2 ເດືອນຕົ້ນປີ 2024 ສປປ ລາວ ເສຍດຸນການຄ້າຕ່າງປະເທດ 408 ລ້ານໂດລາ (ບໍ່ລວມການສົ່ງອອກໄຟຟ້າ)


ສອງເດືອນ ຕົ້ນປີ 2024 (ມັງກອນ-ກຸມພາ) ສປປ ລາວ ບັນລຸມູນຄ່າການຄ້າກັບຕ່າງປະເທດ ໄດ້ປະມານ 2.325 ລ້ານໂດລາ ໃນນັ້ນສົ່ງອອກ 958 ລ້ານໂດລາ, ນຳເຂົ້າ 1.366 ລ້ານໂດລາ ຂາດດຸນການຄ້າປະມານ 408 ລ້ານໂດລາ ໂດຍສິນຄ້ານຳເຂົ້າຫຼາຍສຸດແມ່ນ ນໍ້າມັນກາຊວນ ຈາກປະເທດໄທ.

ໂດຍອີງຕາມສະຖິຕິຈາກ ເວັບໄຊ ກົມການຄ້າຕ່າງປະເທດ ສິນຄ້າສົ່ງອອກຫຼາຍສຸດຂອງ ສປປ ລາວ ໃນ 2 ເດືອນ ຕົ້ນປີ ໄດ້ແກ່ ມັນຕົ້ນ ມູນຄ່າ 171 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ 87 ລ້ານໂດລາ, ແຮ່ທອງ  81 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 58 ລ້ານໂດລາ.

ສ່ວນສິນຄ້າ ນຳເຂົ້າຫຼັກໆ ແມ່ນ ນໍ້າມັນກາຊວນ ມູນຄ່າ 183 ລ້ານໂດລາ, ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍ ອາລູມີນຽມ 114 ລ້ານໂດລາ, ຜະລິດຕະພັນເຄມີປະສົມສຳເລັດຮູບ 98 ລ້ານໂດລາ ແລະ ພວກພາຫະນະທາງບົກ ທີ່ບໍ່ນັບລວມລົດຈັກ, ລົດໄຖ 94 ລ້ານໂດລາ.

ໂດຍປະເທດທີ່ສົ່ງອອກຫຼາຍສຸດ ໄດ້ແກ່ ສປ ຈີນ 336 ລ້ານໂດລາ, ໄທ 251 ລ້ານໂດລາ, ຫວຽດນາມ 188 ລ້ານໂດລາ, ອົດສະຕາລີ 47 ລ້ານໂດລາ. ສ່ວນປະເທດ ທີ່ນຳເຂົ້າຫຼາຍສຸດ ໃນ2 ເດືອນຕົ້ນປີ 2024 ໄດ້ແກ່ ຈີນ 590 ລ້ານໂດລາ, ໄທ 544 ລ້ານໂດລາ, ຫວຽດນາມ 72 ລ້ານໂດລາ ແລະ ສະຫະລັດອາເມຣິກາ 27 ລ້ານໂດລາ.

https://laotradestat.moic.gov.la/estat/search/summary

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/