ເຖິງຈະຫ່າງຫາຍໄປແຕ່ກໍຍັງປັງບໍ່ຢຸດ! ເພງ Butter ກາຍເປັນເພງທີ 2 ຂອງ BTS ທີ່ມີຍອດສະຕຣີມເຖິງ 1 ພັນລ້ານຄັ້ງໃນ Spotify

BTS

ຫາກຈະກ່າວເຖິງວົງບອຍແບນທີ່ມີຍອດສະຕຣີມເພງຫຼັກພັນລ້ານແຫ່ງວົງການ K-pop ໃນຍຸກປັດຈຸບັນນີ້ ເຊື່ອວ່າຄົງໜີບໍ່ພົ້ນວົງ BTS ແລະ ເຖິງແມ່ນວ່າໃນໄລຍະນີ້ບັນດາ 7 ໜຸ່ມຈະແຍກຍ້າຍກັນໄປເຮັດໃນສິ່ງທີ່ຕົນເອງມັກ, ໄປເຮັດຕາມຝັນ ແຕ່ວ່າຜົນງານເພງທີ່ໄດ້ສ້າງໄວ້ກໍຍັງປັງແບບບໍ່ມີຢຸດ ແລະ ສ້າງສະຖິຕິໃໝ່ຢູ່ເລື້ອຍໆ ເພາະຫຼ້າສຸດນີ້ມີລາຍງານວ່າ Butter ກາຍເປັນເພງທີ 2 ຂອງ BTS ທີ່ມີຍອດສະຕຣີມເຖິງ 1 ພັນລ້ານຄັ້ງໃນແພລັດຟອມ Spotify.

BTS

ເມື່ອວັນທີ 14 ຕຸລາທີ່ຜ່ານມາ ເວັບໄຊ NME ໄດ້ລາຍງານວ່າ Spotify ແພລັດຟອມສະຕຣີມເພງຊື່ດັງໄດ້ອອກມາມາຢັ້ງຢືນເຖິງຄວາມສຳເລັດຄັ້ງໃຫຍ່ຂອງ 7 ໜຸ່ມ ຜ່ານໂຊຊຽວມີເດຍວ່າ Butter ເພງເວີຊັ່ນພາສາອັງກິດ ຂອງ BTS ໄດ້ກາຍເປັນໜຶ່ງໃນ Playlist Billions Club (Playlist ທີ່ຈະລວມເອົາເພງທີ່ມີຍອດສະຕຣີມຕັ້ງແຕ່ 1 ພັນລ້ານຄັ້ງຂຶ້ນໄປ) ໃນແພລັດຟອມແລ້ວ.

BTS

 ທັງນີ້ Butter ຖືວ່າເປັນເພງທີ 2 ຂອງໜຸ່ມໆ ທີ່ເຮັດຍອດສະຕຣີມນີ້ໄດ້ ເພາະກ່ອນໜ້ານີ້ເພງ Dynamite ຂອງພວກເຂົາກໍໄດ້ເຂົ້າໄປຢູ່ໃນ Playlist Billions Club ຕັ້ງແຕ່ເດືອນກໍລະກົດ ປີ 2021 ພ້ອມນັ້ນ BTS ກໍກາຍເປັນສິລະປິນເກົາຫຼີໃຕ້ກຸ່ມທຳອິດທີ່ເປັນເຈົ້າຂອງຜົນງານເພງທີ່ມີຍອດຜູ້ຟັງສູງເຖິງ 1 ພັນລ້ານຄັ້ງໃນ Spotify.

ເຊິ່ງຄວາມສຳເລັດນີ້ກໍຕ້ອງຍົກຄວາມດີຄວາມງາມໃຫ້ກັບບັນດາ ‘Army‘ (ຊື່ແຟນຄລັບວົງ BTS) ທີ່ໄດ້ມອບຄວາມຮັກແລະການສະໜັບສະໜູມ 7 ໜຸ່ມຢູ່ຕະຫຼອດເວລາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply