10 ບໍລິສັດ ທີ່ຖື Bitcoin ຫຼາຍທີ່ສຸດໃນໂລກ


ໃນຫຼາຍປີກ່ອນໜ້ານີ້ ການທີ່ບໍລິສັດໃຫຍ່ໆຈະຊື້ Bitcoin ໄວ້ເປັນທຶນສຳຮອງນັ້ນອາດຈະເປັນເລື່ອງທີ່ຕະຫຼົກຫຼາຍ. ເນື່ອງຈາກວ່າ Cryptocurrency ມີຄວາມຜັນຜວນເກີນໄປທີ່ຈະຈັດການກັບມັນ.

ແຕ່ໃນປີທີ່ຜ່ານມາ ໄດ້ມີການແຜ່ລະບາດຂອງພະຍາດ COVID-19 ເຊິ່ງມັນໄດ້ທຳລາຍຂໍ້ຈຳກັດນີ້. ນັກລົງທຶນ ຫຼື ສະຖາບັນຂະໜາດໃຫຍ່ຈໍານວນໜຶ່ງໄດ້ລົງທຶນຊື້ BTC ໄວ້ເປັນທຶນສຳຮອງຂອງພວກເຂົາແທນທີ່ຈະຖືມັນເປັນເງິນສົດ ເພື່ອຕ້ານກັບໄພເງິນເຟີ້ທີ່ເພີ່ມຂຶ້ນ ການລົງທຶນຍຸດທະສາດນີ້ເລີ່ມຕົ້ນດ້ວຍ MicroStrategy ທີ່ຊື້ Bitcoin ມູນຄ່າ 425 ລ້ານໂດລາໃນເດືອນສິງຫາ 2020. ຈາກນັ້ນບໍລິສັດອື່ນໆຢ່າງ Square ແລະ Tesla ກໍຄ່ອຍໆຕາມມາ.  ມື້ນີ້ຈະພາມາເບິ່ງ 10 ອັນດັບບໍລິສັດທີ່ຖື Bitcoin ໄວ້ຫຼາຍທີ່ສຸດໃນໂລກ.

  1. MicroStrategy

MicroStrategy ເປັນບໍລິສັດສັນຊາດອາເມຣິກາ ທີ່ໃຫ້ບໍລິການເປັນທີ່ປຶກສາທາງດ້ານທຸລະກິດ ວິເຄາະຂໍ້ມູນແບບເລິກເຊິ່ງ ພ້ອມຍັງເປັນຜູ້ຜະລິດ ແລະ ພັດທະນາ Software ໂທລະສັບມືຖື. ປັດຈຸບັນ MicroStrategy ເປັນບໍລິສັດທີ່ຖືຄອງ BTC ຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນ 125,051 BTC ຄິດເປັນເງິນຕົກຢູ່ປະມານ 5.922 ຕື້ໂດລາສະຫະລັດ.

  1. Tesla, Inc

Tesla ເປັນບໍລິສັດຜະລິດລົດໄຟຟ້າຍັກໃຫຍ່ ທີ່ນຳໂດຍ Elon Musk ມະຫາເສດຖີອັນດັບຕົ້ນໆຂອງໂລກ. ເຖິງແມ່ນວ່າ Tesla ຈະບໍ່ໄດ້ຖື BTC ຫຼາຍທີ່ສຸດໃນໂລກ ແຕ່ການທີ່ Tesla ເຂົ້າມາຊື້ BTC ມາເກັບເປັນທຶນບໍລິສັດ ເຮັດໃຫ້ສະກຸນເງິນດິຈິຕອນກາຍເປັນທີ່ຮູ້ຈັກ ແລະ ເປັນທີ່ຍອມຮັບໃນວົງກວ້າງຫຼາຍຂຶ້ນ. Tesla ໄດ້ປະກາດຊື້ BTC ເປັນເທື່ອທຳອິດ ເມື່ອເດືອນກຸມພາ ປີ 2021 ດ້ວຍມູນຄ່າ 1.5 ຕື້ໂດລາສະຫະລັດ. ປັດຈຸບັນ Tesla ຖືສະກຸນເງິນດິຈິຕອນຫຼັກໆຂອງໂລກໄວ້ທີ່ປະມານ 42,902 BTC ຄິດເປັນເງິນປະມານ 2 ຕື້ໂດລາສະຫະລັດ.

