ເສດຖີໃໝ່! Benzema ກຽມຍ້າຍເຂົ້າມາຢູ່ກັບ Al-Ittihad ທີມແຊ້ມ ລີກຊາອຸ ພ້ອມກວາດຄ່າຈ້າງ 200 ລ້ານ ຢູໂຣຕໍ່ປີ


ນັບເປັນອີກໜຶ່ງ ຊຸບເປີ້ສະຕາ ຂອງວົງການບານເຕະ ທີ່ເລືອກທີ່ຈະຍ່າງກ້າວເຂົ້າມາຫຼິ້ນກອບໂກຍເງິນໃນໄລຍະບັ້ນປາຍອາຊີບໃນ ລີກຊາອຸດີອາຣະເບຍ ເມື່ອ ຄາຣິມ ເບັນເຊມາ (Karim Benzema) ກອງໜ້າເຈົ້າຂອງຮາງວັນ Ballon d’Or ປະຈຳປີ 2022 ກຽມຍ້າຍເຂົ້າມາໂຊລວດລາຍໃຫ້ກັບ Al-Ittihad ທີມແຊ້ມ ລີກຊາອຸ ເມື່ອລະດູການທີ່ຜ່ານມາ ພ້ອມກວາດຄ່າຈ້າງໄປແບບໜັກໆທີ່ 200 ລ້ານ ຢູໂຣຕໍ່ປີ ຫຼື ຕົກຢູ່ຫຼາຍກວ່າ 3 ລ້ານຢູໂຣ ຕໍ່ ອາທິດ.

ໂດຍລາຍງານດັ່ງກ່າວມາຈາກ ນັກຂ່າວສື່ດັງອັນດັບຕົ້ນໆຂອງໂລກໃນການຊື້ຂາຍນັກເຕະ ຢ່າງ ຟາບິຊິໂອ ໂຣມາໂນ (Fabrizio Romano) ໂດຍລາຍງານລະບຸວ່າ: ສັນຍາຂອງ ເບັນເຊມາ ນັ້ນຈະເຊັນກັນຈົນຮອດປີ 2025 ພ້ອມຕົວເລືອກຕໍ່ໄດ້ຢ່າງອັດຕະໂນມັດອີກ 1 ປີ. ສັນຍາສະບັບດັ່ງກ່າວຈະມີມູນຄ່າລວມ 200 ລ້ານຢູໂຣຕໍ່ປີ ໃນນີ້ລວມທັງມູນຄ່າການຄ້າ ແລະ ຄ່າລິຂະສິດຕ່າງໆຂອງຕົວນັກເຕະ.

ໂດຍ ເບັນເຊມາ ນັ້ນປິດສາກ 14 ປີ ກັບສີເສື້ອຂອງ ເຣອັລ ມາດຣິດ ໄປໃນວັນອາທິດທີ່ຜ່ານມານີ້ ຖິ້ມສະຖິຕິລົງຫຼິ້ນໄປ 647 ນັດ ຍິງປະຕູໄປ 354 ປະຕູ ນັບເປັນດາວຍິງອັນດັບ 2​ ຂອງສະໂມສອນ ເປັນຮອງພຽງ ຄຣິສເຕຍໂນ ໂຣນັລໂດ ທີ່ຍິງໄປທັງໝົດ 450 ປະຕູ.

ຕະຫຼອດ 14 ປີ ທີ່ຜ່ານມາ ເບັນເຊມາ ຖືເປັນກຳລັງຫຼັກ ແລະ ກຳລັງສຳຄັນທີ່ພາ ເຣອັນມາດຣິດ ປະສົບກັບຄວາມສຳເລັດ ໃນໄລຍະ 1 ທົດສະວັດທີ່ຜ່ານມາ ໂດຍ ເບັນເຊມາ ໃນຮົ້ວຂອງສະໜາມ ຊານຕິເອໂກ ເບີນາເບວ ນັ້ນ ຄວ້າໄປທັງໝົດ 25 ແຊ້ມ ແບ່ງເປັນ UEAFA Champion League 5 ສະໄໝ, LaLiga 4 ສະໄໝ, ແຊ້ມສະໂມສອນໂລກ 5 ສະໄໝ, ແຊ້ມ UEAFA Super Cup 4 ສະໄໝ, ແຊ້ມ Copa Del Ray 3 ສະໄໝ ແລະ ແຊ້ມ Spanish Super Cup ອີກ​3 ສະໄໝ.

ໂດຍການຍ້າຍມາ  Al-Ittihad ໃນເທື່ອນີ້ຂອງ ເບັນເຊມາ ຈະເປັນການຫວນກັບມາພົບກັບໝູ່ເກົ່າ ຢ່າງ ຄຣິສເຕຍໂນ ໂຣນັລໂດ້ ອີກຄັ້ງ ແຕ່ເປັນການຫວນກັບມາພໍ້ກັນໃນຖານະຄູ່ຕໍ່ສູ້ ເນື່ອງຈາກ ໂຣນັລໂດ້ ສັງກັດຢູ່ກັບ Al-Nassr ທີມອັນດັບ 2 ຂອງລີກ ຊາອຸ ຄູ່ແຂ່ງໂດຍກົງກັບ Al Ittihad ທີມໃໝ່ຂອງ ເບັນເຊມາ.

ສຳລັບຜົນງານຂອງ Al-Ittihad ທີມໃໝ່ຂອງ ເບັນເຊມາ ໃນລີກຊາອຸ ປະຈໍາລະດູການ 2022/2023 ທີ່ຜ່ານມານນີ້ ແມ່ນລົງສະໜາມໄປ 30 ນັດ ຍິງໄປ 60 ປະຕູ ກວາດໄປ 72 ຄະແນນ ຄວ້າແຊ້ມລີກໄປຄອງໄດ້ ຖິ້ມຫ່າງອັນດັບ 2 ຢ່າງ Al-Nassr ທີ່ສາມາດຄວ້າໄດ້ພຽງ 67 ຄະແນນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/