Instagram ສັ່ງລົບ Feature ທີ່ສ່ຽງຖືກໃຊ້ຂະຫຍາຍຂ່າວປອມໃນຊ່ວງການເລືອກຕັ້ງຂອງສະຫະລັດອາເມຣິກາ.


Instagram ປະກາດລົບແທັບ “Recent” ອອກຈາກເພຈທີ່ສະແດງຜົນການຄົ້ນຫາ Hashtag ເທິງ Instagram ອອກເປັນການຊົ່ວຄາວໂດຍມີເປົ້າໝາຍທີ່ຈະລົດການແຜ່ກະຈາຍຂໍ້ມູນທີ່ເປັນ false ກ່ອນການເລືອກຕັ້ງປະທານາທິບໍດີຂອງສະຫະລັດອາເມຣິກາໃນວັນທີ 3 ພະຈິກ 2020 ນີ້.

Instagram ເຊິ່ງເປັນທຸລະກິດໃນເຄືອຂອງ Facebook ເປິດເຜີຍຜ່ານບັນຊີ twitter ວ່າ “ເຮົາກຳລັງດຳເນີນການດັ່ງກ່າວເພື່ອລົດການເຜີຍແຜ່ຂໍ້ມູນທີ່ອັນຕະລາຍແບບ Real Time ເຊິ່ງອາດຈະປະກົດຂຶ້ນເທິງໜ້າຈໍຂອງຜູ້ໃຊ້ງານໃນຊ່ວງເລືອກຕັ້ງ”.

ທັງນີ້ເມື່ອຜູ້ໃຊ້ງານກົດຄົ້ນຫາ Hashtag ໃດໆ Instagram application ກໍສະແດງຜົນການຄົ້ນຫາສູງສຸດ (Top) ແລະ ຜົນການຄົ້ນຫາກ່ອນໜ້ານີ້ (Recent) ໂດຍແທັບ Recent ນັ້ນສະແດງໃຫ້ເຫັນເນື້ອຫາຫຼ້າສຸດທີ່ມີການຕິດ Hashtag ນັ້ນໆບໍ່ວ່າເນື້ອຫານັ້ນຈະກ່ຽວຂ້ອງກັບຫົວຂໍ້ທີ່ຄົ້ນຫາ ຫຼື ບໍ່.

ການຕັດສິນໃຈລົບແທັບ Recent ຂອງໜ້າຄົ້ນຫາ Hashtag ເທິງ Instagram ເກີດຂຶ້ນ ຫຼັງຈາກ Mark Zuckerberg CEO ຂອງ Facebook ເປີດເຜີຍວ່າເຂົາກັງວົນກ່ຽວກັບຄວາມສ່ຽງທີ່ຈະເກີດເຫດການບໍ່ສະຫງົບໃນສະຫະລັດອາເມຣິກາອັນເນື່ອງມາຈາກການເລືອກຕັ້ງ.

“ຂ້ອຍກັງວົນວ່າປະເທດຂອງເຮົາຈະເກີດການແຕກແຍກ ແລະ ຜົນການເລືອກຕັ້ງມີແນວໂນ້ມທີ່ຈະຕ້ອງໃຊ້ເວລາຫຼາຍມື້ ຫຼື ຫຼາຍອາທິດກວ່າຈະໄດ້ຂໍ້ສະຫຼຸບ ຂ້ອຍຈື່ງກັງວົນວ່າຈະເກີດເຫດການບໍ່ສະຫງົບເກິດຂຶ້ນທົ່ວປະເທດດ້ວຍເຫດນີ້ບໍລິສັດຕ່າງໆ ຮວມເຖິງ Instagram ແລະ Facebook ຈຳເປັນຕ້ອງດຳເນີນການເພິ່ມຂຶ້ນນອກເໜືອໄປຈາກທີ່ເຮົາໄດ້ເຄີຍເຮັດກ່ອນໜ້ານີ້”.

(ຈາກ Mark Zuckerberg ກ່າວຫຼັງຈາກ Facebook ເປິດເຜີຍຜົນປະກອບການໄຕມາດ 3/2020)

ທີ່ມາ: https://www.infoquest.co.th/2020/45000