  1. Galaxy Digital Holdings

Galaxy Digital Holdings ເປັນສະຖາບັນການເງິນທີ່ມີສ່ວນກ່ຽວຂ້ອງໂດຍກົງໃນອຸດສາຫະກໍາ Crypto. ເຊິ່ງກໍ່ຕັ້ງຂຶ້ນໂດຍ Michael Novogratz ໃນເດືອນມັງກອນ 2018, ບໍລິສັດໄດ້ຮ່ວມມືກັບບໍລິສັດທາງດ້ານ Crypto, ລວມທັງ Block.one ແລະ BlockFi. ໃນປັດຈຸບັນ ບໍລິສັດໄດ້ຖື Bitcoin ໄວ້ປະມານ 16,400 BTC ຫຼື ຄິດເປັນເງິນຕົກຢູ່ປະມານ 776 ລ້ານໂດລາສະຫະລັດ.

  1. Voyager Digital LTD

ເປັນບໍລິສັດນາຍໜ້າຊື້ຂາຍແລກປ່ຽນສິນຊັບດິຈິຕອນ ສັນຊາດແຄນນາດາ ເຊິ່ງມີເປົ້າໝາຍທີ່ຈະເປັນຮ້ານຄ້າແບບຄົບວົງຈອນສຳລັບການຊື້ຂາຍສິນຊັບດິຈິຕອນ. ປັດຈຸບັນບໍລິສັດຖືຄອງໄວ້ປະມານ 12,260 BTC ຄິດເປັນເງີນຕົກຢູ່ທີ່ປະມານ 580 ລ້ານສະຫະລັດ.

  1. Marathon Digital Holdings, Inc

Marathon Digital Holdings, Inc. ເປັນບໍລິສັດເທັກໂນໂລຢີກ່ຽວຊັບສິນດິຈິຕອນ ແລະ ເປັນບໍລິສັດ ຂຸດ Bitcoin ຂະໜາດໃຫຍ່ແຫ່ງໜຶ່ງຂອງໂລກ. ມີເປົ້າໝາຍທີ່ຈະສ້າງເໝືອງຂຸດທີ່ໃຫຍ່ທີ່ສຸດໃນອາເມຣິກາເໜືອ ດ້ວຍຕົ້ນທຶນດ້ານພະລັງງານທີ່ຕ່ຳທີ່ສຸດໃນໂລກ. ປັດຈຸບັນ ບໍລິສັດໄດ້ຖືຄອງສະກຸນເງິນດິຈິຕອນຢູ່ທີ່ປະມານ 8,956 BTC ຄິດເປັນເງິນຕົກຢູ່ທີ່ປະມານ 424 ລ້ານໂດລາສະຫະລັດ.

  1. Block Inc. (Square Inc.)

Block ຫຼື ອະດີດທີ່ໃສ່ຊື່ວ່າ Square ເປັນບໍລິສັດ ໃຫ້ບໍລິການທາງດ້ານການເງິນ ແລະ ການຈ່າຍເງິນດິຈິຕອນ ສັນຊາດອາເຣິກາ. Block ລົງທຶນກັບ Bitcoin ຄັ້ງທຳອິດ ເມື່ອເດືອນຕຸລາ 2020 ທີ່ຜ່ານມາ ດ້ວຍເງິນລົງທຶນປະມານ 50 ລ້ານໂດລາສະຫະລັດ. ປັດຈຸບັນ Block ຖືໄວ້ທີ່ປະມານ 8,027 BTC ຄິດເປັນເງິນປະມານ 380 ລ້ານໂດລາສະຫະລັດ.

