ບົດລາຍງານຫຼ້າສຸດຂອງອົງການຄຸ້ມຄອງຂໍ້ມູນຂ່າວສານພະລັງງານ (EIA) ໄດ້ເປີດເຜີຍວ່າໃນປີ 2023 ອຸດສາຫະກໍາຂຸດຄົ້ນ cryptocurrency ທົ່ວໂລກໄດ້ໃຊ້ໄຟຟ້າໃນປະລິມານທຽບເທົ່າກັບການໃຊ້ພະລັງງານທັງໝົດຂອງອອສເຕຣເລຍ. ໃນລາຍງານຍັງໄດ້ຊີ້ໃຫ້ເຫັນເຖິງການຂະຫຍາຍຕົວທີ່ສໍາຄັນຂອງອຸດສາຫະກໍາໃນສະຫະລັດໄດ້ສົ່ງຜົນໃຫ້ລັດຖະບານຕິດຕາມກວດກາການນໍາໃຊ້ພະລັງງານຢ່າງໃກ້ຊິດ.
ໃນອາທິດທີ່ຜ່ານມາ, EIA ໄດ້ເປີດເຜີຍວ່າ ພະລັງງານທີ່ໃຊ້ສໍາລັບການຂຸດຄົ້ນ crypto ທົ່ວໂລກກວມເອົາ 0.2% – 0.9% ຈາກຄວາມຕ້ອງການໄຟຟ້າທັງໝົດທົ່ວໂລກ. ເຊິ່ງນີ້ແມ່ນສອດຄ່ອງກັບບົດລາຍງານຂອງ Business Insider ທີ່ໄດ້ເປີດເຜີຍຕົວເລກລະຫວ່າງ 0.6% ຫາ 2.3%, ຫຼືທຽບເທົ່າກັບການນໍາໃຊ້ຂອງລັດເຊັ່ນ Utah ຫຼື West Virginia.
ເຖິງແມ່ນວ່າຈໍານວນດັ່ງກ່າວຈະແມ່ນພະລັງງານໄຟຟ້າຢ່າງຫຼວງຫຼາຍ. ແຕ່ເນື່ອງຈາກລັກສະນະຂອງອຸດສາຫະກໍາການຂຸດຄົ້ນ crypto, ເຊິ່ງເປັນທີ່ຮູ້ກັນດີວ່າມັນຈໍາເປັນຕ້ອງໃຊ້ພະລັງງານຢ່າງຫຼວງຫຼາຍ ໃນການເຂົ້າລະຫັດລັບທີ່ຊັບຊ້ອນເພື່ອເພີ່ມບລັອກໃໝ່ໃຫ້ກັບ blockchain. ແຕ່ວ່າ EIA ໄດ້ມີຄວາມກັງວົນຕໍ່ກັບຕົວເລກດັ່ງກ່າວທີ່ຈະເພີ່ມຂຶ້ນເລື້ອຍໆຈົນສົ່ງຜົນກະທົບຕໍ່ຂະແໜງພະລັງງານໄຟຟ້າໃນສະຫະລັດທີ່ມີຄວາມຕ້ອງການເພີ່ມຂຶ້ນ, ເຮັດໃຫ້ລາຄາຂອງໄຟຟ້າເພີ່ມຂຶ້ນ ແລະ ຜົນກະທົບຕໍ່ການປ່ອຍກ໊າສຄາບອນໄດອອກໄຊ.
ໃນບົດລາຍງານຍັງໄດ້ຊີ້ໃຫ້ເຫັນອີກວ່າ ໂດຍສະເພາະໃນສ່ວນຂອງອຸດສາຫະກໍາຂຸດຄົ້ນ Bitcoin ໃນສະຫະລັດນັ້ນ ໄດ້ມີການໃຊ້ໄຟຟ້າເພີ່ມຂຶ້ນຈາກ 3.4% ໃນເດືອນມັງກອນ 2020 ເປັນ 37.8% ໃນເດືອນມັງກອນ 2022. ເຊິ່ງການຂະຫຍາຍຕົວນີ້ໄດ້ເຮັດໃຫ້ລັດຖະບານສະຫະລັດຕ້ອງພິຈາລະນາການນໍາໃຊ້ພະລັງງານຂອງອຸດສາຫະກໍານີ້ຢ່າງໃກ້ຊິດຍິ່ງຂຶ້ນ. ແລະຖ້າຫາກວ່າການຂະຫຍາຍຕົວນີ້ຍັງສືບຕໍ່ເພີ່ມຂຶ້ນ ມັນກໍອາດຈະສົ່ງຜົນກະທົບໂດຍກົງຕໍ່ຂະແໜງພະລັງງານຂອງສະຫະລັດ. ຢ່າງໃດກໍຕາມ, ໄດ້ມີການຫາລືກັນກ່ຽວກັບວິທີການແກ້ໄຂບັນຫານີ້. ໂດຍບາງຄົນກໍໄດ້ແນະນໍາວ່າພວກເຂົາຫັນໄປຫາແຫຼ່ງພະລັງງານທີ່ສະອາດ, ໃນຂະນະທີ່ອີກຝ່າຍກໍໄດ້ສະເໜີໃຫ້ຫັນມາໃຊ້ພະລັງງານສ່ວນເກີນທີ່ໄດ້ຈາກອຸດສາຫະກຳຜະລິດໄຟຟ້າແທນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/