ຊາຍໜຸ່ມຊາວໂກດດີວົວເກີດແນວຄວາມຄິດ ສ້າງ “ກະເປົາເປ້ພະລັງງານແສງອາທິດ” ໃຫ້ເດັກນ້ອຍທຸກຍາກສຽບໂຄມໄຟຮຽນໜັງສືຕອນຄ່ຳ


ຊາຍໜຸ່ມຊາວໂກດດີວົວເກີດແນວຄວາມຄິດສ້າງ “ກະເປົາເປ້ພະລັງງານແສງອາທິດ” ໃຫ້ເດັກນ້ອຍທຸກຍາກສຽບໂຄມໄຟໄວ້ຮຽນໜັງສືຕອນກາງຄືນ ຫວັງຈະຂະຫຍາຍໄປໃຫ້ປະເທດທີ່ທຸກຍາກ.

ບັນຫາທາງດ້ານການສຶກສາເປັນບັນຫາທີ່ຍັງມີຢູ່ທົ່ວທຸກມຸມໂລກ ແລະ ເກີດຂຶ້ນໄດ້ຈາກຫຼາຍປັດໄຈ ໜຶ່ງໃນນັ້ນແມ່ນປັດໄຈດ້ານການຂາດລະບົບສາທາລະນຸປະໂພກຂັ້ນພື້ນຖານເຊັ່ນ: ໄຟຟ້າ ໃນຊຸມຊົນບ່ອນທີ່ນ້ຳໄຟຍັງເຂົ້າບໍ່ເຖິງ, ມີເດັກນ້ອຍຫຼາຍຄົນບໍ່ສາມາດຮຽນໜັງສື ຫຼື ເຮັດກິດຈະກຳໄດ້ຄືກັບຊຸມຊົນອື່ນໆ. ເຊິ່ງນອກຈາກເລື່ອງອຸປະກອນໃນໂຮງຮຽນທີ່ບໍ່ພໍ ແລະ ບໍ່ສອດຄ່ອງກັບການຮຽນການສອນໃນປັດຈຸບັນແລ້ວ, ພວກເຂົາຕ້ອງພົບກັບການທີ່ບ້ານບໍ່ມີໄຟຟ້າໃຊ້ ແລະ ສະພາບແວດລ້ອມບໍ່ອຳນວຍຕໍ່ການຮຽນຮູ້ ຫຼື ການເຮັດວຽກບ້ານພ້ອມ.

ດ້ວຍເຫດນີ້ ຫຼັງຈາກ Evariste Akoumian ພະນັກງານບໍລິສັດຄອມພິວເຕີຊາວໂກດດີວົວ ໄດ້ໄປເຮັດວຽກໃນຊຸມຊົນທີ່ຫ່າງໄກໃນປະເທດຂອງລາວເອງ ລາວໄດ້ເຫັນເຖິງສະພາບແວດລ້ອມທີ່ຜູ້ຄົນຍັງມີຄວາມເປັນຢູ່ທີ່ລຳບາກ ນັກຮຽນໃນຊົນນະບົດຂອງປະເທດໂກດດີວົວ ຫຼື ທີ່ຮູ້ຈັກກັນໃນຊື່ປະເທດໄອໂວຣິໂຄດ ບໍ່ໄດ້ມີໂອກາດຮຽນຮູ້ຢ່າງເຕັມທີ່ ພວກເຂົາຕ້ອງໄດ້ເຮັດວຽກບ້ານພາຍໃຕ້ແສງຕະກຽງທີ່ຍັງຕ້ອງໄດ້ແບ່ງກັບສະມາຊິກຄົນອື່ນໃນຄອບຄົວອີກ.

ນັ້ນຈຶ່ງເປັນທີ່ມາຂອງກະເປົາເປ້ພະລັງງານແສງອາທິດ Solarpark ທີ່ມີແຜງໂຊລາເຊວຕິດຢູ່ບໍລິເວນທາງຫຼັງຂອງກະເປົາເປ້ ພ້ອມກັກເກັບແສງອາທິດໃນຕອນກາງເວັນມາປ່ຽນເປັນພະລັງງານມອບແສງສະຫວ່າງໃຫ້ນັກຮຽນໃນຕອນກາງຄືນ.

ໃນຕອນກາງເວັນ ແຜງໂຊລາເຊວເທິງກະເປົາເປ້ Solarpark ຈະເຮັດວຽກເປັນແບັດເຕີຣີ, ມັນຈະຊາຈແບັດດ້ວຍແສງຈາກດວງຕາເວັນ ໂດຍໂຕແບັດເຕີຣີ ຈະໃຊ້ເວລາພຽງແຕ່ເຄິ່ງຊົ່ວໂມງໃນການຊາຈແບັດຈົນເຕັມ.

