CoinMarketCap ເປີດຕົວປລັກອິນ ChatGPT ທີ່ຈະຊ່ວຍໃຫ້ຂໍ້ມູນ Crypto ແກ່ຜູ້ໃຊ້ໂດຍບໍ່ເສຍຄ່າທຳນຽມໃດໆ


ໃນວັນທີ 11 ຕຸລາ, CoinMarketCap ແພລັດຟອມເກັບກຳຂໍ້ມູນ Crypto ຊັ້ນນຳໄດ້ປະກາດເປີດຕົວປລັກອິນໃໝ່ທີ່ຂັບເຄື່ອນດ້ວຍພະລັງ AI ທີ່ໃຊ້ໂມເດວພາສາຂະໜາດໃຫຍ່ຄື ChatGPT.

ໂດຍຜູ້ໃຊ້ຂອງ CoinMarketCap ສາມາດເຂົ້າເຖິງຄຸນສົມບັດນີ້ດ້ວຍການເຂົ້າສູ່ລະບົບບັນຊີ ChatGPT Plus ເພື່ອເປີດໃຊ້ງານປລັກອິນ. ຄຸນສົມບັດດັ່ງກ່າວທີ່ຖືກເພີ່ມເຂົ້າມາຈະຊ່ວຍໃຫ້ຜູ້ໃຊ້ສາມາດສອບຖາມຂໍ້ມູນ Crypto ໄດ້ຢ່າງຫຼາກຫຼາຍ ແລະ ບໍ່ເສຍຄ່າທຳນຽມໃດໆໃນການນຳໃຊ້ປລັກອິນ ນອກຈາກຄ່າສະໝັກສະມາຊິກສຳລັບ ChatGPT Plus ໃນລາຄາ 20 ໂດລາຕໍ່ເດືອນເທົ່ານັ້ນ.

ນັກພັດທະນາກ່າວວ່າ “ສຳລັບຜູ້ທີ່ຫຼົງໃຫຼໃນ Crypto ສາມາດໃຊ້ງານ ChatGPT ໄດ້ແບບຈຳກັດເທົ່ານັ້ນ. ເນື່ອງຈາກວ່າຂໍ້ມູນສ່ວນໃຫຍ່ຖືກຈໍາກັດຈົນຮອດເດືອນກັນຍາ ປີ 2021 ແລະ ຄວາມສາມາດໃນການຄົ້ນຫາທີ່ເພີ່ມເຂົ້າຫຼ້າສຸດຂອງ ChatGPT ຍັງຖືກຈໍາກັດໃນການສະໜອງຂໍ້ມູນ Crypto ແບບ real-time”

ໂມເດວພາສາຂະໜາດໃຫຍ່ຂອງ ChatGPT ສາມາດຕອບຄຳຖາມແບບງ່າຍໆເຊັ່ນ: Bitcoin ແລະ Ethereum ມີຄວາມກ່ຽວຂ້ອງກັນແນວໃດໃນປີ 2023? ຫຼື ຮູບແບບ ICO/IDO/launchpads ແລະອື່ນໆກ່ຽວຂ້ອງກັບການຜັນຜວນຂອງລາຄາໃນຕະຫຼາດແນວໃດ? ດັ່ງນັ້ນການປະສົມປະສານລະຫວ່າງ AI ເຂົ້າກັບແພລັດຟອມ CoinMarketCap ໃນຄັ້ງນີ້ຈຶ່ງສົ່ງຜົນໃຫ້ຄໍາຕອບທີ່ສ້າງໂດຍ ChatGPT ຈະໄດ້ຮັບແຫຼ່ງທີ່ມາຂອງຂໍ້ມູນໂດຍກົງຈາກ CoinMarketCap ພ້ອມກັບການອັບເດດຂໍ້ມູນແບບ Real-time ເຊັ່ນ: ບັນຊີລາຍຊື່ຂອງຫຼຽນ, ສະຖິຕິຫຼ້າສຸດກ່ຽວກັບ blockchain, ແລະອື່ນໆ. ທັງນີ້ຜູ້ໃຊ້ສາມາດເຂົ້າໃຊ້ງານໄດ້ທັງໃນອຸປະກອນມືຖື ແລະ ໃນ Desktop

ປັດຈຸບັນ ບໍລິສັດກະດານເທຣດຫຼາຍແຫ່ງກຳລັງທົດລອງໃຊ້ AI ເພື່ອຫາຄວາມເຂົ້າກັນໄດ້ນຳລະບົບຕ່າງໆໃນບໍລິສັດ ແລ້ວນຳມາຍົກລະດັບລະບົບຕ່າງໆໃຫ້ສາມາດໃຊ້ງານໄດ້ຢ່າງສະດວກສະບາຍຫຼາຍຂຶ້ນ. ໂດຍໃນເດືອນກໍລະກົດທີ່ຜ່ານມາໄດ້ມີລາຍງານວ່າ ບໍລິສັດ Bitget ໄດ້ເປີດຕົວຄຸນສົມບັດທີ່ຂັບເຄື່ອນດ້ວຍ AI ສໍາລັບກົນລະຍຸດການເທຣດແບບ grid trading ພ້ອມທັງໃຊ້ປະໂຫຍດຈາກ algorithms ການເທຣດເພື່ອໃຫ້ຜູ້ໃຊ້ສາມາດເຮັດທຸລະກຳໄດ້ແບບອັດຕະໂນມັດ.

ໃນການສໍາພາດ, Gracy Chen ຜູ້ຈັດການຂອງ Bitget ເປີດເຜີຍວ່າແພລັດຟອມດັ່ງກ່າວໃຊ້ເຄື່ອງມື AI ເພື່ອຈັດກ່ຽວກັບການແປພາສາສໍາລັບການບໍລິການຫຼາຍພາສາ ຈົນຮອດພະແນກບໍລິການລູກຄ້າ.

ໃນເດືອນກັນຍາ, ຕະຫຼາດ Nasdaq ໄດ້ຮັບການອະນຸມັດຈາກຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ສໍາລັບຄໍາສັ່ງການຊື້ຂາຍທີ່ໃຊ້ AI. ນອກຈາກນີ້ Binance ຍັງໄດ້ເປີດຕົວເຄື່ອງສ້າງ NFT ທີ່ຂັບເຄື່ອນດ້ວຍ AI ສໍາລັບຜູ້ໃຊ້ອີກດ້ວຍ.

ທີ່ມາ:

coinmarketcap-launches-chatgpt-plugin

nasdaq-receives-sec-approval-ai-based-trade-orders

binance-launches-ai-powered-nft-generator

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/