ຈີນກຽມຕັ້ງກອງທຶນ ພັດທະນາ ຊິບ 27.000 ລ້ານໂດລາ ເລັ່ງພັດທະນາເຕັກໂນໂລຊີ ຫຼຸດການເພິ່ງພາຈາກ ອາເມຣິກາ


ຈີນກຳລັງດຳເນີນການລະດົມທຶນກວ່າ 27.000 ລ້ານໂດລາ ສຳລັບກອງທຶນ ຊິບ ຫຼື ໜ່ວຍປະມວນຜົນ ທີ່ໃຫຍ່ທີ່ສຸດໃນໂລກເພື່ອເລັ່ງພັດທະນາເຕັກໂນໂລຊີທີ່ທັນສະໄໝ ແຂ່ງກັບ ອາເມຣິກາ ທີ່ພະຍາຍາມກີດກັນ ດ້ານການສະໜອງເຕັກໂນໂລຊີ ໃຫ້ກັບຈີນ.

ໂດຍລາຍງານລະບຸວ່າ ກອງທຶນເພື່ອການລົງທຶນໃນອຸດສາຫະກຳວົງຈອນລວມແຫ່ງຊາດ (The National Integrated Circuit Industry Investment Fund) ກໍາລັງລະດົມທຶນຈາກລັດຖະບານທ້ອງຖິ່ນ ແລະ ລັດວິສາຫະກິດ ເພື່ອຈັດຕັ້ງກອງທຶນທີ 3 ເຊິ່ງຈະມີມູນຄ່າສູງກວ່າ 2 ແສນລ້ານຢວນ ຈາກກອງທຶນທີ 2.

ກອງທຶນດັ່ງກ່າວ ທີ່ເອີ້ນວ່າ (Big Fund) ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານຈີນນັ້ນກຳລັງຂະຫຍາຍການດຳເນີນງານໃນຂະນະທີ່ສະຫະລັດ ອາເມຣິກາ ທີ່ກຽມຍົກລະດັບການຄວບຄຸມດ້ານເທັກໂນໂລຢີຢ່າງຮຸນແຮງເພື່ອສະກັດກັ້ນຄວາມກ້າວໜ້າຂອງຈີນໃນດ້ານ ຊິບ ແລະ ປັນຍາປະດິດ.

ການຈັດຕັ້ງກອງທຶນຂະໜາດໃຫຍ່ເຊິ່ງໄດ້ຮັບການກຳກັບໂດຍກົງຈາກກະຊວງເຕັກໂນໂລຊີຂອງຈີນນັ້ນ ເປັນການສົ່ງສັນຍານເຖິງຄວາມພະຍາຍາມທີ່ຈະຄວບຄຸມຕະຫຼາດ Semiconductor ຂອງຈີນ ທີ່ໃຫຍ່ທີ່ສຸດໃນໂລກຫຼັງຈາກປະສົບທັງຄວາມສໍາເລັດ ແລະ ບໍ່ປະສົບຄວາມສຳເລັດມາດົນເປັນເວລາຫຼາຍປີ ພາຍໃຕ້ການກຳກັບຈາກສ່ວນກາງ.

https://www.reuters.com/technology/china-prepares-27-bln-chip-fund-counter-growing-us-restrictions-bloomberg-2024-03-08/#:~:text=March%208%20(Reuters)%20%2D%20China,Bloomberg%20News%20reported%20on%20Friday.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/