າລ້ານກີບ

iPhone

ເອີ້ນໄດ້ວ່າ iPhone 14 Pro Max ທີ່ຫາກໍເປີດຕົວໄປເມື່ອໄລຍະ 2 ເດືອນທີ່ຜ່ານມານີ້ ດ້ວຍລາຄາປະມານ 1.099 ໂດລາ ຫຼືປະມານ 19 ລ້ານກີບ ຕ້ອງຍອມກັນເລີຍ ເມື່ອໄດ້ເຫັນລາຄາປິດປະມູນຂອງ iPhone ຮຸ່ນທຳອິດ ທີ່ມີອາຍຸເຖິງ 15 ປີ ແລ້ວ ແຕ່ມີລາຄາປິດປະມູນໄປສູງເຖິງ 39.339 ໂດລາ ຫຼື ຕີເປັນເງິນລາວປະມານ 675 ລ້ານກີບ.

ຢ້ອນກັບໄປເມື່ອວັນທີ 9 ມັງກອນ ປີ 2007 ປະມານ 15 ກ່ອນ ບໍລິສັດ Apple ໄດ້ປະກາດເປີດຕົວ iPhone ຮຸ່ນທຳອິດຂອງບໍລິສັດ ເຊິ່ງຕໍ່ມາໄດ້ເປັນການປະຕິວັດວົງການເທັກໂນໂລຢີ ແລະ ໄດ້ປ່ຽນແປງວິທີການສື່ສານຂອງຄົນທົ່ວໂລກ.

ຫຼ້າສຸດ LCG Auctions ບໍລິສັດຕົວແທນການປະມູນ ໃນລັດ ແຄຣິຟໍເນຍ ປະເທດ ສະຫະລັດອາເມຣິກາ ໄດ້ນຳ iPhone ຮຸ່ນດັ່ງກ່າວອອກມາປະມູນ ໃນລາຄາເລີ່ມຕົ້ນທີ່ 2.500 ໂດລາ ຫຼື ປະມານ 43 ລ້ານກີບ ໂດຍເປັນ iPhone ຮຸ່ນທຳອິດທີ່ຢູ່ໃນສະພາບສົມບູນ ຍັງບໍ່ໄດ້ມີການແກະອອກຈາກກ່ອງ ແລະ ຍັງມີພລາສຕິກຫຸ້ມຢູ່.

iPhone

ຫຼັງຈາກເປີດປະມູນເປັນໄລຍະເວລາປະມານ 2 ອາທິດ iPhone ຮຸ່ນທຳອິດເຄື່ອງນີ້ກໍສາມາດປິດປະມູນໄດ້ທີ່ມູນຄ່າ 39.339 ໂດລາ ຫຼື ປະມານ 675 ລ້ານກີບ ຈາກການບິດລາຄາກັນທັງໝົດ 28 ເທື່ອ.

ໂດຍໃນເວັບໄຊປະມູນ ໄດ້ລະບຸລາຍລະອຽດຂອງ iPhone ເຄື່ອງນີ້ວ່າ ມີຄວາມຈຳ 8GB, ຈໍສໍາຜັດ ກ້ອງ 2 ລ້ານພິກເຊວ. ເປັນຂອງໃໝ່ບໍ່ເຄີຍເປີດໃຊ້ງານ ພ້ອມມີສະຕິກເກີ້ລາຍລະອຽດຂອງສິນຄ້າຢູ່ດ້ານຫຼັງຂອງກ່ອງ ແລະ ຍາກທີ່ຈະຫາ iPhone ຮຸ່ນທຳອິດທີ່ມີສະພາບສົມບູນໄປກວ່າເຄື່ອງນີໄດ້.

iPhone

ສຳລັບ iPhone ຮຸ່ນທຳອິດເປີດຕົວໃນປີ 2007 ດ້ວຍລາຄາປະມານ 499 ໂດລາ ຫຼືປະມານ 8.500.000 ກີບ ນັ້ນໝາຍຄວາມວ່າເວລາທີ່ຜ່ານໄປ 15 ປີ ເຮັດໃຫ້ iPone ຮຸ່ນທຳອິດເຄື່ອງດັ່ງກ່າວມີມູນຄ່າເພີ່ມຂຶ້ນສູງເຖິງ 78 ເທົ່າກັນເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply