El Clasico – Real Madrid ພົບກັບ Barcelona ເກມກິລາທີ່ເປັນຫຼາຍກວ່າຜົນຕັດສິນໃນສະໜາມ


ຖ້າຈະເວົ້າເຖິງການແຂ່ງຂັນກິລາບານເຕະ ທີ່ມີຊື່ສຽງທີ່ສຸດໃນໂລກ ຄົງໜີບໍ່ພົ້ນເກມການແຂ່ງຂັນ ທີ່ມີຊື່ວ່າ El Clasico ທີ່ເປັນການພົບກັນລະຫວ່າງ ສະໂມສອນ Real Madrid ປະທະ Barcelona. ມື້ນີ້ເຮົາຈະພາທຸກຄົນມາຮູ້ຈັກຄວາມເປັນມາຂອງການພົບກັນລະຫວ່າງສອງທີມນີ້ ກັບເກມການແຂ່ງຂັນກິລາບານເຕະ ອີກຄູ່ໜຶ່ງທີ່ໃຫຍ່ທີ່ສຸດໃນໂລກ ທີ່ມີຊື່ວ່າ “El Clasico”.

ຄໍາວ່າ “El Clasico” ໄດ້ຖືກຕັ້ງຂຶ້ນມາດົນນານມາແລ້ວ ເພື່ອເອີ້ນແທນເກມການແຂ່ງຂັນລະຫວ່າງ ບາເຊໂລນາ ພົບກັບ ເຣອັນ ມາດຣິດ, ເຊິ່ງເປັນສອງທີມທີ່ຮັ່ງມີ ແລະ ປະສົບຜົນສຳເລັດທີ່ສຸດໃນໂລກ. ແນ່ນອນ ແຟນບານທຸກຄົນຮູ້ດີວ່າ ການພົບກັນຂອງສອງທີມນີ້ມັນຍິ່ງໃຫຍ່ສໍ່າໃດ ເນື່ອງຈາກວ່າການແຂ່ງຂັນຂອງຄູ່ນີ້ມີການເດີມພັນ ທີ່ບໍ່ແມ່ນພຽງແຕ່ເງິນ, ຕາຕະລາງຜົນຄະແນນ, ກຽດສັກສີ ແຕ່ມັນໝາຍເຖິງການເດີມພັນດ້ວຍ ຊາດກຳເນີດ, ການເມືອງ, ວັດທະນະທໍາ, ປະເພນີ, ພາສາ ເຊິ່ງທັງໝົດແມ່ນເປັນເລື່ອງລະອຽດອ່ອນ ແລະ ເລິກເຊິ່ງຢ່າງຍyງ.

ໃນອະດີດ, ເຂດ Catalonia ຫຼືທີ່ເຮົາເອີ້ນກັນຕິດປາກວ່າ “ກາຕາລຸນຍ່າ” ຖືກອ້ອມຮອບດ້ວຍປະເທດ ສະເປນ ແລະ ຝຣັ່ງ ຈົນສຸດທ້າຍມື້ໜຶ່ງກໍຖືກຮັບຮອງເອົາເປັນສ່ວນໜຶ່ງຂອງປະເທດສະເປນ ແຕ່ດ້ວຍພື້ນຖານ ທີ່ບໍ່ແມ່ນປະເທດສະເປນຕັ້ງແຕ່ເລີ່ມຕົ້ນຢູ່ແລ້ວ ເຮັດໃຫ້ປະຊາຊົນກໍຍັງຮູ້ສຶກວ່າ ເຮົາບໍ່ແມ່ນຄົນສະເປນ ເຮົາແມ່ນຄົນກາຕາຣັນ. ຈົນສຸດທ້າຍແລ້ວ ລັດຖະບານປະເທດສະເປນຕ້ອງຍອມໃຫ້ມີລັດຖະບານທ້ອງຖິ່ນເປັນຂອງຕົນເອງ ແຕ່ຍັງຖືເປັນປະເທດສະເປນຢູ່.

