Digital Footprint ຮອຍຕີນທີ່ຢຽບແລ້ວລຶບບໍ່ໄດ້


ເຮົາທຸກຄົນຮູ້ບໍ່ວ່າການທ່ອງໂລກອິນເຕີເນັດ ຫຼື ການຫຼິ້ນ Social Media ຂອງມື້ນີ້ ທີ່ຫຼາຍຄົນຍັງຄິດວ່າມັນຍາກທີ່ຈະລະບຸຕົວຕົນຂອງເຮົາ ແຕ່ຄວາມເປັນຈິງການໃຊ້ ອິນເຕີເນັດ ຫຼື ແພລັດຟອມ Social Media ຕ່າງໆ ນັບມື້ນັບມີຄວາມເປັນສ່ວນຕົວໜ້ອຍລົງ ເພາະທຸກເທື່ອທີ່ເຮົາເຂົ້າອິນເຕີເນັດແມ່ນເຮົາໄດ້ເລີ່ມຖິ້ມຮ່ອງຮອຍ ແລະ ຂໍ້ມູນທີ່ຈະນຳມາລະບຸຕົວຕົນຂອງເຮົາໄດ້ໃນອະນາຄົດ ຜ່ານຄອນເຊັບທີ່ວ່າ Digital Footprint ຮ່ອງຮອຍທາງດິຈິຕອນ.

Digital Footprint ແປຕາມຕົວງ່າຍໆກໍຄື ຮ່ອງຮອຍໃນໂລກດິຈິຕອນ ຫຼື ກໍຄືຂໍ້ມູນປະຫວັດການເຄື່ອນໄຫວຕ່າງໆທີ່ເຮົາໄດ້ເຮັດລົງໄປໃນໂລກອິນເຕີເນັດ ບໍ່ວ່າຈະດ້ວຍຄວາມຕັ້ງໃຈຫຼືບໍ່ກໍຕາມ ທຸກສິ່ງທຸກຢ່າງຈະຖືກບັນທຶກລົງໄປໃນຖານຂໍ້ມູນ. ນັບຕັ້ງແຕ່ການຊອກຫາຂໍ້ມູນຜ່ານ Search Engine ຕ່າງໆ, ການໂພສຮູບ ການໂພສສະເຕຕັສລົງໄປໃນແພລັດຟອມ Social Media ໄປຈົນຮອດການເຂົ້າເວັບຕ່າງໆຂອງເຮົາໃນແຕ່ລະມື້.

Digital Footprint ແບ່ງອອກເປັນ 2 ປະເພດໄດ້ແກ່: Passive Digital Footprint ແລະ Active Digital Footprint.

*Passive Digital Footprint
ເປັນຂໍ້ມູນທີ່ເຮົາຖິ້ມຮ່ອງຮອຍໄວ້ແບບບໍ່ໄດ້ຕັ້ງໃຈ ເຊັ່ນ: IP address ທີ່ໃຊ້ທ່ອງໂລກອິນເຕີເນັດ ຫຼື ການຊອກຫາຂໍ້ມູນຕ່າງໆ ຜ່ານ Search Engine ສິ່ງເຫຼົ່ານີ້ກໍຈະຖືກບັນທຶກລົງໄປໃນຖານຂໍ້ມູນທັງໝົດ.

*Active Digital Footprint
ເປັນຮ່ອງຮອຍທີ່ເຮົາຕັ້ງໃຈຈະເປີດເຜີຍ ເຊັ່ນ: ການໂພສຂໍ້ຄວາມ, ການໂພສຮູບ ໃນ Social Media ຕ່າງໆ, Email ຫຼືຂໍ້ມູນສ່ວນຕົວ ທີ່ຕ້ອງໃຊ້ໃນການເຂົ້າເຖິງບໍລິການ ຫຼື ຂໍ້ມູນຕ່າງໆທີ່ເຮົາຢາກຮູ້. ຂໍ້ມູນເຫຼົ່ານີ້ແມ່ນການສ້າງ Digital Footprint ໄວ້ຢ່າງຊັດເຈນ ຍິ່ງມີຫຼາຍສ່ຳໃດ ຮ່ອງຮອຍທີ່ຈະລະບຸຕົວຕົນຂອງເຮົາກໍມີຫຼາຍສ່ຳນັ້ນ.