ເມື່ອຕົກກາງຄືນ ນັກຮຽນກໍຈະສາມາດດຶງສາຍ USB ທີ່ເຊື່ອມກັບໂຄມໄຟ LED ຂະໜາດນ້ອຍທີ່ຕິດມາກັບກະເປົາມາຕໍ່ກັບແບັດເຕີຣີໄດ້, ເຊິ່ງໂຄມໄຟ LED ນີ້ຈະໃຊ້ງານໄດ້ດົນເຖິງ 5 ຊົ່ວໂມງ ພໍດີສຳລັບການເຮັດວຽກບ້ານ ແລະ ທົບທວນບົດຮຽນໃນແຕ່ລະວັນ.

ສ່ວນແບບລັກສະນະຂອງກະເປົາກໍມາພ້ອມກັບສີສັນສົດໃສ ແລະ ວັດສະດຸທີ່ທົນທານ ສະດວກສະບາຍສຳລັບນັກຮຽນຫຼາຍກວ່າເກົ່າ ເພາະວ່າກ່ອນໜ້ານີ້ນັກຮຽນໃນຊຸມຊົນນີ້ຈະໃຊ້ຖົງພລາສຕິກ ຫຼື ເປົາເຂົ້າ ແທນກະເປົາເວລາໄປໂຮງຮຽນ.

ກະເປົາເປ້ 500 ໃບທຳອິດຖືກຜະລິດເມື່ອປີ 2016. ເພື່ອໃຫ້ເດັກນ້ອຍນັກຮຽນໃນຊຸມຊົນທີ່ຫ່າງໄກໄດ້ໃຊ້ໃຫ້ກະເປົານີ້ຫຼາຍຂຶ້ນ Akumian ໄດ້ໄປຂໍທຶນສະໜັບສະໜູນ ພ້ອມທັງຈັບມືກັບລັດຖະບານ, ອົງກອນບໍ່ສະແຫວງຫາຜົນກຳໄລ ແລະ ໜ່ວຍງານຂອງ UN ຫຼາຍໜ່ວຍງານ ຈົນຕອນນີ້ກະເປົາປະມານ 1000 ໃບຖືກນຳໄປບໍລິຈາກ ແລະ ອີກ 55,000 ໃບຖືກຂາຍໄປ ເພື່ອເອົາໄປໃຫ້ນັກຮຽນ.

ໃນອະນາຄົດລາວຫວັງວ່າ ຈະສົ່ງອອກກະເປົາເຫຼົ່ານີ້ໄປປະເທດທີ່ນັກຮຽນຍັງຂາດອຸປະກອນການຮຽນ ແລະ ໄຟຟ້າເຂົ້າບໍ່ເຖິງຊຸມຊົນເຊັ່ນ ປະເທດກາບອງ, ບູກິນາຟາໂຊ ແລະ ມາດາກາສກາ ຮວມເຖິງສົ່ງໄປໃຫ້ອົງກອນ NGO ທີ່ມີຖານຢູ່ໃນປະເທດເຢຍລະມັນ ແລະ ຝຣັ່ງອີກດ້ວຍ.

ເລື່ອງເລົ່າ ແລະ ທີ່ມາຂອງກະເປົາ Solarpark ຖືວ່າເປັນເລື່ອງທີ່ໜ້າສົນໃຈ ດ້ວຍຄວາມທີ່ Akoumian ຫວັງຈະສ້າງຊີວິດຄວາມເປັນຢູ່ທີ່ດີຂຶ້ນໃຫ້ກັບນັກຮຽນໃນຊຸມຊົນທີ່ການສຶກສາຍັງບໍ່ແມ່ນເລື່ອງທີ່ທຸກຄົນໃຫ້ຄວາມສຳຄັນ, Solarpark ນີ້ຈຶ່ງເຂົ້າມາມີບົດບາດທີ່ຈະຊ່ວຍເຮັດໃຫ້ນັກຮຽນໄດ້ຮຽນຢ່າງເຕັມທີ່ ແລະ ໃຫ້ຜູ້ຄົນກັບມາເບິ່ງເຖິງຄວາມຈຳເປັນຂອງການຮຽນຮູ້ຫຼາຍຂຶ້ນ ຜ່ານການມີໄຟຟ້າໃຊ້ທົບທວນບົດຮຽນ ແລະ ເຮັດວຽກບ້ານໃນຍາມກາງຄືນ.

ທີ່ມາ: https://www.facebook.com/environman.th/posts/3142526779209081