Apple ປະກາດເປີດຕົວ ແວ່ນຕາ MR ສຸດລໍ້າ “Vision Pro” ເຊື່ອມໂລກສະເໝືອນເຂົ້າກັບໂລກຄວາມເປັນຈິງ ເລີ່ມຕົ້ນທີ່ລາຄາ 62 ລ້ານກີບ


ນັບເປັນອີກໜຶ່ງກ້າວສຳຄັນ ແລະ ເປັນອີກໜຶ່ງຄວາມຮືຮາໃນວົງການເທັກໂນໂລຢີ ເມື່ອ Apple ບໍລິສັດຜູ້ຜະລິດ ໂທລະສັບມືຖືອັນດັບຕົ້ນໆຂອງໂລກ ໄດ້ປະກາດເປີດຕົວ “Vision Pro” ແວ່ນຕາ MR ສຸດລໍ້າທີ່ຈະເຊື່ອມຕໍ່ໂລກສະເໝືອນເຂົ້າກັບໂລກຄວາມເປັນຈິງ ໃນງານ Worldwide Developers Conference ປະຈໍາປີ 2023 ໂດຍລາຄາເລີ່ມຕົ້ນຢູ່ທີ່ 3.449 ໂດລາ ຫຼື ປະມານ 62 ລ້ານກີບ ແລະ ມີກຳນົດວ່າຈະວາງຂາຍໃນຕົ້ນປີ 2024 ນີ້.

ເຊິ່ງແວ່ນຕາດັ່ງກ່າວນີ້ Apple ເອີ້ນມັນວ່າ ແວ່ນຕາ Mixed Reality (MR) ເຊິ່ງເປັນແວ່ນຕາທີ່ເຮັດວຽກແບບແວ່ນຕາ AR ທີ່ມີຄວາມລະອຽດສູງ ພ້ອມກ້ອງດ້ານໜ້າທີ່ສາມາດ ຖ່າຍຮູບພາບຂອງສະພາບແວດລ້ອມ ເພື່ອເຂົ້າໄປສະແດງດ້ານໃນຂອງຕົວແວ່ນຕາ ປະສົມປະສານລະຫວ່າງໂລກຄວາມເປັນຈິງ ແລະ ໂລກສະເໝືອນ.

ໂດຍ Vision Pro ນີ້ຈະຊ່ວຍໃຫ້ຜູ້ໃຊ້ງານສາມາດເບິ່ງແອັບພິເຄຊັນໃນຮູບແບບໃໝ່ໆໃນພື້ນທີ່ຮອບຕົວໄດ້ ຜູ້ໃຊ້ງານສາມາດໃຊ້ຕາ ແລະ ມື ໃນການໃຊ້ ແປ້ນພິມສະເໝືອນຈິງ ເພື່ອນຳທາງແອັບ. ນອກຈາກນັ້ນຊຸດແວ່ນຕາ ແລະ ຫູຟັງນີ້ ຍັງສາມາດໃຊ້ໄວ້ເບິ່ງຮູບເງົາໄດ້ ຫຼິ້ນເກມໄດ້ ໃນຮູບແບບຂອງ 3 ​ມິຕິ ຮູບພາບຕ່າງໆຢູ່ອ້ອມຕົວເຮົາ ແລະ ລະບົບສຽງແບບຮອບດ້ານ.

ເຊິ່ງປັດຈຸບັນ ຕົວແວ່ນຕາ ສາມາດຮອງຮັບແອັບຕ່າງໆໄດ້ຄືກັບຢູ່ກັບ iPhone ແລະ iPad ທັງເກມ, ກ້ອງ ແລະ ແອັບຕ່າງໆ ເຊິ່ງສາມາດໃຊ້ງານໃນຊີວິດປະຈຳວັນໄດ້ແທ້ ທັງເລື່ອງການເຮັດວຽກ, ຮຽນ ແລະ ກິດຈະກຳບັນເທີງຕ່າງໆ.

ຕົວແວ່ນຕາມີໜ້າຈໍດ້ານນອກທີ່ສາມາດສະແດງໜ້າຕາຂອງຜູ້ໃຊ້ງານໄດ້ ໃນກໍລະນີທີ່ມີຄົນອື່ນຍ່າງເຂົ້າມາລົມນຳ ໃນຕອນທີ່ຍັງບໍ່ໄດ້ຖອດແວ່ນຕາ ເຊິ່ງຊ່ວຍໃຫ້ຜູ້ໃຊ້ງານແວ່ນຕາສາມາດເປີດກ້ອງ ແລະ ໂອ້ລົມກັບບຸກຄົນທີ່ເຂົ້າມາໄດ້ເລີຍໂດຍບໍ່ຕ້ອງຖອດແວ່ນຕາ.

ທິມຄຸກ ຫົວໜ້າຜູ້ບໍລິຫານຂອງ Apple ລະບຸວ່າ: “ເທັກໂນໂລຢີນີ້ ອາດກາຍເປັນອຸປະກອນໃນຊີວິດປະຈຳວັນຂອງຄົນສ່ວນໃຫຍ່ໃນທີ່ສຸດ ແລະ ຜົນກະທົບຂອງມັນອາດຄ້າຍຄືກັບການປະດິດ ອິນເຕີເນັດ ທີ່ປ່ຽນໂລກ ມາຈົນເທົ່າທຸກມື້ນີ້”.

ການເປີດຕົວແວ່ນຕາ Vision Pro ຂອງ Apple ນີ້ ເກີດຂຶ້ນໃນໄລຍະເວລາທີ່ ບໍລິສັດຕ່າງໆໃນອຸດສາຫະກຳໂລກສະເໝືອນຈິງກຳລັງແຂ່ງຂັນກັນພັດທະນາ ເພື່ອໃຫ້ສາມາດຕອບໂຈດກັບຄວາມຄາດຫວັງຂອງຜູ້ບໍລິໂພກໄດ້ ເຊັ່ນດຽວກັນກັບ Meta ທີ່ມີກຳນົດຈະເປີດຕົວແວ່ນ VR ຕົວໃໝ່ ຢ່າງ Quest 3 ໃນປາຍປີນີ້.

ນອກຈາກນີ້ ການເປີດຕົວ Vision Pro ຍັງຖືເປັນການເປີດຕົວຜະລິດຕະພັນໃໝ່ໃນຮອບ 9 ປີຂອງບໍລິສັດ Apple ນັບຕັ້ງແຕ່ການເປີດຕົວ Apple Watch ເຊິ່ງເປັນ Smart Watch ຕົວທຳອິດຂອງທາງບໍລິສັດ ໃນປີ 2014.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/