ແຕ່ດ້ວຍຄວາມທີ່ວ່າເມືອງນີ້ເປັນເມືອງແຫ່ງການຄ້າ ເຊິ່ງນຳຜົນປະໂຫຍດຫຼາຍດ້ານເຂົ້າມາສູ່ປະເທດ ເຮັດໃຫ້ເກີດຄວາມຂັດແຍ້ງຫຼາຍຢ່າງເຊັ່ນດຽວກັນ, ທາງຝັ່ງຂອງ ກາຕາລຸນຍ່າ ກໍຢາກແຍກຕົວອອກມາເອງ ເພາະເຊື່ອວ່າມີສັກກະຍະພາບພຽງພໍທີ່ບໍ່ຈຳເປັນຕ້ອງເພິ່ງພາສະເປນ ແຕ່ສ່ວນທາງສະເປນກໍຢາກເກັບໄວ້ຍ້ອນເຫັນວ່າເປັນເມືອງແຫ່ງເສດຖະກິດນຳລາຍໄດ້ເຂົ້າປະເທດຢ່າງຫຼວງຫຼາຍ.

ໃນໄລຍະນັ້ນ ສະເປນມີຜູ້ນຳທີ່ມີຊື່ວ່າ ນາຍພົນ ຟຣານຊິສໂກ້ ຟຣັງໂກ້ (Francisco Franco) ເຊິ່ງເປັນຜູ້ນຳຊາດນິຍົມ ທີ່ຮັກຊາດຫຼາຍ ແຕ່ວ່າຊາດທີ່ລາວຮັກນັ້ນມັນແມ່ນຄຳວ່າ ສະເປນ ເທົ່ານັ້ນ ບໍ່ແມ່ນ ກາຕາລຸນຍ່າ ໂດຍມີນະໂຍບາຍວ່າ ສະເປນຕ້ອງເປັນໜຶ່ງ! ນັ້ນໝາຍເຖິງກາຕາລຸນຍ່າຕ້ອງເປັນໜຶ່ງດຽວກັບສະເປນ.

ໃນຍຸກນັ້ນ ກາຕາລຸນຍ່າໂດດເດັ່ນທັງດ້ານເສດຖະກິດ ແລະ ກິລາ ເຊິ່ງໃນພາກສ່ວນຂອງກິລາບານເຕະກໍແມ່ນສະໂມສອນ ບາເຊໂລນາ ທີ່ເປັນທີມຫຼັກ ແລະ ໂດດເດັ່ນກວ່າໝູ່ ເຊິ່ງພວກເຂົາເປັນທີມທຳອິດທີ່ສາມາດຄວ້າແຊັ້ມລີກສູງສຸດຂອງສະເປນໄດ້.

 ແນ່ນອນວ່າເມື່ອກາຕາລຸນຍ່າໂດດເດັ່ນເກີນໜ້າເກີນຕາແບບນີ້ ບໍ່ມີທາງທີ່ຜູ້ນຳຄື ຟານຊິສໂກ້ ຟຣັງໂກ້ ຈະຍອມງ່າຍໆ. ລາວໄດ້ເລີ່ມດຳເນີນການກົດຂີ່ຂົ່ມເຫັງຊາວກາຕາລຸນຍ່າຫຼາຍຢ່າງເຊັ່ນ: ການຫ້າມເວົ້າພາສາທ້ອງຖິ່ນ, ການຫ້າມນຳໃຊ້ທຸງປະຈຳເມືອງຕົນເອງໃນງານຕ່າງໆ ແລະ ອື່ນໆ. ດ້ວຍເຫດການເຫຼົ່ານີ້ ເຮັດໃຫ້ປະຊາຊົນກາຕາລຸນຍ່າທີ່ມີຄວາມຊາດນິຍົມເຊັ່ນກັນ ແລະ ມີຄວາມບໍ່ພໍໃຈໃນສະເປນຢູ່ແລ້ວ ຕ້ອງລຸກຂຶ້ນມາຕໍ່ສູ້ກັບລັດຖະບານເລື້ອຍມາ.

ກັບມາໃນເລື່ອງຂອງບານເຕະ ໄລຍະນັ້ນ ເຣອັນ ມາດຮິດ ເຊິ່ງເປັນທີມໃຫຍ່ຈາກເມືອງຫຼວງໄດ້ມີປະທານສະໂມສອນທີ່ມີຊື່ວ່າ Santiago Bernabeu (ທີ່ຖືກນຳມາຕັ້ງເປັນຊື່ສະໜາມຂອງ ເຣອັນ ມາດຣິດຈົນເຖິງທຸກມື້ນີ້) ເຊິ່ງເປັນຄົນສະໜິດກັບນາຍພົນ ຟຣານຊິສໂກ້. ກໍເລີ່ມມີຊື່ສຽງ ແລະ ຜົນງານທີ່ດີ ເຮັດໃຫ້ຝ່າຍລັດຖະບານເລືອກທີ່ຈະສະໜັບສະໜູນ ສະໂມສອນ ເຣອັນ ມາດຣິດ ຢ່າງເຕັມທີ່. ຈົນກາຍມາເປັນການຕໍ່ສູ້ກັນລະຫວ່າງ ທີມກາຕາລຸນຍ່າ ກັບທີມຈາກລັດຖະບານສະເປນ.