ເຊິ່ງຮ່ອງຮອຍເຫຼົ່ານີ້ ເປັນຂໍ້ມູນທີ່ສຳຄັນຫຼາຍໃນການລະບຸຕົວຕົນຄົນໃດຄົນໜຶ່ງ ລວມໄປຮອດການຮູ້ເຖິງອຸປະນິໄສ ຂອງຄົນໆນັ້ນ ວ່າເປັນຄົນແນວໃດ? ມີແນວຄິດກ່ຽວກັບສິ່ງຕ່າງໆແນວໃດ? ຈາກການວິເຄາະຜ່ານຮ່ອງຮອຍຕ່າງໆທີ່ເຮົາໄດ້ຖິ້ມປະໄວ້ໃນໂລກອິນເຕີເນັດນີ້ລະ.

ເຄີຍມີການທົດລອງທີ່ມີຊື່ວ່າ Footprints Project ໄດ້ຖືກດໍາເນີນການໂດຍມະຫາວິທະຍາໄລ Stanford ແລະ ມະຫາວິທະຍາໄລ Princeton ໃນປີ 2016 ເຊິ່ງໄດ້ເອົາຂໍ້ມູນການທ່ອງເວັບຂອງກຸ່ມຕົວຢ່າງ ມາເຮັດການ ວິເຄາະໂດຍວິທີທາງຄະນິດສາດ ແລະ ຄອມພິວເຕີ ຈົນສາມາດລະບຸຕົວຕົນຂອງຜູ້ໃຊ້ໄດ້ຢ່າງຖືກຕ້ອງທັງໝົດ 240 ຄົນ ຈາກ 300 ຄົນ ຫຼື ຫຼາຍກວ່າ 80%.

ນັກຄົ້ນຄວ້າຈາກມະຫາວິທະຍາໄລ Stanford ແລະ Cambridge ໄດ້ວິເຄາະຂໍ້ມູນກ່ຽວກັບ ພຶດຕິກຳການກົດຖືກໃຈໂພສຕ່າງ ໃນ Facebook ເພື່ອເບິ່ງວ່າ ຂໍ້ມູນການກົດຖືກໃຈເຫຼົ່ານີ້ສາມາດບອກເຖິງຕົວຕົນ ແລະ ບຸກຄະລິກຂອງເຈົ້າຂອງບັນຊີໄດ້ດີສ່ຳໃດ. ຜົນທີ່ອອກມາໜ້າສົນໃຈຫຼາຍ ເພາະພຽງຂໍ້ມູນການກົດຖືກໃຈ ຂອງເຮົາກໍສາມາດບອກໄດ້ເລີຍວ່າ ເຮົາແມ່ນເພດຫຍັງ, ອາຍຸເທົ່າໃດ, ນັບຖືສາສະໜາຫຍັງ ລວມໄປຮອດຈຸດຢືນທາງການເມືອງຕ່າງໆ.

Digital Footprint ພວກນີ້ຖືວ່າມີປະໂຫຍດຫຼາຍ ໃນການຊ່ວຍໃຫ້ການໃຊ້ງານອິນເຕີເນັດຂອງເຮົາທຸກມື້ນີ້ສະດວກສະບາຍຂຶ້ນ ບໍ່ວ່າຈະເປັນການເຂົ້າເວັບແລ້ວບໍ່ຕ້ອງຂຽນຂໍ້ມູນຂອງເຮົາໃໝ່ຕະຫຼອດ ລວມໄປຮອດພາກທຸລະກິດເຊັ່ນ: ຝ່າຍການຕະຫຼາດສາມາດຮວບຮວມຂໍ້ມູນຕ່າງໆມາວິເຄາະເພື່ອໃຊ້ໃນການໂຄສະນາສິນຄ້າ, ບໍລິການຕ່າງໆ ເພື່ອສອດຄ່ອງກັບການໃຊ້ຊີວິດປະຈຳວັນ ແລະ ອຸປະນິໄສຂອງກຸ່ມລູກຄ້າ. ເຄີຍຫຼືບໍ່ວ່າເມື່ອເຮົາມັກຫຍັງ ອິນກັບຫຍັງໃນເວລານັ້ນແຕ່ບໍໄດ້ບອກໃຫ້ໃຜຮູ້ ແຕ່ເວລາເຮົາເລື່ອນ Facebook ເຮົາກໍຈະມັກເຫັນໂຄສະນາຕ່າງໆທີ່ກ່ຽວກັບສິ່ງທີ່ເຮົາສົນໃຈຢູ່ໃນຕອນນັ້ນໆ. ສ່ວນຝ່າຍບຸກຄະລາກອນຂອງບໍລິສັດຕ່າງໆ ກໍສາມາດເຂົ້າໄປເບິ່ງຂໍມູນເບິ່ງປະຫວັດທີ່ຜ່ານມາ ເພື່ອນຳມາປະກອບການຕັດສິນໃຈ ໃນການຮັບພະນັກງານຕ່າງໆໄດ້ເຊັ່ນກັນ.

