Carlo Ancelotti ຄູຝຶກຄົນທຳອິດທີ່ສາມາດຄວ້າແຊັ້ມໄດ້ຄົບ 5 ລີກໃຫຍ່ຂອງ ຢູໂຣບ


ໃນຄໍ່າຄືນວັນເສົາທີ 30 ທີ່ຜ່ານມາ ເວທີ ລາລີກາສະເປນ ໄດ້ມີການຕັດສິນແຊັ້ມເກີດຂຶ້ນ ທີ່ເປັນທາງຂອງ ເຣອັນ ມາດຣິດ ທີ່ສາມາດຄວ້າແຊັ້ມໄປໄດ້. ໂດຍເປັນການຄວ້າແຊັ້ມ 2 ປີຊ້ອນ ແລະ ນີ້ຖືເປັນແຊັ້ມ ສະໄໝທີ 35 ຂອງສະໂມສອນ ເຊິ່ງເປັນທີມທີ່ສາມາດຄວ້າແຊັ້ມລີກໄດ້ຫຼາຍທີ່ສຸດໃນ ເວທີ ລາລີກາ ນຳໜ້າຄູ່ແຂ່ງຕະຫຼອດການ ຢ່າງ ບາເຊໂລນາ ທີມຈາກ ກາຕາຣັນ ທີ່ສາມາດຄວ້າໄດ້ 26 ສະໄໝ.

ການຄວ້າແຊັ້ມຂອງ ເຣອັນ ມາດຣິດ ຄັ້ງນີ້ ເຮັດໃຫ້ ຄາໂລ ອັນໂຊລັອດຕິ ຄູຝຶກຊາວອີຕາລີ ກາຍເປັນຄູຝຶກຄົນທຳອິດໃນປະຫວັດສາດວົງການບານເຕະທີ່ສາມາດຄວ້າແຊັ້ມໄດ້ຄົບທຸກ 5 ລີກໃຫຍ່ໃນຢູໂຣບ ບໍ່ວ່າຈະເປັນ ກັນໂຊ ເຊເຣອາ ອິຕາລີ, ພຣີເມຍລີກ ອັງກິດ, ລີກເອີງ ຝຣັ່ງ, ບຸນເດສ ລິກາ ເຢຍລະມັນ ແລະ ລາລີກາ ສະເປນ.

ອັນເຊລັອດຕິ ເລີ່ມປະກາດຄວາມຍິ່ງໃຫຍ່ຂອງຕົນເອງໃນຖານະຄູຝຶກ ແມ່ນໄລຍະທີ່ລາວຄຸມສະໂມອນ ເອຊີ ມິລານ ໃນອິຕາລີ ທີ່ຕອນນັ້ນຖືເປັນຍຸກທອງຂອງ ເອຊີ ມິລານ ເລີຍກໍວ່າໄດ້. ໂດຍພວກເຂົາສາມາດຄວ້າໄດ້ທຸກແຊັ້ມ ກັບທຸກລາຍການທີ່ລົງຫຼິ້ນ ເຊິ່ງ ອັນເຊລັອດຕິ ຖືເປັນສ່ວນສຳຄັນທີ່ຊ່ວຍຊຸກຍູ້ໃຫ້ ນັກເຕະຢ່າງ ຣິຄາໂດ້ ກ້າກ້າ, ອັນເດ ປີໂຣ້, ເຈນເນໂຣ ກັດຕູໂຊ້, ຟິລິໂປ ອິນຊາກີ້ ແລະ ອັນເດ ເຊບເຊັນໂກ້ ໃຫ້ກາຍເປັນ ນັກເຕະລະດັບໂລກ ຢ່າງທີ່ພວກເຮົາເຫັນກັນໃນທຸກມື້ນີ້.

ຫຼັງຈາກອິ່ມຕົວໃນອິຕາລີ ອັນເຊລັອດຕິ ໄດ້ຍ້າຍມາຫາປະສົບການໃໝ່ ໃນລີກ ອັງກິດ ທີ່ຫຼາຍຄົນເບິ່ງວ່າ ເປັນລີກ ປາບຊຽນ ໃຜທີ່ວ່າເກັ່ງ ພໍມາຮອດ ພຣີເມຍລີກ ແມ່ນຕ້ອງ ເກັບກະເປົາ ກັບບ້ານກັນໄປໝົດ ແຕ່ບໍ່ແມ່ນກັບ ອັນເຊລັອດຕິ. ລະດູການ 2009-2010 ລະດູການທຳອິດທີ່ລາວມາຄຸມ ເຊວຊີ  ລາວສາມາດພາທີມຄວ້າທັງແຊັ້ມ ພຣີເມຍລີກ ແລະ ເອັຟເອ ຄັບ ໃນປີດຽວກັນ. ທີ່ສຳຄັນ ແມ່ນລາວໄດ້ເຂົ້າມາປ່ຽນໂສມ ເຊວຊີ ໃຫ້ກາຍເປັນທີມທີ່ມີເກມບຸກທີ່ ດຸດັນ ໂດຍຍິງປະຕູ ໃນລະດູການນັ້ນໄປທັງໝົດ 142 ປະຕູ.