  1. Hut 8 Mining Corp

Hut 8 ເປັນໜຶ່ງໃນບໍລິສັດຂຸດຄົ້ນ Cryptocurrency ທີ່ເນັ້ນດ້ານນະວັດຕະກຳ ໃຫຍ່ທີ່ສຸດໃນອາເມຣິກາເໜືອ. ນໍາພາໂດຍທີມງານຂອງນັກເທັກໂນໂລຢີຜູ້ທີ່ເຊື່ອໝັ້ນໃນ Bitcoin, Blockchain, ແລະເວັບໄຊ 3.0.

Hut 8 ມີອັດຕາກຳລັງການຜະລິດສູງສຸດແຫ່ງໜຶ່ງໃນອຸດສາຫະກໍານີ້ ແລະ Bitcoin ທີ່ຂຸດໄດ້ເອງຫຼາຍທີ່ສຸດໃນໂລກ. ປັດຈຸບັນ Hut 8 ຖື Bitcoin ໄວ້ປະມານ 6,115 BTC ຫຼື ປະມານ 289 ລ້ານໂດລາສະຫະລັດ.

  1. Riot Blockchain, Inc.

Riot Blockchain ເປັນບໍລິສັດຂຸດຄົ້ນ Bitcoin ແລະ ເຮັດທຸລະກິດກ່ຽວກັບ Blockchain ອີກແຫ່ງໜຶ່ງໃນອາເມຣິກາ ທີ່ມີການຂະຫຍາຍການຂຸດຄົ້ນຂະໜາດໃຫຍ່ຢ່າງໄວວາໃນສະຫະລັດ. ໃນປັດຈຸບັນບໍລິສັດໄດ້ຖືຄອງໄວ້ຢູ່ທີ່ປະມານ 5,783 BTC ເປັນເງິນຢູ່ທີ່ປະມານ 273 ລ້ານໂດລາສະຫະລັດ.

  1. Core Scientific

Core Scientific ເປັນບໍລິສັດຂຸດ Bitcoin ທີ່ໃຫຍ່ທີ່ສຸດໃນສະຫະລັດ ໃນແງ່ຂອງການປະມວນຜົນ ໂດຍມີອັດຕາ Hashrate (ຈຳນວນກຳລັງໃນການຂຸດຄົ້ນ Bitcoin) ໃນເຄືອຂ່າຍ ຢູ່ທີ່ 6.6 exahash ໂດຍແຊງໜ້າບໍລິສັດຄູ່ແຂ່ງ ທີ່ຂຸດ Bitcoin ເຊັ່ນ Marathon Digital Holdings ຢູ່ທີ່ 3.5 exahash ແລະ Riot Blockchain ຢູ່ທີ່ 3.1 exahash. ປັດຈຸບັນ Core Scientific ຖື Bitcoin ໄວ້ທີ່ປະມານ 5,296 BTC ຄິດເປັນເງິນຕົກຢູ່ທີ່ປະມານ 250 ລ້ານໂດລາສະຫະລັດ.

  1. Bitfarms Limited

Bitfarms ເປັນບໍລິສັດຂຸດຄົ້ນ Cryptocurrency ສັນຊາດແຄນນາດາທີ່ ບໍລິການດ້ານເຊີບເວີ ແລະ ປະກອບດ້ວຍຄອມພິວເຕີທີ່ກວດສອບການເຮັດທຸລະກໍາໃນ Bitcoin Blockchain. ນອກຈາກນີ້ ຍັງໃຫ້ບໍລິການດ້ານໄຟຟ້າໃນເຂດ Quebec ປະເທດແຄນນາດາອີກນຳ. ປັດຈຸບັນ Bitfarms ຖືໄວ້ຢູ່ປະມານ 4,883 BTC ຕົກເປັນເງິນປະມານ 231 ລ້ານໂດລາສະຫາລັດ.

ຂໍ້ມູນຈຳນວນ ແລະ ລາຄາທັງໝົດນີ້ ແມ່ນວັນທີ 29/3/2022

ຂອບໃຈຂໍ້ມູນຈາກ: https://cutt.ly/1Dbs72N

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/