ສ່ວນຂໍ້ເສຍກໍມີຫຼາຍເຊັ່ນກັນ ເນື່ອງຈາກວ່າຮ່ອງຮອຍພວກນີ້ມັນຊັດເຈນເຖິງຂັ້ນສາມາດລະບຸຕົວຕົນເຮົາໄດ້ ເຊິ່ງເປີດໂອກາດໃຫ້ກັບກຸ່ມຄົນທີ່ບໍ່ຫວັງດີນຳຂໍ້ມູນຕ່າງໆທີ່ຮວບຮວມໄດ້ໄປໃຊ້ໃນທາງທີ່ຜິດ ຫຼື ເອົາສິ່ງທີ່ໃກ້ຕົວເຮົາທີ່ສຸດ. ການຂຽນ ຫຼື ໂພສຂໍ້ຄວາມຕ່າງໆລົງໃນ Social Media ໃນຕອນນີ້ ອາດຢ້ອນກັບມາທຳຮ້າຍຕົວເຮົາໃນແບບທີ່ຄາດບໍ່ເຖິງກໍເປັນໄປໄດ້. ຍົກຕົວຢ່າງກໍລະນີຂອງ James Gun ຜູ້ກຳກັບຮູບເງົາດັງ Guardians of the Galaxy ທີ່ຖືກທາງຄ້າຍ Disney ປົດອອກຈາກຕຳແໜ່ງເນື່ອຈາກລາວເຄີຍໂພສຂໍ້ຄວາມທີ່ມີເນື້ອຫາບໍ່ເໝາະສົມທາງເພດລົງໃນ Twitter. ເຊິ່ງຂໍ້ຄວາມທີ່ເຮົາຄິດວ່າມັນດີ ເລື່ອງທີ່ຄົນສ່ວນໃຫຍ່ເຫັນວ່າມັນຖືກຕ້ອງ ພໍເຮົາໂພສໄປແລ້ວ ເມື່ອເວລາຜ່ານໄປ 10ປີ 20ປີ ມຸມມອງຂອງສັງຄົມຕໍ່ເລື່ອງພວກນັ້ນອາດປ່ຽນໄປ ແລະ ອາດຖືກຂຸດເອົາປະເດັນເຫຼົ່ານັ້ນ ທີ່ເຮົາເຄີຍກ່າວເຖິງ ເມື່ອ 20ປີກ່ອນມາໂຈມຕີເຮົາກໍໄດ້.

ຄຳເວົ້າທີ່ວ່າແມ່ນຫຍັງກໍຕາມທີ່ໂພສລົງໄປແລ້ວ ມັນຈະຢູ່ໃນໂລກອິນເຕີເນັດຕະຫຼອດໄປ ຄົງຈະບໍ່ແມ່ນຄຳເວົ້າທີ່ເກີນຈິງໄປແຕ່ຢ່າງໃດ ເພາະເຖິງເຮົາຈະໄດ້ລຶບຮູບ ຫຼື ຂໍ້ຄວາມຂອງເຮົາໄປແລ້ວ ແຕ່ມັນກໍເປັນພຽງການລຶບໃນພາກສ່ວນຂອງເຮົາເທົ່ານັ້ນ. ສິ່ງທີ່ເຮົາເຮັດໄດ້ ກໍພຽງແຕ່ຕ້ອງລະມັດລະວັງໃນການໃຊ້ງານເຄື່ອງມືພວກນີ້.

ໂລກດິຈິຕອນແມ່ນອີກໂລກໜຶ່ງທີ່ມີອິທິພົນຕໍ່ຊີວິດຂອງເຮົາຢ່າງສູງ ແລະ ຫຼີກເວັ້ນບໍ່ໄດ້ທີ່ຈະເຂົ້າໃຊ້ງານ ເພາະເຮົາຕ້ອງໃຊ້ມັນໃນການເຮັດວຽກ, ໃຊ້ເພື່ອລົງທະບຽນ ແລະ ອື່ນໆ. ເມື່ອພວກເຮົາເຂົ້າໄປແລ້ວ ກໍຍ່ອມມີຮ່ອງຮອຍຂອງພວກເຮົາຢູ່ໃນນັ້ນ. ວິທີທີ່ດີທີ່ສຸດແມ່ນໃຊ້ມັນດ້ວຍຄວາມລະມັດລະວັງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/