ຢ່າງໃດກໍຕາມ, ເຫດການທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງບາເຊໂລນາໄດ້ຖືກບັນທຶກໄວ້ໃນປີ 1943. ນັ້ນກໍຄືການແຂ່ງຂັນ Copa del Rey ຮອບຮອງຊະນະເລີດ ເກມທຳອິດທີ່ສະໜາມ  Camp de Les Corts (ສະໜາມເກົ່າຂອງ ບາເຊໂລນາ) ທີ່ບາເຊໂລນາເອົາຊະນະໄປດ້ວຍສະກໍ 3 ປະຕູຕໍ່ 0. ສ່ວນນັດທີ 2 ທີ່ຕ້ອງກັບໄປຫຼິ້ນຢູ່ ສະໜາມຂອງ ເຣອັນ ມາດຣິດນັ້ນ, ນາຍພົນ ຟຣັງໂກ້ ປະກາດທົ່ວແຜ່ນດິນ ພ້ອມກັບເວົ້າວ່າ: “ການແຂ່ງຂັນກິລາບານເຕະຄັ້ງນີ້ ຈັດຂຶ້ນເພາະຄວາມກະລຸນາ ຂອງອຳນາດການປົກຄອງຈາກລັດຖະບານ”. ນັ້ນເປັນສັນຍານວ່າເກມຄູ່ນີ້ຈະບໍ່ມີຄວາມຍຸຕິທຳແນ່ນອນ.

ສຸດທ້າຍ ຜົນການແຂ່ງຂັນກໍເປັນໄປຕາມທີ່ບາເຊໂລນາຄາດການໄວ້. ນາຍພົນ ຟຣັງໂກ້ ສົ່ງເຈົ້າຄອງນະຄອນ ກາສຕິຍ່າ (ຝັ່ງເມືອງຫຼວງຂອງສະເປນ) ໄປຕ້ອນຮັບ ບາເຊໂລນາ ດ້ວຍກຳລັງທະຫານ ມາຮອດຫ້ອງແຕ່ງຕົວຂອງນັກເຕະ ແລະ ມັນເປັນອີກເທື່ອໜຶ່ງທີ່ການເມືອງເຂົ້າມາມີອິດທິພົນຕໍ່ການແຂ່ງຂັນບານເຕະ. ການແຂ່ງຂັນເທື່ອນີ້ ບໍ່ວ່າຈະເປັນທະຫານ, ຜູ້ຕັດສິນ, ເດັກເກັບບານ, ແຟນບານ, ນັກກິລາຂອງ ເຣອັນ ມາດຣິດ ພວກເຂົາເຈົ້າມີສ່ວນຮ່ວມທັງໝົດໃນການໂກງ. ຜົນຈົບລົງດ້ວຍການທີ່ ເຣອັນ ມາດຣິດ ເອົາຊະນະ ບາເຊໂລນາໄປ 11 ປະຕູຕໍ່ 1. ແຕ່ສິ່ງທີ່ແປກປະຫຼາດກໍ່ຄືວ່າ ເຣອັນ ມາດຣິດ ໄດ້ເອີ້ນການແຂ່ງຂັນທີ່ບໍ່ຍຸຕິທຳນີ້ວ່າ ເປັນໄຊຊະນະອັນຍິ່ງໃຫຍ່. ພວກເຂົາເອີ້ນນັກເຕະຊຸດນັ້ນວ່າ heroes, ເຊິ່ງກົງກັນຂ້າມກັບຄວາມຮູ້ສຶກຂອງແຟນບານ ຊາວສະເປນ ທົ່ວປະເທດ.

ເບິ່ງມາຮອດຈຸດນີ້ກໍຮູ້ສຶກວ່າ ທາງຝ່າຍກາຕາລຸນຍ່າ ໂດຍສະເພາະ ສະໂມສອນບາເຊໂລນາເປັນຝ່າຍຖືກກະທຳພຽງຝ່າຍດຽວ ແຕ່ຄວາມຈິງມັນບໍ່ແມ່ນແບບນັ້ນທັງໝົດ. ແຕ່ຖ້າປຽບທຽບເຫດການ ແລະ ຄວາມຮຸນແຮງ ຝ່າຍກາຕາລຸນຍ່າ ຖືເປັນຜູ້ທີ່ຖືກໂຈມຕີເລື້ອຍໆ ແລະ ຮຸນແຮງກວ່າຢ່າງຊັດເຈນ.

