EU ອອກກົດໝາຍບັງຄັບໃຫ້ໂທລະສັບຕ້ອງສາມາດຖອດປ່ຽນແບັດເຕີຣີເອງໄດ້


ສະຫະພາບຢູໂຣບ ຫຼື EU ໄດ້ອອກກົດໝາຍໃໝ່ບັງຄັບໃຫ້ໂທລະສັບ, ອຸປະກອນເຄື່ອງຄອມພິວເຕີທຸກຊະນິດ ແລະ ເຄື່ອງໃຊ້ໄຟຟ້າທີ່ມີແບັດເຕີຣີ ຕ້ອງສາມາດຖອດປ່ຽນເອງໄດ້ໂດຍບໍ່ຕ້ອງມີອຸປະກອນເສີມໃດໆ ເພື່ອຫວັງລົດບັນຫາສິ່ງແວດລ້ອມທີ່ເກີດຂຶ້ນ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ Member of the European Parliament: MEPs ໄດ້ອະນຸຍາດໃນການອອກກົດໝາຍໃໝ່ ທີ່ໃຫ້ຄວບຄຸມອຸປະກອນຄອມພິວເຕີ, ກ້ອງຖ່າຍຮູບ ແລະ Gadget ຕ່າງໆລວມໄປຮອດໂທລະສັບທີ່ວ່າງຈຳໜ່າຍໃນກຸ່ມປະເທດ EU ຕ້ອງໃຊ້ແບັດເຕີຣີທີ່ສາມາດຖອດປ່ຽນໄດ້ ໂດຍບໍ່ຕ້ອງມີອຸປະກອນເສີມ ເພື່ອແກ້ບັນຫາຂີ້ເຫຍື້ອອີເລັກໂທຣນິກ ແລະ ມົນລະພິດນັ້ນເອງ.

ໂດຍທາງລັດສະຫະພາບຢູໂຣບ ໄດ້ມີການໂຫວດອະນຸມັດຮ່າງກົດໝາຍນີ້ ເຊິ່ງຂໍ້ກົດໝາຍນີ້ໄດ້ຮັບການອະນຸມັດດ້ວຍຄະແນນສຽງທີ່ເຫັນດີ 587 ສຽງ ໂດຍມີພຽງແຕ່ 9 ສຽງທີ່ຄັດຄ້ານ ແລະ ງົດອອກສຽງອີກ 20 ສຽງ ໂດຍກົດໝາຍນີ້ຈະຄອບຄຸມໄປຮອດການອອກແບບ ການຜະລິດຕະພັນ ແລະ ການຈັດການຂີ້ເຫຍື້ອອິເລັກໂທຣນິກທີ່ໄດ້ຮັບອະນຸຍາດຂາຍໃນສະຫະພາບຢູໂຣບ.

ແນ່ນອນວ່າເລື່ອງນີ້ຕ້ອງມີຜົນກະທົບເປັນວົງກວ້າງໂດຍສະເພາະທາງຝັ່ງຜູ້ຜະລິດເອງທີ່ຕ້ອງໄດ້ປັບແກ້ການອອກແບບໃໝ່ໝົດ ເພາະໂທລະສັບສະມາດໂຟນໃນປັດຈຸບັນອອກແບບມາເປັນແບບພາຍໃນປິດນັ້ນເອງ ເພື່ອໃຫ້ອຸປະກອນສາມາດໃຊ້ພື້ນທີ່ພາຍໃນຢ່າງເຕັມທີ່ ແລະ ຍັງເປັນການກັນນ້ຳໄດ້ ລວມໄປຮອດບັນຫາດ້ານຄວາມປອດໄພໃນກໍລະນີຜູ້ໃຊ້ເລືອກແບັດເຕີຣີທີ່ບໍ່ໄດ້ມາດຕະຖານໃນການໃຊ້ງານ.

ໂດຍມີການຄາດການວ່າຈະມີຜົນບັງຄົບໃຊ້ຢ່າງເປັນການທາງໃນປີ 2027 ນັ້ນໝາຍຄວາມວ່າຜູ້ຜະລິດຕ່າງໆມີເວລາອີກ 4 ​ປີ ໃນການປັບຕົວ ເຊິ່ງກົດດັ່ງກ່າວຈະສົ່ງຜົນໃຫ້ຜູ້ຜະລິດໂທລະສັບບໍ່ສາມາດໃຊ້ກາວຢຶດຈໍກັບຕົວເຄື່ອງໃນຮູບແບບເກົ່າໄດ້ແລ້ວ. ນີ້ອາດເປັນການປ່ຽນແປງຄັ້ງຍິ່ງໃຫຍ່ຂອງວົງການໂທລະສັບມືຖືສະມາດໂຟນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/