ໄປທ່ຽວຈີນໄດ້ງ່າຍໆກັບ Vietjet: ບິນໄປ Chengdu, Shanghai ກັບ Vietjet ຜ່ານນະຄອນໂຮ່ຈີມິນ


* ຄ່າໂດຍສານຖືກທີ່ສຸດພຽງ 0 USD ສໍາລັບເສັ້ນທາງ ໂຮ່ຈີມິນ ເສີງຕູ່ ສາມາດຈອງໄດ້ແລ້ວ

(ນະຄອນຫຼວງວຽງຈັນ, 31 ມັງກອນ 2024) – ເພື່ອເປັນການຕ້ອນຮັບເທສະການກຸດຈີນ ແລະ ມອບທາງເລືອກໃຫ້ລູກຄ້າໃນລາວ ທີ່ມີແຜນຈະມາຢ້ຽມຢາມ ສປ ຈີນ ໃນໂອກາດພິເສດນີ້, Vietjet ສືບຕໍ່ຂະຫຍາຍຕາໜ່າງການບິນລະຫວ່າງ ຫວຽດນາມ ແລະ ຈີນ ດ້ວຍການເປີດຖ້ຽວບິນ ໂຮ​ຈີ່ມິນ – ​ເສີງ​ຕູ່, ຕາມດ້ວຍຖ້ຽວບິນໂຮ​ຈີ​ມິນ – ຊຽງ​ໄຮ້ ​ໃນ​ເວລາ​ພຽງ 2 ​ເດືອນ.

ເສັ້ນທາງ​ໂຮ່ຈີ​ມິນ – ​ເສີງ​ຕູ່​ ຈະ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 10 ກຸມພາ 2024, ​ບິນ​ໄປ​ກັບ​ທຸກມື້. ນີ້​ແມ່ນ​ມື້ທຳອິດຂອງ​ ​ກຸດ​ຈີນ, ເທສະການທີ່ໃຫຍ່​ທີ່​ສຸດ​ຂອງ​ສອງ​ປະ​ເທດ, ຮ່ວມອວຍພອນໃຫ້ລູກຄ້າຈົ່ງມີແຕ່​​ຄວາມ​​ສຸກ ແລະ ຄວາມເບີກ​ບານ​ມ່ວນ​ຊື່ນ​​ໝົດປີ.

ຄ່າໂດຍສານພຽງແຕ່ 0 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ສຳລັບເສັ້ນທາງໃໝ່ນີ້ ແມ່ນໃຫ້ຈັບຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air ເດີນທາງແຕ່ວັນທີ 10 ກຸມພາ 2024 ຫາ 30 ມີນາ 2024. ຜູ້ໂດຍສານຂອງ Vietjet ຈະໄດ້ຮັບປະກັນໄພການເດີນທາງ SkyCare ຟຣີເພື່ອການເດີນທາງທີ່ປອດໄພ.

ຖືວ່າເປັນໂອ​ກາດດີສຳລັບນັກ​ທ່ອງ​ທ່ຽວ​ຈາກ​​ລາວ ​ໃນການ​ໄປ​ທ່ຽວ​ຈີນ​ ເພາະ​ຄ່າ​ປີ້​ຍົນທີ່ມີລາຄາ​​ຖືກ​ຂອງ Vietjet ທ່ານສາມາດຢຸດພັກທີ່ນະ​ຄອນ​ໂຮ່​ຈີ​ມິນ ແລະ ​​ໄປຕໍ່​ເມືອງ Chengdu ແລະ Shanghai ໄດ້​ຢ່າງ​ງ່າຍ​ດາຍ.

Vietjet ຈະ​ເປີດ​ຖ້ຽວ​ບິນກົງ​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ ​ຫາ ​ນະຄອນ​ໂຮ່ຈີ​ມິນ​ໃນ​ວັນ​ທີ 25 ກຸມພາ​ນີ້ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ​ໃນ​ວັນ​ຈັນ, ພຸດ, ສຸກ ​ແລະ ວັນ​ອາ​ທິດ ດ້ວຍ​ເວລາ​ພຽງ 1 ຊົ່ວ​ໂມງ 45 ນາທີ​ຕໍ່​ຖ້ຽວ​ເທົ່າ​ນັ້ນ.

Vietjet ກຳລັງ​ຂະ​ຫຍາຍ​ຕົວ​ຢູ່​ຈີນ ຢ່າງ​ເຂັ້ມແຂງທາງດ້ານ​ຍຸດ​ທະ​ສາດ​ ໃນການເຮັດໃຫ້​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ໃຫ້​ເຂົ້າ​ໃກ້​ກັບ​ຈີນ. ເມື່ອບໍ່ດົນມາ​ນີ້, ບໍລິສັດ Vietjet ​ໄທ​ໄດ້​ເລີ່​ມໃຫ້ບໍລິການ​ຖ້ຽວບິນ​ກົງ​ເຊື່ອມ​ຕໍ່​ນະຄອນ​ຊຽງ​ໄຮ້, ຫາງ​ໂຈ່​ວ ​ແລະ ກວາງ​ໂຈ່​ວ ​ໄປ​ຍັງ​ນະຄອນຫຼວງ​ບາງກອກ​ຂອງ​ໄທ ​ແລະ ​ມີ​ແຜນການ​ເຊື່ອມ​​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ​ຕື່ມ​ອີກ​ໃນ​ໄລຍະ​ທີ່ຈະ​ມາ​ຮອດນີ້.  ຖ້ຽວບິນກົງເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງ ແລະ ລາຄາທີ່ຈັບຕ້ອງໄດ້ເທົ່ານັ້ນ, ແຕ່ຍັງຊ່ວຍກະຕຸ້ນເສດຖະກິດການທ່ອງທ່ຽວລະຫວ່າງປະເທດ ແລະ ພາກພື້ນນຳອີກ.

ດ້ວຍເຮືອບິນທີ່ທັນສະໄໝ, ພ້ອມຄວາມມຸ່ງໝັ້ນໃນການໃຫ້ຄວາມປອດໄພ ແລະ ການບໍລິການລູກຄ້າທີ່ພິເສດ, Vietjet ກຽມພ້ອມທີ່ຈະໃຫ້ຜູ້ໂດຍສານມີຄວາມສະດວກສະບາຍ ແລະ ມ່ວນຊື່ນໃນການເດີນທາງຕະຫຼອດປີໃໝ່. ບໍ່ວ່າຈະເປັນການເດີນທາງມາທຸລະກິດ ຫຼື ມາພັກຜ່ອນ, ຜູ້ໂດຍສານຍັງຈະໄດ້ຮັບປະສົບການທີ່ດີ ແລະ ໜ້າຈົດຈຳ ຈາກພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ.

ຂໍ້ມູນເພີ່ມເຕີມ: www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/