BLACKPINK ກາຍເປັນ Girl Group ທີ່ມີຍອດຟັງຫຼາຍທີ່ສຸດໃນ Spotify ຕິດຕໍ່ກັນ 5 ປີ


BLACKPINK ຊື່ນີ້ກາລັນຕີຄວາມປັງຢ່າງແນ່ນອນ ເພາະໄດ້ສະແດງໃຫ້ເຫັນເຖິງຄວາມສຳເລັດໃນລະດັບໂລກອີກຄັ້ງ ດ້ວຍຜົນງານສະຖິຕິອັນເປັນທີ່ໜ້າພໍໃຈໃນ Spotify ເຊິ່ງເປັນສະຕຣີມມິງການຟັງເພງຊື່ດັງທີ່ທົ່ວໂລກນິຍົມກັນໃຊ້.

ໃນການເປີດຕົວ “Spotify Wrapped” ປະຈຳປີ 2023 ທີ່ຜ່ານມາ ໄດ້ພົບວ່າ BLACKPINK ສາມາດຄວ້າຕຳແໜ່ງ Girl Group ທີ່ມີຍອດສະຕຣີມສູງທີ່ສຸດເປັນອັນດັບ 1 ຂອງ Spotify ໃນປີ 2023 ເຊິ່ງເປັນທີ່ໜ້າປະທັບໃຈ ເພາະຢ່າງທີ່ຮູ້ກັນວ່າ 4 ສາວ BLACKPINK ບໍ່ໄດ້ປ່ອຍເພງອອກມາເລີຍໃນປີນີ້ ນອກຈາກເພງໂປຣໂໝດເກມ.

ນອກຈາກນີ້ BLACKPINK ເອງຍັງສາມາດຄວ້າເອົາຕຳແໜ່ງ Girl Group ທີ່ມີຍອດສະຕຣີມສູງສຸດເປັນອັນດັບ 1 ຂອງ Spotify ຕິດຕໍ່ກັນເປັນໄລຍະເວລາ 5 ປີ ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ ເຊິ່ງຍັງບໍ່ມີ Girl Group ວົງໃດທີ່ສາມາດເຮັດໄດ້ ນັບວ່າເປັນອີກໜຶ່ງໃນໜ້າປະຫວັດສາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/