Hedy Lamarr ນັກສະແດງທີ່ງາມທີ່ສຸດໃນໂລກ ຜູ້ຄິດຄົ້ນເທັກໂນໂລຢີທີ່ນຳໄປສູ່ Wi-Fi


ຫາກເວົ້າເຖິງ Wi-Fi ຄົງບໍ່ມີໃຜບໍ່ຮູ້ຈັກໃນປັດຈຸບັນ ໂດຍ Wi-Fi ເປັນເຄືອຂ່າຍໄຮ້ສາຍທີ່ກາຍເປັນເລື່ອງທຳມະດາທີ່ສຸດ ບໍ່ວ່າຈະເປັນສະຖານທີ່ເຮັດວຽກ, ບ່ອນພັກອາໄສ ໄປຈົນຮອດຮ້ານອາຫານທົ່ວໄປກໍຍັງມີເຄືອຂ່າຍໄຮ້ສາຍ ຫຼື ເຮົາມັກເອີ້ນວ່າ Wi-Fi ນັ້ນເອງ.

ມຶ້ນີ້ທາງ LAOX ຈະມາພາຮູ້ຈັກນັກສະແດງຍິງສາວຊາວອອສເຕຣຍ Hedy Lamarr ທີ່ເຄີຍຖືກຍົກໃຫ້ເປັນຜູ້ຍິງທີ່ງາມທີ່ສຸດໃນໂລກ ແຕ່ນອກຈາກເປັນນັກສະແດງແລ້ວ ຍັງມີອີກຢ່າງກໍຄືເປັນນັກປະດິດ ແລະ ເປັນຜູ້ຢູ່ເບື້ອງຫຼັງ ເທັກໂນໂລຢີທີ່ທັນສະໄໝທີ່ນຳໄປສູ່ສິ່ງທີ່ມວນມະນຸດຂາດບໍ່ໄດ້ ນັ້ນກໍຄື Wi-Fi.

Hedy Lamarr ຫຼືໃນຊື່ເກົ່າວ່າ Hedwig Kiesler ເກີດໃນປີ 1914 ທີ່ວຽນນາ ປະເທດອອສເຕຣຍ ໂດຍມີພໍ່ເປັນນາຍທະນາຄານ ແລະ ມີແມ່ເປັນນັກເປຍໂນ. ຄອບຄົວຂອງ Hedy Lamarr ມີເຄົ້າມາຈາກປະເທດສະເປນ ແລະ ຮັງກາຣີ ພ້ອມກັບມີເຊື້ອສາຍຂອງຊາວຍິວ ແນ່ນອນວ່າຕ້ອງມີຄວາມສົນໃຈໃນດ້ານວິທະຍາສາດມາຕັ້ງແຕ່ນ້ອຍ.

ໃນປີ 1920 Hedy Lamarr ຮຽນຈົບການສຶກສາດ້ານໂຮງລະຄອນ ຫຼັງຈາກຮຽນເລີ່ມເຮັດວຽກໃນວົງການຮູບເງົາ ໃນເວລາຕໍ່ມາກໍໄດ້ເປັນນັກສະແດງ. ດ້ວຍຄວາມງາມອັນສະກົດປານຕ້ອງມົນຕາ Hedy Lamarr ກາຍເປັນນັກສະແດງທີ່ໄດ້ຮັບຄວາມນິຍົມຫຼາຍສຸດໃນປີ 1930-1950 ແລະ ຍັງໄດ້ສະແດງໃນຮູບເງົາ Hollywood ຫຼາຍໆເລື່ອງກັບນັກສະແດງຍອດນິຍົມໃນເວລານັ້ນ.

ງານສະແເດງກຳລັງໄປໄດ້ດ້ວຍດີ ແຕ່ໃນເວລາຕໍ່ມາເກີດສົງຄາມໂລກຄັ້ງທີ 2 ໃນເວລານັ້ນ Hedy Lamarr ໄດ້ຮັບຂ່າວວ່ານາຊີໄດ້ບຸກບ້ານເກີດຂອງຕົນເອງ ແລະ ຍັງໂຈມຕີປະເທດອື່ນ.ໃນເວລານັ້ນ Hedy Lamarr ຈຶ່ງຄິດວ່າຕ້ອງເຮັດຫຍັງຈັກຢ່າງໜຶ່ງ ແນ່ນອນວ່າບໍ່ໄດ້ມີພຽງຄວາມງາມທີ່ປະຈັກ ແຕ່ຍັງມີສະໝອງອັນສະຫຼຽວສະຫຼາດອີກດ້ວຍ ຈຶ່ງເຮັດໃຫ້ Hedy Lamarr ຮ່ວມມືກັບ ນັກດົນຕີທີ່ມີຊື່ວ່າ George Antheil ຮ່ວມຄິດຄົ້ນເທັກໂນໂລຢີຢ່າງໜຶ່ງຂຶ້ນມາ ແລະ ສິ່ງນີ້ເອງຈະກາຍມາເປັນສິ່ງທີ່ມະນຸດຫຼາຍຄົນຂາດບໍ່ໄດ້.

ໂດຍເທັກໂນໂລຢີນີ້ເອີ້ນວ່າ “Frequency hopping” ເປັນການສົ່ງໂຄ້ດລັບຜ່ານທາງເຄື່ອງຮັບສົ່ງວິທະຍຸ ໂດຍຄົນທີ່ບໍ່ມີໂຄ້ດ ຫຼື ບໍ່ມີລະຫັດ ຈະບໍ່ສາມາດອ່ານຂໍ້ຄວາມທີ່ຈະສົ່ງໄປໄດ້ ຜູ້ທີ່ຮັບ ແລະ ຜູ້ສົ່ງຕ້ອງມີລະຫັດແບບດຽວກັນຈຶ່ງຈະອ່ານໄດ້ ຈຶ່ງບໍ່ສາມາດດັກຈັບສັນຍານໄດ້ ທາງກອງທັບໃນເວລານັ້ນສົນໃຈເທັກໂນໂລຢີນີ້ຢ່າງຫຼວງຫຼາຍ ເຖິງແມ່ນວ່າມັນອາດຈະບໍ່ໄດ້ໃຊ້ໃນໄລຍະສົງຄາມ ແຕ່ກໍໄດ້ມີການສຶກສາຕໍ່ຍອດຈົນກາຍມາເປັນ Wi-Fi,  GPS ແລະ Bluetooth.

ທັງນີ້ Hedy Lamarr ຍັງໄດ້ຮັບຮາງວັນ EFF Pioneer Award ຈາກຜົນງານທີ່ໂດດເດັ່ນໃນດ້ານວິທະຍາສາດຄອມພິວເຕີ ພ້ອມຍັງເຂົ້າສູ່ຫໍກຽດຕິຍົດນັກປະດິດແຫ່ງຊາດອີກດ້ວຍ. ຢ່າງໃດກໍຕາມ ເຖິງແມ່ນວ່າຊີວິດຂອງ Hedy Lamarr ຈະປະສົບຄວາມສຳເລັດທັງການສະແດງ ແລະ ໃນຖານະນັກປະດິິດ ແຕ່ເລື່ອງຊິວິດກັບມີບັນຫາທີ່ວຸ້ນວາຍ ແລະ ເສຍຊິວິດລົງໃນປີ 2000 ຕອນອາຍຸ 85 ປີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/