ສາຍການບິນຫວຽດເຈັດ ປະກາດເປີດຖ້ຽວບິນກົງ ເຊື່ອມຕໍ່ວຽງຈັນ-ໂຮ່ຈີມິນ, ສ້າງຕັ້ງສາຍພົວພັນຮ່ວມມືຮອບດ້ານກັບລັດວິສາຫະກິດການບິນລາວ


(ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2023) – ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ, ເປັນຂີດໝາຍອັນສຳຄັນບໍ່ພຽງແຕ່ໃຫ້ສອງສາຍການບິນເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສຳພັນອັນດີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະ ລາວ. ພ້ອມດຽວກັນນັ້ນ, ຫວຽດເຈັດຍັງໄດ້ປະກາດ ເປີດຖ້ຽວບິນໃໝ່ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິນ ຂອງຫວຽດນາມ, ເພີ່ມທະວີ ການເຊື່ອມຕໍ່ ແລະ ມອບທາງເລືອກໃນການເດີນທາງ ໃຫ້ແກ່ນັກທ່ອງທ່ຽວຂອງທັງສອງປະເທດ ແລະ ພາກພື້ນອາຊີ.

ໂດຍພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຈາກ ສະຫາຍ ເວືອງ ດິງ ເຫວະ (VUONG Dinh Hue), ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ. ຕາງໜ້າ ລັດຖະບານ ສປປ ລາວ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສູນທອນ ໄຊຍະຈັກ, ເລຂາທິການ ສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະ ອຳນາດການປົກຄອງ ລະຫວ່າງສອງປະເທດເຂົ້າຮ່ວມ.

ພາຍໃຕ້ການຮ່ວມມືດັ່ງກ່າວ, ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ, ເຊິ່ງເປັນສາຍການບິນແຫ່ງຊາດ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານໃນການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ. ທັງສອງສາຍການບິນ ຍັງຈະສືບຕໍ່ ເປີດກວ້າງການຮ່ວມມືໃນຂົງເຂດເຕັກນິກ, ການບຳລຸງຮັກສາ ແລະ ສ້ອມແປງເຮືອບິນ, ການເຝິກອົບຮົມພະນັກງານ ການບິນ, ແລະ ອື່ນໆ.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການເດີນທາງທີ່ເພີ່ມຂຶ້ນ, ຫວຽດເຈັດ ຈະເປີດໃຫ້ບໍລິການຖ້ຽວບິນກົງ ວຽງຈັນ – ໂຮ່ຈິມິນ ຕັ້ງແຕ່ ເດືອນ ກຸມພາ 2024 ເປັນຕົ້ນໄປ, ເຮັດໃຫ້ເປັນສາຍການບິນກົງເສັ້ນດຽວ ລະຫວ່າງ ສອງທ້ອງຖິ່ນ. ໂດຍເສັ້ນທາງໃໝ່ນີ້ຄາດວ່າຈະດຳເນີນຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ແລະ ໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວ.

ຖ້ຽວບິນໃໝ່ນີ້ ຄາດວ່າຈະຊ່ວຍຊຸກຍູ້ການຄ້າ, ການທ່ອງທ່ຽວ, ແລກປ່ຽນວັດທະນະທຳລະຫວ່າງສອງປະເທດ, ສ້າງໝາກຜົນໃນການພົວພັນຮ່ວມມືອັນຍາວນານລະຫວ່າງ ຫວຽດນາມ ແລະ ລາວ. ບໍ່ພຽງແຕ່ເຊື່ອມຕໍ່ນະຄອນ ໂຮ່ຈີມິນ ຫາ ນະຄອນຫຼວງວຽງຈັນ ແລະ ທ້ອງຖິ່ນຕ່າງໆໃນລາວເທົ່ານັ້ນ ແຕ່ຍັງຂະຫຍາຍຕາໜ່າງການບິນທີ່ກວ້າງຂວາງຂອງ ຫວຽດເຈັດ ທີ່ກວມເອົາຫວຽດນາມ, ອົດສະຕຣາລີ, ຈີນ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ຍີ່ປຸ່ນ, ຮົງກົງ (ຈີນ), ໄຕ້ຫວັນ (ຈີນ), ເກົາຫຼີໃຕ້, ອິນເດຍ, ຄາຊັກສະຖານ, ແລະ ອື່ນໆ.

ສາຍການບິນຫວຽດເຈັດຍຸກໃໝ່ ບໍ່ພຽງແຕ່ໄດ້ປະຕິວັດອຸດສາຫະກຳການບິນ ຢູ່ຫວຽດນາມເທົ່ານັ້ນ, ຫາກຍັງເປັນສາຍ ການບິນບຸກເບີກ ໃນທົ່ວພາກພື້ນ ແລະ ໃນທົ່ວໂລກ. ໂດຍເນັ້ນໃສ່ຄວາມສາມາດໃນການຄຸ້ມຄອງຄ່າໃຊ້ຈ່າຍ, ການປະຕິບັດຢ່າງມີປະສິດທິພາບ, ການນຳໃຊ້ເຕັກໂນໂລຊີໃໝ່ລ່າສຸດເຂົ້າໃນທຸກກິດຈະກຳ ແລະ ກ້າວສູ່ຄວາມທັນສະໄໝ, Vietjet ມອບໂອກາດການບິນດ້ວຍການປະຢັດຕົ້ນທຶນ ແລະ ຄ່າໂດຍສານທີ່ຄ່ອງຕົວ ພ້ອມທັງການບໍລິການທີ່ຫຼາກຫຼາຍເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.

ຫວຽດເຈັດແມ່ນສະມາຊິກສົມບູນຂອງສະມາຄົມການຂົນສົ່ງທາງອາກາດສາກົນ (IATA) ດ້ວຍໃບຢັ້ງຢືນການກວດສອບຄວາມປອດໄພດ້ານການປະຕິບັດງານຂອງ IATA (IOSA). ໃນຖານະ ບໍລິສັດການບິນເອກະຊົນທີ່ໃຫຍ່ທີ່ສຸດ ຂອງ ຫວຽດນາມ, ສາຍການບິນໄດ້ຮັບການຈັດອັນດັບຄວາມປອດໄພສູງສຸດ 7ດາວ ໂດຍເວັບໄຊຄວາມປອດໄພ ແລະ ຜະລິດຕະພັນ airlineratings.com ແລະ ໄດ້ຈັດອັນດັບ ໜຶ່ງໃນ 50 ສາຍການບິນ ທີ່ດີທີ່ສຸດໃນໂລກ ດ້ານຄວາມປະຢັດ ແລະ ການດຳເນີນງານ ຂອງ Airfinance Journal ໃນຫຼາຍປີຕິດຕໍ່ກັນ. ສາຍການບິນດັ່ງກ່າວຍັງໄດ້ຈັດວ່າເປັນຜູ້ໃຫ້ບໍລິການທີ່ມີລາຄາຖືກທີ່ດີທີ່ສຸດໂດຍອົງການຈັດຕັ້ງທີ່ມີຊື່ສຽງເຊັ່ນ: Skytrax, CAPA, Airline Ratings, ແລະອື່ນໆ.

ຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ www.vietjetair.com

ເບີຕິດຕໍ່ພະນັກງານຝ່າຍສື່:

Ms. Kieu Duong (Amy)

ອີເມວ: kieuduong@vietjetair.com

ໂທ: +84 932 775 066

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/