        ຈາກນັ້ນລາວໄດ້ຍ້າຍມາຄຸມທີມ ປາຣີສ ແຊັນເຈີແມນ ໃນຝຣັ່ງ ເຖິງຈະເປັນເວລາສັ້ນໆ ພຽງ 2 ປີ ແຕ່ກໍຍັງສາມາດພາ ປາຣີສ ແຊັນເຈີແມນ ຄວ້າແຊັ້ມລີກໄດ້ 1 ສະໄໝ. ກ່ອນຈະຍ້າຍໄປຄຸມ ເຣອັນ ມາດຣິດ ເທື່ອທຳອິດ ໃນປີ 2013.

        ເຖິງການມາ ເຣອັນ ມາດຣິດ ຊຸດນີ້ ຈະບໍໄດ້ແຊັ້ມລີກ ຂອງ ລາລີກາ ແຕ່ລາວສາມາດພາ ລາຊາຊຸດຂາວ ຄວ້າແຊັ້ມ UEFA Champions League ໄດ້ ເຊິ່ງເປັນຄວາມຕ້ອງການອັນດັບທຳອິດ ຂອງແຟນບານ ເຣອັນ ມາດຣິດ.

ມາໃນລະດູການ 2016-2017 ອັນເຊລັອດຕິ ຍ້າຍມາຄຸມ ບາເຍີນ ມິວນິກ ທີມຍັກໃຫຍ່ໃນເຢຍລະມັນ ແລະ ພາທີມປະສົບຄວາມສຳເລັດໃນລະດັບໜຶ່ງ ກ່ອນ ທີ່ຈະໄປຄຸມ ນາໂປລີ ໃນໄລຍະສັ້ນໆ ແລະ ແວ່ມາຄຸມ ເອເວີ້ຕັ້ນ ລະດູການໜຶ່ງ ກ່ອນຈະກັບມາຄຸມ ເຣອັນ ມາດຣິດ ເປັນຮອບທີ 2 ຈົນພາທີມຄວ້າແຊັ້ມລີກໄດ້ ທີ່ເປັນກຽດໃຫ້ສະໂມສອນ ແລະ ເປັນກຽດຕິຍົດໃຫ້ລາວ ທີ່ຖືເປັນຄູຝຶກຄົນທຳອິດ ທີ່ສາມາດຄວ້າທຸກແຊັ້ມລີກໄດ້ຄົບໃນ 5 ລີກໃຫຍ່ຂອງຢູໂຣບ ເປັນຄົນທຳອິດໃນວົງການບານເຕະ.

ຮູບແບບການຄຸມທີມ ຂອງ ອັນເຊລັອດຕິ ແມ່ນຈະເນັ້ນໃຊ້ໄມ້ອ່ອນ ຫຼາຍກວ່າໄມ້ແຂງ ໃນການບໍລິຫານນັກເຕະ ເຮັດໃຫ້ຫຼາຍນັກເຕະທີ່ເຄິຍໄດ້ຮ່ວມງານກັບລາວ ບອກເປັນສຽງດຽວກັນວ່າ ຄາໂລ ອັນເຊລັອດຕິ ເປັນຄູຝຶກທີ່ດີຫຼາຍ. ສ່ວນເລື່ອງຈຸດເດັ່ນຂອງແຜນການຫຼິ້ນ ແມ່ນຈະເນັ້ນໄປໃນທາງເກມບຸກ ແລະ ສາມາດປັບປ່ຽນແຜນການຫຼິ້ນໄດ້ທຸກເວລາ ໄປຕາມຄວາມເໝາະສົມກັບຄູ່ຕໍ່ສູ້. ໂດຍລາວມີຄະຕິປະຈຳຕົວວ່າ ເມື່ອໃດກໍຕາມທີ່ເຮົາບໍ່ຍອມປັບຕົວ ນັ້ນໝາຍຄວາມວ່າເຮົາກຳລັງຖອຍຫຼັງໄປເລື້ອຍໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/