ເຫດການທີ່ຫຼາຍຄົນເວົ້າເຖິງ ທີ່ເຮັດໃຫ້ຝ່າຍກາສຕິຍ່າເຈັບປວດທີ່ສຸດ ຈາກການກະທຳຂອງຝ່າຍກາຕາລຸນຍ່ານັ້ນນັບໄດ້ຫຼັກໆແມ່ນມີ 2 ເຫດການເຊັ່ນ: ໃນປີ 1916 ມີລາຍງານວ່າ ນັກເຕະຂອງ ເຣອັນ ມາດຣິດ ຖືກຍິງເສຍຊີວິດ ຢູ່ເຂດ ກາຕາລຸນຍ່າ, ​ແຕ່​ບໍ່​ມີ​ຫຼັກ​ຖານ​ທີ່​ວ່າ​ຍິງ​ດ້ວຍເຫດຜົນ​ໃດ. ສ່ວນເຫດການທີ 2 ເກີດຂຶ້ນໃນປີ 1930 ໃນການແຂ່ງຂັນບານເຕະຮອບຊິງຊະນະເລີດລະຫວ່າງ ເຣອັນ ມາດຣິດ ກັບ ແອັດແລນຕິກ ບິວເບົາ (Athletic Bilbao) ຜົນກໍຄື ຣາຊາຊຸດຂາວ ເຣອັນ ມາດຣິດ ເສຍໃຫ້ກັບທາງ ແອັດແລນຕິກ ບິວເບົາໄປ ດ້ວຍນໍ້າມືຂອງຜູ້ຕັດສິນສາຍເລືອດ ກາຕາລຸນຍ່າ. ມັນກໍແມ່ນຄວາມຈິງທີ່ເກມນັ້ນ ຜູ້ຕັດສິນຈາກ ກາຕາລຸນຍ່າຕັດສິນຢ່າງບໍ່ເປັນທຳ ຊະນິດທີ່ເອີ້ນໄດ້ວ່າ ຮັບບໍ່ໄດ້.

ຕ້ອງຍອມຮັບວ່າຈາກເຫດການຫຼາຍຢ່າງມັນເບິ່ງຄືວ່າ ເຣອັນ ມາດຣິດ ເປັນຝ່າຍຮ້າຍ ທີ່ລໍຖ້າແຕ່ໂຈມຕີບາເຊໂລນາ ແຕ່ໃນຄວາມເປັນຈິງ ການກະທຳທຸກຢ່າງ ມັນຖືກໜຸນຫຼັງຈາກກຸ່ມຄົນທີ່ມີອຳນາດ ທີ່ທາງເຣອັນ ມາດຣິດເອງ ກໍປະຕິເສດບໍ່ໄດ້.

ຄວາມຈິງແລ້ວຖ້າເຮົາເບິ່ງລົງໄປເລິກໃນເລື່ອງ ຂອງກິລາບານເຕະແລ້ວ ມັນບໍ່ໄດ້ມີຫຍັງເລີຍ ແຕ່ສອງທີມນີ້ເປັນພຽງເຄື່ອງມືທີ່ໃຊ້ຕໍ່ສູ້ກັນໃນຄວາມຂັດແຍ້ງໃນເກມການເມືອງ ລະຫວ່າງຝ່າຍລັດຖະບານ ແລະ ຝ່າຍກາຕາລຸນຍ່າ.

ຈາກເຫດການຕ່າງໆທີ່ໄດ້ເກີດຂຶ້ນ ມັນຫຼໍ່ຫຼອມໃຫ້ຄູ່ນີ້ມີຄວາມເຂັ້ມຂຸ້ນທຸກເທື່ອ ທີ່ສອງທີມນີ້ລົງແຂ່ງຂັນໃນສະໜາມ. ກາຣັນຕີຄວາມມັນທຸກຄັ້ງທີ່ພົບກັນ ເຖິງແມ່ນວ່າໃນປີນີ້ ທັງສອງທີມຈະບໍ່ມີສະຕາດັງ ຄື Cristiano Ronaldo ແລະ Lionel Messi ແລ້ວກໍຕາມ.

ບົດຄວາມນີ້ບໍ່ໄດ້ມີເຈດຕະນາຊີ້ວ່າ ຝ່າຍໃດຜິດຝ່າຍໃດຖືກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/