ໄວໜຸ່ມອາຍຸ 16 ປີສູບຢາສູບໄຟຟ້າ ຈົນປອດເສຍຫາຍໜັກ!


ດຣ. ຊ່າຢ່າງ ຮົ້ວເຮີ່ ໄດ້ອອກມາເຜີຍຮູບພາບ X-ray ໂດຍໃນຮູບພາບເປັນປອດຂອງເດັກນ້ອຍອາຍຸ 16 ປີ ເຊິ່ງໄດ້ສູບຢາສູບໄຟຟ້າຈົນປອດເສຍຫາຍໜັກ ເຊິ່ງໃນຢາສູບໄຟຟ້າບໍ່ໄດ້ມີສານນິໂຄຕິນຢ່າງດຽວ ຍັງມີສານທີ່ອັນຕະລາຍຕໍ່ຮ່າງກາຍອີກຫຼາຍຢ່າງ.

ຖ້າຫາກສູບເປັນເວລາຕິດຕໍ່ກັນ ສານດັ່ງກ່າວຈະໄປສະສົມໃນ Alveoli ເປັນສ່ວນສຳຄັນຂອງປອດ ເຮັດໜ້າທີ່ແລກປ່ຽນອັອກຊີເຈນໃນລະຫວ່າງເຮົາຫາຍໃຈ ບາງຄົນອາດຈະໃຊ້ເວລາ 1-5 ຫຼື 5-7 ປີ ສານດັ່ງກ່າວຈຶ່ງປາກົດ ຂຶ້ນກັບຮ່າງກາຍຂອງແຕ່ລະບຸກຄົນ.

ໂດຍສານເຮົາບໍ່ສາມາດລະບຸໄດ້ໂດຍກົງ ແບ່ງອອກເປັນ 4 ໄລຍະ:

1. ປອດຈະເລີ່ມສະສົມສານດັ່ງກ່າວ ໂດຍບໍ່ມີອາການ

2. ອາການປວດເມື່ອຍ, ມີໄອ ເລີ່ມອັກເສບ

3. ປອດເລີ່ມບວມຂຶ້ນ, ຕົວຈະບວມ, ເຈັບໜ້າເອິກ: ຫາຍໃຈເລີ່ມບໍ່ອີ່ມ ແລະ ປອດອັກເສບ

4. ເປັນມະເຮັງໄລຍະສຸດທ້າຍ ການຫາຍໃຈລຳບາກ, ຫາຍໃຈບໍ່ອີ່ມ, ເອິກບວມ ແລະ ເມື່ອຍຕາມຕົນຕົວ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/