Bitcoin ຍັງຄົງເຂັ້ມແຂງ ບໍ່ຫວັ່ນເຖິງແມ່ນວ່າຕົວເລກເງິນເຟີ້ຂອງສະຫະລັດຈະຟື້ນຕົວຂຶ້ນ


ຈາກການເຄື່ອນໄຫວຂອງລາຄາ Bitcoin ໃນໄລຍະທີ່ມີການເປີດເຜີຍຕົວເລກ CPI ແລະ PPI ຂອງເດືອນສິງຫາ, ໄດ້ເຮັດໃຫ້ຮູ້ວ່າຕົວເລກດັ່ງກ່າວບໍ່ໄດ້ສົ່ງຜົນກະທົບຫຍັງເລີຍຕໍ່ສິນຊັບ ໂດຍສະເພາະແມ່ນຕົວເລກ PPI ທີ່ເກີນຄວາມຄາດໝາຍຂອງຕະຫຼາດເຊິ່ງຢູ່ທີ່ 1.6% ເມື່ອທຽບ​ໃສ່​ປະ​ຈໍາ​ປີ​, ໃນຂະນະທີ່ນັກວິເຄາະຄາດການຕົວເລກ PPI ໄວ້ທີ່ 1.3%.

ແຕ່ສິ່ງທີ່ໜ້າສົນໃຈກໍຄືຕະຫຼາດ crypto ແລະ ຕະຫຼາດການເງິນແບບດັ້ງເດີມບໍ່ເຫັນດີນຳກັບນະໂຍບາຍເສດຖະກິດທີ່ເຂັ້ມງວດຂອງສະຫະລັດທີ່ອອກມາເພື່ອຕໍ່ສູ້ກັບອັດຕາເງິນເຟີ້ໃນປັດຈຸບັນ

ເຄື່ອງມື FedWatch ຂອງ CME Group ຊີ້ໃຫ້ເຫັນວ່າບໍ່ເຫັນດີກັບການເພີ່ມອັດຕາດອກເບ້ຍຂອງ Federal Reserve ຫຼື FED ໃນທ້າຍເດືອນນີ້. ໂດຍເຊື່ອວ່າການເພີ່ມອັດຕາດອກເບ້ຍຈະຖືກຢຸດຊົ່ວຄາວເຖິງ 97%. ໃນ​ຂະ​ນະ​ດຽວ​ກັນ ທະນາຄານກາງຢູໂຣບ ຫຼື ECB ກໍໄດ້ເພີ່ມອັດຕາດອກເບ້ຍຂຶ້ນ 0.25% ໃນມື້ດຽວກັນ.

ນີ້ຖືເປັນການຂຶ້ນອັດຕາດອກເບ້ຍຕິດຕໍ່ກັນເປັນຄັ້ງທີ 10 ຂອງທະນາຄານກາງຢູໂຣບ, ເຊິ່ງເຮັດໃຫ້ອັດຕາດອກເບ້ຍໃນຕອນນີ້ເພີ່ມຂຶ້ນຢູ່ທີ່ 4.5% ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ປີ 2001 ເປັນຕົ້ນມາ. ນອກຈາກນີ້ ທະນາຄານກາງຢູໂຣບຍັງປັບຫຼຸດການຄາດຄາດການເຕີບໂຕ (Growth forecasts) ໃນປີຕ່າງໆຈົນເຖິງປີ 2025 ໂດຍແນໃສ່ເຖິງບັນຫາອັດຕາເງິນເຟີ້ທີ່ຈຳເປັນຈະຕ້ອງຮີບແກ້ໄຂ.

ສຳລັບຄວາມເຊື່ອໝັ້ນໃນຕະຫຼາດ crypto ໂດຍລວມແລ້ວແມ່ນດີຂຶ້ນ, ໂດຍຜູ້ທີ່ຫຼົງໃຫຼໃນ Bitcoin ຈຳນວນຫຼາຍຍັງຄົງຄາດຫວັງໃຫ້ມີຫຼຽນດັ່ງກ່າວມີລາຄາເພີ່ມຂຶ້ນໂດຍຕັ້ງເປົ້າໄວ້ທີ່ 27,000 ໂດລາ.

Jelle ນັກເທຣດຊື່ດັງສັງເກດເຫັນວ່າ Bitcoin ກຳລັງເຮັດ Power of Three ແລະ ຄາດວ່າຫາກ Bitcoin ຢືນເໜືອ 26,400 ໂດລາໄດ້ມັນກໍຈະສາມາດເພີ່ມຂຶ້ນໄປເຖິງ 27,600 ໂດລາ.

ນອກຈາກນີ້, Rekt Capital ນັກເທຣດຊື່ດັງອີກຄົນກໍຍັງໄດ້ສັງເກດເຫັນວ່າ ລະດັບ 26,000 ໂດລາຖືເປັນແນວຮັບທີ່ສຳຄັນ ແລະ ຄາດການວ່າ Bitcoin ໃນຕອນນີ້ກຳລັງຈະລົງໄປທົດສອບທີ່ລະດັບນັ້ນ

ສະຫຼຸບແລ້ວ, ເຖິງແມ່ນວ່າຈະມີຄວາມກັງວົນກ່ຽວກັບຕົວເລກເງິນເຟີ້ໃນສະຫະລັດ ແລະ ທະນາຄານກາງທົ່ວໂລກ ທີ່ໄດ້ຄາດວ່າຈະຂຶ້ນອັດຕາດອກເບ້ຍເປັນເວລາດົນນານ, ແຕ່ມັນກໍບໍ່ໄດ້ສົງຜົນກະທົບຫຍັງຕໍ່ກັບ Bitcoin, ຫຼຽນດັ່ງກ່າວນັ້ນຍັງຄົງເຂັ້ມແຂງໃນທຸກໆສະຖານະການ ແລະ ນັກລົງທຶນຫຼາຍຄົນແນມເຫັນວ່າ Bitcoin ມີໂອກາດທີ່ລາຄາຈະເພີ່ມສູງຂຶ້ນໄປເລື້ອຍໆໃນອະນາຄົດ.

ທີ່ມາ:

cryptointelligence

bls.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/